Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

6 ເດືອນຕົ້ນປີ 2021 ເມືອງໂຂງ ມີມູນຄ່າການລົງທຶນ 361 ຕື້ກວ່າກີບ

Posted on 21/07/202121/07/2021 By News No Comments on 6 ເດືອນຕົ້ນປີ 2021 ເມືອງໂຂງ ມີມູນຄ່າການລົງທຶນ 361 ຕື້ກວ່າກີບ

ຕາມການລຍາງານຈາກ ທ່ານ ຈັນທະນົງສິນ ຈັນທະພິມ ກຳມະການພັກເມືອງ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງໂຂງ ໃນກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 6 ສະໄໝທີ VIII ເມື່ອບໍ່ດົນນີ້ວ່າ: ໃນ 6 ເດືອນຕົ້ນປີ 2021 ເມືອງໂຂງ ມີການລົງທຶນທັງໝົດ 29 ໂຄງການ, ລວມມູນຄ່າການລົງທຶນທັງໝົດ 361 ຕື້ກວ່າກີບ.

ໃນນັ້ນ, ໂຄງການລົງທຶນຂອງລັດ 20 ໂຄງການ, ໂຄງການຊ່ວຍເຫລືອ ເພື່ອການພັດທະນາ 4 ໂຄງການ, ໂຄງການທຶນປະກອບສ່ວນຂອງສັງຄົມ 4 ໂຄງການ ແລະ ໂຄງການລົງທຶນຂອງເອກະຊົນມີ 1 ໂຄງການ. ສ່ວນການຈັດເກັບລາຍຮັບເຂົ້າງົບປະມານໃນ 6 ເດືອນຕົ້ນປີ ປະຕິບັດໄດ້ເກືອບ 4 ຕື້ກີບ, ທຽບໃສ່ແຜນປີເທົ່າກັບ 51,3% ແລະ ດ້ານລາຍຈ່າຍປະຕິບັດໄດ້ 6,8 ຕື້ກີບ, ທຽບໃສ່ແຜນປີເທົ່າກັບ 46%.

ທ່ານຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງຍັງໃຫ້ຮູ້ອີກວ່າ: ບັນດາໂຄງການລົງທຶນຂະໜາດໃຫຍ່ຢູ່ພາຍໃນເມືອງ ດຳເນີນບໍ່ໄດ້ຕາມແຜນທີ່ວາງໄວ້, ບັນດາຫົວໜ່ວຍທຸລະກິດດ້ານບໍລິການ ໄດ້ຢຸດຕິການເຄື່ອນໄຫວຊົ່ວຄົວ ເນື່ອງຈາກໄດ້ຮັບຜົນກະທົບຈາກ ການລະບາດຂອງເຊື້ອພະຍາດ ໂຄວິດ-19 ໄດ້ເຮັດໃຫ້ບັນດາຕົວເລກທີ່ໄດ້ກຳນົດໄວ້ ມີບາງດ້ານບໍ່ບັນລຸຕາມຄາດໝາຍ ຄາດຄະເນໝົດປີ 2021 ຈະເກັບລາຍຮັບເຂົ້າງົບປະມານໄດ້ 90% ຂອງແຜນປີ, ຈະສູນເສຍລາຍຮັບຈາກການປະຕິບັດນະໂຍບາຍຍົກເວັ້ນອາກອນລາຍໄດ້ເງິນເດືອນ ແລະ ອາກອນຈຸນລະວິສາຫະກິດ ຈຳນວນ 600 ລ້ານກວ່າກີບ.

ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ

ຂ່າວສານບ້ານເມືອງ

Post navigation

Previous Post: ອຸບັດຕິເຫດ! ລົດປີ້ນຂວາງທາງຢູ່ດອຍທ່າຟ້າ
Next Post: ເມືອງລອງ ແຂວງຫຼວງນໍ້າທາ ຖືກໄພພິບັດນໍ້າຖ້ວມເນື້ອທີ່ທໍາການຜະລິດຂອງພໍ່-ແມ່ປະຊາຊົນ

Related Posts

ຮູ້ແລ້ວຫວາ ຄົນລາວ ເ ສ ຍ ຊີ ວິ ດ ຍ້ອນ ສູບຢາປະມານ 7.000 ຄົນຕໍ່ປີ ຫຼື ມື້ລະ 19 ຄົນ ຂ່າວສານບ້ານເມືອງ
ແຈ້ງແນະນຳການໃຫ້ບໍລິການລົດໂດຍສານ ພາຍໃນນະຄອນຫຼວງ ແລະ ພາຍໃນແຂວງໄດ້ ແຕ່ຕ້ອງປະຕິບັດຕາມຄຳແນະນຳຢ່າງເຄັ່ງຄັດຂອງ ຄະນະສະເພາະກິດ! ຂ່າວສານບ້ານເມືອງ
ໄຟຟ້ານະຄອນຫຼວງແຈ້ງການ! ມອດໄຟ ໃນວັນທີ 18-23 ມິຖຸນາ 2021 ຂ່າວສານບ້ານເມືອງ
ອຸຕຸເຕືອນ! ພະຍຸ ດີເປຣຊັ້ນ ຈະກໍ່ໃຫ້ເກີດໄພຝົນຕົກໜັກ ແຕ່ວັນທີ 31 ກໍລະກົດ ຫາ 04 ສິງຫາ 2020 ຂ່າວສານບ້ານເມືອງ
ຫ້າມຈໍາໜ່າຍຊື້ຂາຍເຄື່ອງດຶ່ມທີ່ມີທາດເຫຼົ້າ ຫ້າມບ້ານແລະເມືອງ ເກັບເງິນຄ່າທໍານຽມ ອອກໃບຢັ້ງຢືນ ໄລຍະໂຄວິດ-19 ຂ່າວສານບ້ານເມືອງ
ອ່ານດ່ວນ! ແຜນການສັກຢາ ວັກຊິນ Pfizer ນະຄອນຫຼວງວຽງຈັນ 15 ຫາ 25/6/2021 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme