Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພະແນກຍຸຕິທຳແຂວງອັດຕະປືມອບວັດຖຸ ແລະ ພາຫະນະ ເຂົ້າເປັນຊັບສິນຂອງລັດ

Posted on 07/07/202107/07/2021 By News No Comments on ພະແນກຍຸຕິທຳແຂວງອັດຕະປືມອບວັດຖຸ ແລະ ພາຫະນະ ເຂົ້າເປັນຊັບສິນຂອງລັດ

ໂດຍອີງຕາມກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ສະບັບປັບປຸງ ປີ 2008, ມາດຕາ 11, ຄຳຕັດສິນຂອງສານ ສະບັບເລກທີ 006/ຂຕອ ລົງວັນທີ 23 ທັນວາ 2020, ຄຳຕັດສິນຂອງສານ ສະບັບເລກທີ 026/ຂຕອ ລົງວັນທີ 04 ມີນາ 2021, ຂໍ້ຕົກລົງຂອງຫົວໜ້າພະແນກຍຸຕິທຳແຂວງ ວ່າດ້ວຍ ການມອບຊັບສິນທີ່ສານຕັດສີນເປັນຂອງລັດ ໃຫ້ພະແນກການເງິນແຂວງ ຂຶ້ນຢ່າງເປັນທາງການໃນຕອນເຊົ້າ ວັນທີ 6 ກໍລະກົດ 2021 ນີ້ ຊຶ່ງມີພະແນກຍຸຕິທໍາແຂວງ, ພະແນກການເງິນແຂວງ,ຂະແໜງຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ຫ້ອງການຄຸ້ມຄອງຊັບສິນຂອງລັດ ແລະ ບັນດາພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.

อาจเป็นรูปภาพของ 9 คน, ผู้คนกำลังยืน และกลางแจ้ง

ຈຳນວນວັດຖຸ ແລະ ພາຫະນະທີ່ມອບ-ຮັບໃນຄັ້ງນີ້ມີ ຫີນອ່ອນປາໂກໄດ 5.004 ກິໂລກຼາມ, ພາຫະນະ (ປະເພດລົດດຸດ) 01 ຄັນ. ກ່າວມອບໂດຍ ທ່ານ ທິດສະໄໝ ຈັນທະກາລີ ຫົວໜ້າຂະແໜງຈັດຕັ້ງປະຕິບັດຄໍາຕັດສີນ ຂອງສານ ແລະ ຮັບໂດຍ ທ່ານ ສຸກສະຫວັນ ອ້ວນວິໄລ ຮອງຫົວໜ້າຂະແໜງຄຸ້ມຄອງຊັບສິນຂອງລັດ.

อาจเป็นรูปภาพของ กลางแจ้ง

ທັງນີ້ ກໍ່ເພື່ອປະຕິບັດຕາມຄຳຕັດສີນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ, ຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 07/ນຍ, ລົງວັນທີ 5 ເມສາ 2017 ວ່າດ້ວຍການຂື້ນບັນຊີເຕົ້າໂຮມຊັບສິນທີ່ສານຕັດສິນຮິບເປັນຂອງລັດ ເພື່ອເພີ່ມທະວີການຈັດຕັ້ງປະຕິບັດກົດໝາຍ, ລະບຽບການໃຫ້ມີຄວາມສັກສິດ ແນໃສ່ໃນການຄຸ້ມຊັບສິນປະເພດ, ເງິນ, ຄຳ, ວັດຖຸມີຄ່າອື່ນໆ ລວມທັງພາຫະນະ ແລະ ອຸປະກອນຕ່າງໆ ທີ່ສານຕັດສິນຮິບເປັນຂອງລັດ ໃຫ້ມາຂື້ນທະບຽນ ແລະ ຂື້ນບັນຊີຄຸ້ມຄອງລວມສູນ.

อาจเป็นรูปภาพของ กลางแจ้ง

ຂ່າວ-ພາບ: ທົງໄຊ

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ

ຂ່າວສານບ້ານເມືອງ

Post navigation

Previous Post: ກອງພັນ 94 ປິດຊຸດອົບຮົມທະຫານໃໝ່ ປະຈຳປີ 2021
Next Post: ຂ່າວປະຈໍາວັນ! ລາວເຮົາພົບຜູ້ຕິດເຊື້ອເພີ່ມໃໝ່ 44ຄົນ

Related Posts

ຊ່ວຍແດ່! ລົດຈົກຕັນທາງ ຫ້າມສັນຈອນ! ເສັ້ນທາງແຍກ 13 ໃຕ້ ບ້ານສອງຫ້ອງ-ບໍ່ໂພນຕິ້ວ-ບ້ານບໍ່ແໜງ ເມືອງຫີນບູນ ຂ່າວສານບ້ານເມືອງ
ສານອຸດົມໄຊ ຕັ ດ ສິ ນ 5 ເລື່ອງ ຂໍ້ ຫ າ ຄ້ າ ຂ າ ຍ ແລະ ມີ ຢ ໄ ວ້ໃ ນ ຄ ອ ບ ຄ ອ ງ ຂ່າວສານບ້ານເມືອງ
ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ປີ 2021 ຂ່າວສານບ້ານເມືອງ
ຊ່ວຍເຫຼືອຂັ້ນຕົ້ນຢ່າງຮີບດ່ວນ! ເມືອງໂຂງ ມີ 254 ຄອບຄົວໄດ້ຮັບຜົນກະທົບຈາກພະຍຸລະດູຮ້ອນ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 1004ຄົນ ຂ່າວສານບ້ານເມືອງ
ຕິດຕາມຂ່າວໂຄວິດລາວພົບຜູ້ຕິດເຊື້ອເພີ່ມ 508ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme