Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຂອບໃຈເດີ້! ລັດຖະບານຍີ່ປຸ່ນປະກາດສະໜອງວັກຊີນໃຫ້ແກ່ ສປປ.ລາວ ຈໍານວນ 600,000 ຫຼອດ

Posted on 13/07/202113/07/2021 By News No Comments on ຂອບໃຈເດີ້! ລັດຖະບານຍີ່ປຸ່ນປະກາດສະໜອງວັກຊີນໃຫ້ແກ່ ສປປ.ລາວ ຈໍານວນ 600,000 ຫຼອດ

13 ກໍລະກົດ 2021, ພະນະທ່ານ ໂມເຕງິ ໂທຊິມິດຊຶ, ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນໄດ້ປະກາດໃຫ້ຮູ້ວ່າ ປະເທດຍີ່ປຸ່ນເຫັນດີສະໜອງວັກຊີນອາຊຕຣ້າເຊເນກ້າທີ່ຜະລິດໃນຍີ່ປຸ່ນຈຳນວນ 600,000 ໂດສໃຫ້ແກ່ປະຊາຊົນລາວ.

ວັກຊີນດັ່ງກ່າວຈະຖືກມອບຜ່ານໂຄງການ COVAX Facility ແລະ ຈະຖືກສົ່ງມາຍັງ ສປປ.ລາວ ໂດຍໄວທີ່ສຸດພາຍຫຼັງສຳເລັດການປະສານງານດ້ານການຂົນສົ່ງທີ່ຈຳເປັນ. ປະເທດລາວແມ່ນໜຶ່ງໃນຫຼາຍປະເທດໃນຂົງເຂດອາຊີປາຊີຟິກທີ່ໄດ້ຮັບການຊ່ວຍເຫຼືອດ້ານວັກຊີນຈາກປະເທດຍີ່ປຸ່ນ.

ມາຮອດປະຈຸບັນ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອໃຫ້ແກ່ ສປປ.ລາວ ເປັນຈໍານວນຫຼວງຫຼາຍໃນການຕໍ່ສູ້ກັບພະຍາດໂຄວິດ-19 ເຊິ່ງໃນນັ້ນລວມມີອຸປະກອນການແພດ, ຊຸດປ້ອງກັນ PPEs ແລະ ວັກຊີນ. ພ້ອມດຽວກັນນັ້ນ, ປະເທດຍີ່ປຸ່ນຍັງໄດ້ເອົາໃຈໃສ່ໃນການປັບປຸງລະບົບຂົນສົ່ງເຢັນໃນປະເທດລາວນໍາອີກໂດຍການມອບຕູ້ເຢັນ ແລະ ຕູ້ແຊ່ ທີ່ຢູ່ພາຍໃຕ້ໂຄງການທີ່ມີຊື່ວ່າ “ການສົ່ງເສີມການສົ່ງວັກຊີນໃຫ້ທົ່ວເຖິງ”.

Source: Japan MOFA Official Youtube

https://www.facebook.com/302996599826018/posts/3970689069723401/

ແລະ Embassy of Japan in Laos ສະຖານທູດຍີ່ປຸ່ນປະຈໍາ ສປປລາວ

ຂ່າວສານບ້ານເມືອງ

Post navigation

Previous Post: ເຫັນແລ້ວບອກຕໍ່! ໃຫ້ເຝົ້າລະວັງຝົນຕົກໜັກໃນແຕ່ລະພາກ ຊ່ວງໄລຍະ 14ຫາ18 ກໍລະກົດນີ້
Next Post: ເປີດແລ້ວ! ໂຮງໝໍກະເສມລາດ ທັນສະໄໝ ພ້ອມໃຫ້ບໍລິການ

Related Posts

ເຈົ້າແຂວງສາລະວັນ ເນັ້ນໃຫ້ພະນັກງານປະຈຳສູນຈຳກັດບໍລິເວນ ສຸມໃສ່ປະຕິບັດໜ້າທີ່ໃຫ້ຮອບດ້ານ ຂ່າວສານບ້ານເມືອງ
ຮອດລາວແລ້ວ! ເຮືອບິນ ນຳສົ່ງເຄື່ອງຊ່ວຍເຫຼືອ ຈາກ ສ.ອາເມລິກາ ຂ່າວສານບ້ານເມືອງ
ຂ່າວດ່ວນ! ລາວພົບຜູ້ຕິດເຊື້ອໂຄວິດ +17ຄົນ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ພົບຜູ້ຕິດເຊື້ອໃໝ່ +3ຄົນ ຂ່າວສານບ້ານເມືອງ
ທະຫານແຂວງຫຼວງນໍ້າທາ ເຜີຍແຜ່ເຊື່ອມຊຶມມະຕິຂອງກົມການເມືອງສູນກາງພັກ ຂ່າວສານບ້ານເມືອງ
ເຈົ້າແຂວງ ສະຫວັນນະເຂດ ສັ່ງການ ເຂັ້ມງວດ ຄຸ້ມຄອງການນໍາໃຊ້ເຮືອປະເພດຕ່າງໆຕາມລໍາແມ່ນໍ້າຂອງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme