Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຂັ້ມງວດລາດຕະເວນຕາມຊາຍແດນຂຶ້ນຫຼັງຈາກພົບໂຄວິດສາຍພັນເດວຕາຈາກແຮງງານນໍາເຂົ້າ

Posted on 09/07/202109/07/2021 By News No Comments on ເຂັ້ມງວດລາດຕະເວນຕາມຊາຍແດນຂຶ້ນຫຼັງຈາກພົບໂຄວິດສາຍພັນເດວຕາຈາກແຮງງານນໍາເຂົ້າ

ການປ້ອງກັນພະຍາດ ໂ ຄ ວິ ດ ຖືເປັນໜຶ່ງບັນຫາສຳຄັນທີ່ລັດຖະບານຕ້ອງເອົາໃຈໃສ່ເປັນພິເສດບໍ່ ເຊິ່ງໃນກອງປະຊຸມເປີດກວ້າງ ຄັ້ງທີ 1 ປີ 2021 ຂອງລັດຖະບານ ຊຸດ IX ທີ່ຈັດຂຶ້ນຢູ່ນະຄອນຫລວງວຽງຈັນໃນລະ ຫວ່າງວັນທີ 6-8 ກໍລະກົດ 2021 ກໍ່ໄດ້ມີການຕີລາຄາການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະ ບາດຂອງພະຍາດ ໂ ຄ ວິ ດ ໃນໄລຍະ 6 ເດືອນຕົ້ນປີ 2021 ກອງປະຊຸມເຫັນດີດ້ານຫຼັກການຮັບຮອງບົດລາຍງານດັ່ງກ່າວ, ພ້ອມທັງ ຊົມເຊີຍທຸກພາກສ່ວນໃນສັງຄົມ ທີ່ມີສ່ວນຮ່ວມໃນວຽກງານດັ່ງກ່າວ ດ້ວຍຄວາມເປັນເຈົ້າການ, ມີຫົວຄິດປະດິດສ້າງ ແລະ ມີຄວາມຮັບຜິດຊອບສູງໃນການຈັດ ຕັ້ງຜັນຂະຫຍາຍນິຕິກຳ ກໍ່ຄືການປະຕິບັດມາດຕະການຕ່າງໆ ມີປະສິດ ທິພາບ ແລະປະສິດທິຜົນດີສົມຄວນ, ລວມທັງການປະກອບສ່ວນຊ່ວຍ ເຫຼືອຊຸກຍູ້ເປັນເງິນ ແລະ ວັດຖຸໃຫ້ແກ່ພາກລັດ ແລະ ສັງຄົມໃນການແກ້ໄຂ ແລະ ບັນເທົາຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂ ຄ ວິ ດ

ຢ່າງໃດກໍ່ຕາມ ອີງຕາມການປະເມີນສະພາບການລະບາດຂອງພະຍາດ COVID-19 ໃນປະຈຸບັນ, ເຖິງວ່າຕົວເລກການລະບາດຢູ່ພາຍໃນປະເທດສືບຕໍ່ຫຼຸດລົງ, ແຕ່ຍັງມີຄວາມສ່ຽງ ເນື່ອງຈາກສະພາບການລະບາດຢູ່ປະເທດໃກ້ຄຽງຍັງສືບຕໍ່ເພີ່ມຂື້ນ. ນອກຈາກນີ້ ຢູ່ປະເທດເຮົາ ໄດ້ກວດພົບການຕິດເຊື້ອສາຍພັນເດວຕາ ຈາກການນໍາເຂົ້າ ຊຶ່ງເປັນສາຍພັນທີ່ແຜ່ເຊື້ອໄວກວ່າສາຍພັນດັ້ງເດີມ. ພ້ອມນີ້ ແຮງງານລາວທີ່ຢູ່ປະເທດໃກ້ຄຽງມີຄວາມຕ້ອງ ການກັບຄືນມາລາວເພີ່ມຂຶ້ນ, ສະນັ້ນ ຕ້ອງໄດ້ສືບຕໍ່ເພີ່ມທະວີການລາດຕະ ເວນຕາມຊາຍແດນບໍ່ໃຫ້ມີການລັກລອບເຂົ້າປະເທດ, ແນໃສ່ໃຫ້ມີການກັບຄືນປະເທດຕາມດ່ານທາງການທີ່ລັດຖະບານກໍານົດ.

ດັ່ງນັ້ນ, ກອງປະຊຸມ ໄດ້ຊີ້ນຳໃນ 6 ເດືອນຕໍ່ຈາກນີ້ຄືໃຫ້ສືບຕໍ່ເອົາໃຈໃສ່ບາງຈຸດ ໃຫ້ສະມາຊິກລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ ສືບຕໍ່ເອົາໃຈໃສ່ແກ້ໄຂການແຜ່ລະບາດ ຂອງພະຍາດໂ ຄ ວິ ດ ດ້ວຍຄວາມເຄັ່ງຮ້ອນ, ເຂັ້ມງວດ ແລະ ເດັດຂາດ; ຈັດຕັ້ງຜັນຂະຫຍາຍມາດຕະການຂອງລັດຖະບານ ແລະ ຄະນະສະເພາະກິດ ເຂົ້າສູ່ຂົງເຂດວຽກງານ ແລະ ທ້ອງຖິ່ນຂອງຕົນ ດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງບົນຈິດ ໃຈປະດິດສ້າງ, ກ້າຄິດ, ກ້າ ເຮັດ ແລະ ກ້າຮັບຜິດຊອບ ເພື່ອຕັດວົງຈອນການແຜ່ລະບາດທຸກຮູບແບບຢ່າງແທດເໝາະ.

ສືບຕໍ່ເກັບຕົວຢ່າງ ເພື່ອຄົ້ນຫາຜູ້ຕິດເຊື້ອໃຫ້ໄດ້ທັງໝົດ ເພື່ອເຂົ້າຮັບການປິ່ນປົວໂດຍໄວ; ສືບຕໍ່ສຸມໃສ່ປິ່ນປົວຜູ້ຕິດເຊື້ອໃຫ້ຫາຍດີ ແລະ ມີຜູ້ເສຍຊີວິດໜ້ອຍທີ່ສຸດ, ສັກວັກຊິນປ້ອງກັນໃຫ້ປະຊາຊົນ ຕາມແຜນທີ່ວາງໄວ້ ພ້ອມດຽວກັນນີ້ ຕ້ອງສືບຕໍ່ເພີ່ມທະວີວຽກງານໂຄສະນາ ຖະແຫຼງຂ່າວ ເຜີຍແຜ່ ຂໍ້ມູນຂ່າວ ຄຽງຄູ່ກັບການເພີ່ມທະວີສຶກສາອົບຮົມ ປຸກລະດົມໃຫ້ສັງຄົມໄດ້ຮັບຮູ້ເຂົ້າ ໃຈຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ພ້ອມກັນເຂົ້າຮ່ວມ ປະຕິບັດມາດຕະການຕ່າງໆ ຢ່າງເຂັ້ມງວດ.

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 68ຄົນ
Next Post: ແຂວງຈຳປາສັກຕ້ອງການຄວາມຊ່ວຍເຫຼືອ ໃນການຮອງຮັບຜູ້ຕິດຊື້ອໂຄວິດ ແລະ ແຮງງານລາວກັບຄືນປະເທດ

Related Posts

ສະຫາຍ ທອງລຸນ ສິສຸລິດ ຖືກເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວສະໄໝທີ 11 ຂ່າວສານບ້ານເມືອງ
ດ່ວນທ່ານນາຍົກເຫັນດີເອົາວັນທີ 1 ມັງກອນ 2022 ເປັນມື້ເປີດຮັບນັກທ່ອງທ່ຽວພື້ນທີ່ສີຂຽວປອດໂຄວິດ ຂ່າວສານບ້ານເມືອງ
ເຈົ້າແຂວງໄຊຍະບູລີ ລົງຕິດຕາມການກໍ່ສ້າງທາງເບຕົງບ້ານວັງປາ ຂ່າວສານບ້ານເມືອງ
ກອງປະຊຸມທາງໄກລັດຖະມົນຮັບຜິດ ຊອບວຽກງານຖະແຫຼງຂ່າວອາຊຽນ ຂ່າວສານບ້ານເມືອງ
ກົມຕໍາຫຼວດຈະລາຈອນຊີ້ແຈງບັນຫາການຕັ້ງຈຸດກວດກາຢູ່ເຂດເມືອງທ່າພະບາດ ຂ່າວສານບ້ານເມືອງ
ຈັບຍິງສອງຄົນຂົນຢາເຕັມກະບະສອງຄັນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme