Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປີນີ້ ທົ່ວປະເທດຈະປ່ອຍປາໃຫ້ໄດ້ 58 ລ້ານໂຕ

Posted on 08/07/202108/07/2021 By News No Comments on ປີນີ້ ທົ່ວປະເທດຈະປ່ອຍປາໃຫ້ໄດ້ 58 ລ້ານໂຕ

ທົ່ວປະເທດ ກຽມປ່ອຍປາ 58 ລ້ານໂຕ ເພື່ອຄືນຄວາມອຸດົມສົມບູນລົງສູ່ແຫຼ່ງນໍ້າ ໃຫ້ໄດ້ 58 ລ້ານໂຕ ເນື່ອງໃນໂອກາດສະເຫລີມສະຫລອງວັນປ່ອຍປາ ແລະ ອະນຸລັກສັດນ້ຳ ແລະ ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ ພາຍໃຕ້ມາດຕະການປ້ອງກັນພະຍາດ ໂ ຄ ວິ ດ ແຕ່ສາມາດຮັບປະກັນໄດ້ທາງດ້ານເນື້ອໃນ ແລະ ຮູບການ.

อาจเป็นรูปภาพของ 16 คน, ผู้คนกำลังยืน, กลางแจ้ง และข้อความ

ທ່ານ ບຸນປອນ ແສງທອງ, ຮັກສາການຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະປ່າໄມ້ ແຈ້ງໃຫ້ຮູ້ວ່າ: ການສະເຫລີມສະຫລອງວັນປ່ອຍປາ ແລະ ອະນຸລັກສັດນ້ຳ ແລະ ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດປີນີ້ ຈະຈັດແບບກະທັດຮັດ, ເບົາບາງ, ປະຢັດມັດທະຍັດ ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ19 ແຕ່ຮັບປະກັນໄດ້ທາງດ້ານເນື້ອໃນ ແລະ ຈຸດ ປະສົງຕົ້ນຕໍຂອງວັນທີ່ມີຄວາມໝາຍສຳຄັນນີ້ ແນ່ໃສ່ເພີ່ມຄວາມອຸດົມສົມ ບູນໃຫ້ປະຊາກອນສັດນໍ້າ ແລະສັດປ່າ ທີ່ເປັນມໍລະດົກທາງທຳມະຊາດໃຫ້ໄດ້ຮັບການປົກປັກຮັກສາ ແລະຊົມໃຊ້ຢ່າງຍືນຍົງ.

อาจเป็นรูปภาพของ 7 คน, ผู้คนกำลังนั่ง, ผู้คนกำลังยืน และแหล่งน้ำ

ທ່ານໃຫ້ຮູ້ຕື່ມວ່າ: ສຳລັບກິດຈະກຳປ່ອຍປາເພື່ອສະເຫລີມສະຫລອງວັນປ່ອຍປາ ແລະ ອະນຸລັກສັດນ້ຳ ແລະ ສັດປ່າແຫ່ງຊາດ ປີນີ້, ກົມປ່າໄມ້ ແລະ ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງ ຈະປ່ອຍປາທັງໝົດ 50.000 ໂຕ ໃນນີ້ ມີປາປາກ 20.000 ໂຕ, ປາໃນ 15.000 ໂຕ ແລະ ປານວນຈັນ 15.000 ໂຕ, ທີ່ສູນຝຶກອົບຮົມປ່າ ໄມ້ (ຫ້ວຍປ່າມ້ອມ), ເມືອງຫີນເຫີບ, ແຂວງວຽງຈັນ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และแหล่งน้ำ

ປີ 2020 ຜ່ານມາ ທົ່ວປະເທດປ່ອຍປາ ທັງໝົດ 55 ລ້ານໂຕ ຄຽງຄູ່ກັບການປ່ອຍສັດປ່າ ເຊັ່ນ: ນົກ, ສັດເລື່ອຄານ ແລະ ສັດປະເພດອື່ນໆ.

ຂ່າວ: ຈັນທະສອນ ສີຫານາດ

ພາບປະກອບ

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ

ຂ່າວສານບ້ານເມືອງ

Post navigation

Previous Post: ຄະນະສະເພາະກິດແຂວງໄຊສົມບູນ ສືບຕໍ່ລົງໂຄສະນາເຄື່ອນທີ່ ຢູ່ເຂດ 516 ເມືອງລ້ອງຊານ
Next Post: ເກັ່ງແນວບໍ່ເກັ່ງ! ໂຈນລັກລົດຈັກ ໃຊ້ເວລາບໍ່ຮອດ 10 ວິນາທີ ລອ໋ກຄໍລົດກາເອົາບໍ່ຢູ່

Related Posts

ສໍ້ ໂ ກ ງ ເງິນເກືອບ 300 ລ້ານ ດ້ວຍຮູບການຕົວະແລ່ນເຂົ້າເປັນລັດຖະກອນ ແລະ ຮັບເງິນບຳນານ ຂ່າວສານບ້ານເມືອງ
ກວດລ້າງຜີບ້ານ! ລໍ້ຈັບຊັ້ນພັນໂທພົວພັນສິ່ງຜິດກົດໝາຍ ຂ່າວສານບ້ານເມືອງ
ຊົມເຊີຍ! ນໍ້າປະປາແຂວງຈໍາປາສັກ ແຈ້ງການຫຼຸດຄ່ານໍ້າ 5% ເປັນເວລາ 3 ເດືອນ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 1249ຄົນ ຂ່າວສານບ້ານເມືອງ
ອ່າງນໍ້າງຶ່ມປີນີ້ ຍັງສາມາດຮອງຮັບປະລິມານນໍ້າໄດ້ຫຼາຍ ຂ່າວສານບ້ານເມືອງ
ຮັບຮອງເອົາ ບໍລິສັດ ຕິດຕັ້ງໂປຣແກຣມບັນຊີ ແລະ ໃບເກັບເງິນເຂົ້າໃນລະບົບອາກອນມູນຄ່າເພີ່ມ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme