Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປາບຍົກແກ້ງ ຈັ ບຫົວໂປ່ແກ້ງລັ ກລົດຈັກ ຂາຍພັກພວກອີກ 27 ຄົນ

Posted on 10/07/202110/07/2021 By News No Comments on ປາບຍົກແກ້ງ ຈັ ບຫົວໂປ່ແກ້ງລັ ກລົດຈັກ ຂາຍພັກພວກອີກ 27 ຄົນ

ໜ່ວຍສະເພາະກິດ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ອອກໄລ່ລ້າຈັບກຸມ ກຸ່ມແກ້ງເຄື່ອນໄຫວລັກລົດຈັກ ຢູ່ເຂດເມືອງສີໂຄດຕະບອງ ຢ່າງບໍ່ລົດລະ ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ຖືກເສຍຫາຍຢ່າງຕໍ່ເນື່ອງ; ຮອດວັນທີ 1 ມີນາ 2021 ສາມາດສະແດງໂຕເຂົ້າຈັບກຸມຫົວໂປ່ໂຕການໄດ້ 1 ຄົນ ຄື: ທ້າວ ອຸ້ຍສ່ຽວປໍ້ ຢູ່ບ້ານໂພນສະຫວາດ ເມືອງສີໂຄດຕະບອງ. ຂະນະທີ່ຜູ້ກ່ຽວໃຫ້ປາກຄໍາ ເຈົ້າໜ້າທີ່ສືບຕໍ່ຂະຫຍາຍຜົນ ສາມາດຈັບກຸ່ມແກ້ງຮ່ວມຂະບວນການອີກ 27 ຄົນ, ໃນນີ້, ມີຜູ້ເຄື່ອນໄຫວລັກລົດຈັກ 13 ຄົນ ແລະ ຜູ້ຮັບຊື້ຂາຍອີກ 15 ຄົນ, ຍິງ 4 ຄົນ.

ພັທ ສອນເພັດ ພິຈິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ ໄດ້ເປີດເຜີຍວ່າ: ຕໍ່ກັບສະພາບຄົນຮ້າຍລັກລົດຈັກ ຢູ່ພື້ນທີ່ເມືອງສີໂຄດຕະບອງ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ພວກເຮົາໄດ້ມີການຕິດຕາມຢ່າງຕໍ່ເນື່ອງ ແລະ ໃນທີ່ສຸດກໍ່ສາມາດມ້າງກຸ່ມໃຫຍ່ນີ້ໄດ້ ເຊິ່ງຜ່ານການສອບສວນຂອງເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ເຫັນວ່າ: ການເຄື່ອນໄຫວລັ ກຊັ ບ ແລະ ຊື້ຂາຍຊັບຂອງພົນລະເມືອງທີ່ຜິດກົດໝາຍຂອງກຸ່ມ ທ້າວ ອຸ້ຍສ່ຽວປໍ້ ຍັງມີການພົວພັນກວ້າງຂວາງກັບອີກຫຼາຍກຸ່ມແກ້ງໃນການລັກ ແລະ ຊື້ຂາຍຊັບ ( ລົດຈັກ ), ປັດຈຸບັນນີ້, ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ຍັງສືບຕໍ່ເປີດກວ້າງຂະຫຍາຍຜົນໄລ່ຊອກໄລ່ຈັບກຸ່ມແກ້ງພັກພວກຮ່ວມຂະບວນການ ທີ່ມີການພົວພັນເຄື່ອນໄຫວລັກຊັບຂອງພົນລະເມືອງ ໃນພື້ນທີ່ນະຄອນຫຼວງວຽງຈັນ ແລະ ຕ່າງແຂວງມາດໍາເນີນຄະດີຕາມກົດໝາຍ.

.

ຕໍ່ກັບລົດຈັກທີ່ເກັບກູ້ຄືນມາໄດ້ນັ້ນມີ 28 ຄັນ, ໃນນີ້, ມີລົດຈັກ ຮອນດ້າເວບ 100 ຈໍານວນ 12 ຄັນ, ຄິກໄອ 2 ຄັນ, ເທນ້າ 1 ຄັນ, ໂຊນິກ 1 ຄັນ, ຊີບີອາ 1 ຄັນ, ເອັມເອັດເອັກ 1 ຄັນ, ສະເຕັບ 1 ຄັນ, ສະມາຍ 1 ຄັນ, ເວບລີຟານ 4 ຄັນ, ພີໂນ້ 2 ຄັນ, ຄິກມີໂມຕ້າ 1 ຄັນ ແລະ ສະເກມ 1 ຄັນ ແມ່ນໄດ້ມອບໃຫ້ເຈົ້າຂອງເດີມໃນວັນທີ 8 ກໍລະກົດ 2021 ກ່າວມອບໂດຍ ພັທ ສອນເພັດ ພິຈິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ ນວ.

อาจเป็นรูปภาพของ 1 คน, รถจักรยานยนต์ และกลางแจ้ง

ເບິ່ງຂ່າວ

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດ່ວນ! ນຳຈັບແຮງງານລາວຈາກຝັ່ງໄທ
Next Post: ແຊງບໍ່ຮັບປະກັນ ເ ສ ຍ ຊີ ວິ ດ ຄ າ ທີ່ 1 ຄົນ ບ າ ດ ເ ຈັ ບ 2 ຄົນ

Related Posts

ປະຊາຊົນ 2ບ້ານ ໃນເມືອງພີນ ສາມັກຄີກໍ່ສ້າງຂົວ ດ້ວຍງົບຈາກ ທລຍ 250ລ້ານກີບ ຂ່າວສານບ້ານເມືອງ
ພະແນກ ຖວທ ແຂວງບໍ່ແກ້ວ ທໍາລາຍຕູ້ເກມ ທີ່ນຳເຂົ້າ ແລະ ເຄື່ອນໄຫວບໍ່ຖືກຕ້ອງ ຂ່າວສານບ້ານເມືອງ
ຄະນະສະເພາະກິດ ນະຄອນ ໄກສອນ ພົມວິຫານລົງກວດກາເຮືອຢູ່ຕາມລຳແມ່ນ້ຳຂອງທຸກລໍາ ຂ່າວສານບ້ານເມືອງ
ລັດຖະມົນຕີ 4 ກະຊວງ ຊີ້ແຈງຫລາຍບັນຫາຕໍ່ສະມາຊິກສະພາແຫ່ງຊາດ ຂ່າວສານບ້ານເມືອງ
ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນເມສາ ຄົ້ນຄວ້າພິຈາລະນາຫລາຍບັນຫາສໍາຄັນ ຂ່າວສານບ້ານເມືອງ
ມອບ-ຮັບໜ້າທີ່ປະທານສະພາບໍລິຫານ ທະນາຄານແຫ່ງ ສປປ ລາວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme