ວັນທີ12/07/2021ເວລາ 21:41ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດຈັກຕຳກັບລົດໃຫຍ່.

ຈຸດເກີດເຫດແມ່ນເສັ້ນທາງ450ປີເຂດບ້ານໂຊກໃຫຍ່.
ໜ່ວຍກູ້ໄພອອກກວດສອບເຫດພົບຜູ້ເສຍຊີວິດ1 ຄົນ:

ເພດຊາຍ ອາຍຸ 29 ປີ ອາຊີບຄ້າຂາຍ ບ້ານໄຊສະຫວ່າງ ເມືອງໄຊທານີແຂວງນະຄອນຫລວງວຽງຈັນ. ອາການເບື້ອງຕົ້ນແມ່ນກະທົບຫົວ,ຄາງຫັກແລະຂາເບື້ອງຂວາຫັກ ເ ສ ຍ ຊີ ວິ ດຄ າ ທີ່

ດັ່ງນັ້ນທາງຫນ່ວຍກູ້ໄພ1623ຈຶ່ງໄດ້ທຳການມ້ຽນສົບຜູ້ເສຍຊີວິດແລ້ວນຳສົ່ງໃຫ້ຄອບຄົວແລະຍາດຕິພີ່ນ້ອງເພື່ອເຮັດພິທີທາງສະສະຫນາ.

ຂໍສະແດງຄວາມເສຍໃຈກັບການສູນເສຍຄັ້ງນີ້ດ້ວຍ.


ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ