Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະກາດການແຕ່ງຕັ້ງຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ກົມໃຫຍ່ເສນາທິການກອງທັບ

Posted on 21/07/202121/07/2021 By News No Comments on ປະກາດການແຕ່ງຕັ້ງຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ກົມໃຫຍ່ເສນາທິການກອງທັບ

ພິທີປະກາດການແຕ່ງຕັ້ງ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ ແລະ ຮອງຫົວໜ້າກົມ ໃຫຍ່ເສນາທິການກອງທັບ ໄດ້ ຈັດຂຶ້ນໃນວັນທີ 20 ກໍລະກົດ 2021 ນີ້, ຢູ່ທີ່ສະໂມສອນຫ້ອງ ວ່າການກະຊວງປ້ອງກັນປະເທດ ໂດຍການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ, ຫົວໜ້າກົມໃຫຍ່ ການເມືອງເມືອງກອງທັບ, ມີ ບັນດາສະຫາຍຄະນະນຳກະ ຊວງ, ຄະນະນຳກົມໃຫຍ່, ຫ້ອງ ວ່າການ ແລະ ບັນດາສະຫາຍທີ່ໄດ້ ຮັບໜ້າທີ່ໃໝ່ ເຂົ້າຮ່ວມ. ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການ ເມືອງກອງທັບ ໄດ້ຂຶ້ນຜ່ານດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ການແຕ່ງຕັ້ງຮອງຫົວໜ້າກົມ ໃຫຍ່ການເມືອງກອງທັບ ແລະ ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບ, ໃນນີ້ ນາຍົກລັດຖະ ມົນຕີອອກດຳລັດແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ເປັນ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ, ແຕ່ງຕັ້ງ ສະຫາຍ ພົນ ຈັດຕະວາ ພັນແສງ ບຸນພັນ ເປັນ ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບ.

อาจเป็นรูปภาพของ 1 คน และสถานที่ในร่ม

ພ້ອມນັ້ນ ກໍໄດ້ ຜ່ານຂໍ້ຕົກລົງຂອງກະຊວງປ້ອງ ກັນປະເທດ ວ່າດ້ວຍ ການແຕ່ງຕັ້ງ ຫົວໜ້າກົມພະນັກງານ ກົມໃຫຍ່ ການເມືອງກອງທັບ, ແຕ່ງຕັ້ງຫົວ ໜ້າກົມອົບຮົບ ກົມໃຫຍ່ເສນາທິ ການກອງທັບ ແລະ ແຕ່ງຕັ້ງຫົວ ໜ້າກົມນະໂຍບາຍ ກົມໃຫຍ່ການ ເມືອງກອງທັບ ໃນນີ້, ກະຊວງ ປ້ອງກັນປະເທດຕົກລົງແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ສີທາ ດວງ ມາລາ ກຳມະການຄະນະພັກກະ ຊວງ ເປັນຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ, ແຕ່ງຕັ້ງ ສະຫາຍ ພັນເອກ ສີປະ ເສີດ ບຸນປະກອບ ເປັນຫົວໜ້າກົມ ອົບຮົບ ກົມໃຫຍ່ເສນາທິການ ກອງທັບ, ແຕ່ງຕັ້ງ ສະຫາຍ ພັນ ເອກ ວັນນະວົງ ນັນທະວົງ ເປັນ ຫົວໜ້າກົມນະໂຍບາຍກົມໃຫຍ່ ການເມືອງກອງທັບ.

ໂອກາດນີ້ ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກໍໄດ້ໂອ້ລົມ ຫຼາຍບັນຫາທີ່ສຳຄັນ ພ້ອມທັງ ຮຽກຮ້ອງໃຫ້ບັນດາສະຫາຍທີ່ໄດ້ ຮັບໜ້າທີ່ໃໝ່ ພ້ອມກັນສືບຕໍ່ຄົ້ນ ຄວ້າບັນດາແນວທາງນະໂຍບາຍ, ມະຕິ, ຂໍ້ກຳນົດກົດລະບຽບ ຂອງລັດ ແລະ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນ ປະເທດວາງອອກມາເປັນບ່ອນ ອີງຕົ້ນຕໍ ຫັນເປັນແຜນງານ, ເປັນ ແຜນວຽກ, ໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງຂອງກົມກອງ, ສືບຕໍ່ນຳພາກົມກອງຂອງຕົນເອງ ດຳເນີນການສຶກສາອົບຮົບການ ເມືອງ-ນຳພາແນວຄິດໃຫ້ທົ່ວເຖິງ ທຸກເປົ້າໝາຍດ້ວຍຫຼາຍຮູບການ ແລະ ເຮັດເປັນປະຈຳ, ເພີ່ມທະວີ ຄວາມເປັນເຈົ້າການຕໍ່ໜ້າທີ່ການ ເມືອງທີ່ໄດ້ຮັບມອບໝາຍ, ຮັດ ແໜ້ນຄວາມສາມັກຄີເປັນປຶກ ແຜນພາຍໃນໝູ່ຄະນະ ບົນພື້ນ ຖານແນວທາງນະໂຍບາຍຂອງ ພັກ, ລະບຽບກົດໝາຍຂອງລັດ, ເຝິກຝົນຫຼໍ່ຫຼອມຕົນເອງ ເພື່ອຍົກ ສູງຄຸນນະພາບວຽກງານຮອບ ດ້ານຂອງຕົນ ແລະ ປະຕິບັດແນວ ທາງການຕ່າງປະເທດຮ່ວມມືກັບ ເພື່ອນມິດຍຸດທະສາດເພື່ອຍາດ ແຍ່ງເອົາທຶນຊ່ວຍເຫຼືອ ແລະ ວິຊາ ການດ້ານຕ່າງໆມາພັດທະນາກົມກອງ, ອົງການຂອງຕົນໃຫ້ເຕີບ ໃຫຍ່ເຂັ້ມແຂງ ແລະ ທັນສະໄໝ.


ໂດຍ: ເພັດ ສົມນໍວັນ

ຂ່າວສານບ້ານເມືອງ

Post navigation

Previous Post: ນາຍົກລັດຖະມົນຕີ ຖະແຫລງກ່ຽວ ກັບການສືບຕໍ່ປະຕິບັດມາດຕະການສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດ ໂ ຄ ວິ ດ
Next Post: ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 153ຄົນ

Related Posts

ຈັບມາລົງໂທດອີກຄົນ ປອມເຟສແອບອ້າງເປັນບຸກຄົນອື່ນ ເພື່ອນໍາໄປຕົ້ມຕຸນເອົາເງິນ ຂ່າວສານບ້ານເມືອງ
ລາຄາ ເຂົ້າ, ຊີ້ນ, ປາ ຢູ່ ບາງຕະຫລາດໃນນະຄອນຫລວງ ຍັງຢູ່ເກນປົກກະຕິ ຂ່າວສານບ້ານເມືອງ
ການນໍາແຂວງໄຊສົມບູນ ຕ້ອນຮັບສະຫາຍ ນາງ ປານີ ຢ່າທໍ່ຕູ້, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ຂ່າວສານບ້ານເມືອງ
ໄຟໄໝ້ເທັກ ເຂດທາງອາຊຽນ (T2) ມີຄລິບ ຂ່າວສານບ້ານເມືອງ
ສະຫຼົດໃຈ! ລົດພ່ວງຕໍາກັບລົດແກ່ເຄື່ອງໝໍ້ໄຟ ເສຍຊິວິດຄາທີ່ 1 ຄົນ ທີ່ ທ່າແຂກ ຂ່າວສານບ້ານເມືອງ
ຄັດເລືອກເອົາລັດຖະກອນຄູ 60 ຈາກຜູ້ເຂົ້າເສັງ 1.145 ຄົນ ທີ່ສະຫວັນນະເຂດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme