Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຢືນຢັນ! ໂດຍສານສາຍໃຕ້ເລີ່ມໃຫ້ບໍລິການມື້ນີ້

Posted on 05/07/202105/07/2021 By News No Comments on ຢືນຢັນ! ໂດຍສານສາຍໃຕ້ເລີ່ມໃຫ້ບໍລິການມື້ນີ້

ມາຮອດວັນທີ 4 ກໍລະກົດ 2021 ແມ່ນຄົບກຳນຳຂອງການລັອກດາວໃນຄັ້ງຜ່ານມາ ເຊິ່ງທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ, ຫົວໜ້າກອງເລຂາກ່ຽວກັບ ການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ໄດ້ຖະແຫຼງກ່ຽວກັບມາດຕະການຜ່ອນຜັນໃນໄລຍະ ວັນທີ 05 – 19 ກໍລະກົດ 2021.

ໃນນັ້ນສຳລັບການຈົນສົ່ງ ແມ່ນອະນຸຍາດໃຫ້ສືບຕໍ່ດຳເນີນການຂົນສົ່ງໂດຍສານທັງທາງບົກ, ທາງນໍ້າ ແລະ ທາງອາກາດ ລະຫວ່າງ ແຂວງຕໍ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນໄດ້ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ; ສຳລັບຜູ້ໂດຍສານ ເຂົ້າ-ອອກ ນະຄອນຫຼວງວຽງຈັນ ຫຼື ແຂວງທີ່ມີການລະບາດໃນຊຸມຊົນ ຕ້ອງແມ່ນຜູ້ທີ່ໄດ້ສັກວັກຊີນ ຄົບ 02 ເຂັມ ໂດຍບໍ່ຕ້ອງຂໍອະນຸຍາດແຂວງປາຍທາງ, ບໍ່ໃຫ້ມີການຈຳກັດບໍລິເວນ.

ແຕ່ການເດີນທາງຕ້ອງປະຕິບັດຕາມມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ, ການຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື ຄັກແນ່. ສຳລັບຄົນຕ່າງປະເທດທີ່ເດີນທາງເຂົ້າ ສປປ ລາວ ມີຈຸດປະສົງເດີນທາງໄປແຂວງອື່ນ ຕ້ອງແຈ້ງໜັງສືເດີນທາງ, ໃບຢັ້ງຢືນການຈຳກັດບໍລິເວນ ຄົບ 14 ວັນ ແລະ ໜັງສືອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ ຢູ່ແຂວງປາຍທາງ. ຍົກເວັ້ນຄົນຕ່າງປະເທດທີ່ເຮັດວຽກ ຫຼື ໄດ້ດຳລົງຊີວິດ ຢູ່ ສປປ ລາວ ມາໄລຍະໜຶ່ງແລ້ວ ແມ່ນໃຫ້ປະຕິບັດຄືກັນກັບພົນລະເມືອງລາວ.

ຂະນະທີ່ສະຖານີຂົນໂດຍສານສາຍໃຕ້ ໜຶ່ງໃນຈຸດບໍລິການມວນຊົນໂພສລົງໃນເພຈຂອງສະຖານີວ່າ ວັນທີ 5/7/2021 ເປັນຕົ້ນໄປແມ່ນຜູ້ໂດຍສານທີ່ຈະເດີນທາງໄປຕ່າງແຂວງສາມາດໂທສອບຖາມ ຂໍ້ມູນ ລາຍລະອຽດກ່ຽວກັບສາຍທາງ ແລະ ເງື່ອນໄຂຕ່າງໆ ໃນການເດີນທາງໄດ້ທີ່ ເບີ 020 77766651.

ແນວໃດກໍ່ຕາມ ນັ້ນເປັນພຽງເບີດຽວເຮັດໃຫ້ປະຊາຊົນທີ່ຢາກເດີນທາງໂທໄປບໍໄດ້ລົມສາຍ ເພື່ອຮູ້ລາຍລະອຽດ ດັ່ງນັ້ນ ຫຼາຍຄົນແມ່ນຮຽກຮ້ອງໃຫ້ມີການເພີ່ມເບີໂທລະສັບ ເພື່ອບໍ່ໃຫ້ໂທຕຳກັນຈຳນວນເປັນນັບຮ້ອຍໆຄົນໃນເວລາດຽວກັນ ຍ້ອນຄົນທີ່ຕົກຄ້າງຢູ່ຄອນຫຼວງວຽງຈັນກໍ່ຫຼາຍ, ຄົນທີ່ຢາກໄປທຸລະສ່ວນຕົວກໍ່ຫຼາຍ.

ຂໍໃຫ້ທຸກຄົນໄດ້ເດີນທາງໄປເຖິງຈຸດໝາຍຢ່າງປອດໄພ ແລະປອດໂຕວິດ ເພາະຕອນນີ້ທຸກບ່ອນແມ່ນຍັງມີຄວາມສ່ຽງ ການດຳລົງຊີວິດປົກກະຕິແບບໃໝ່ຈິ່ງຈຳເປັນສະເໝີ ການເດີນທາງຮ່ວມກັບຫຼາຍຄົນຍິ່ງມີຄວາມຈຳເປັນທີ່ສຸດ.

.

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ

ຂ່າວສານບ້ານເມືອງ

Post navigation

Previous Post: ຄະນະບໍລິຫານງານໜຸ່ມແຂວງບໍ່ແກ້ວ ມອບເຄື່ອງ ຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ ຢູ່ເມືອງຜາອຸດົມ
Next Post: ແຕ່ງຕັ້ງ ທ່ານນາງ ປະລິນຍາເອກ ສີສຸກ ວົງວິຈິດ ເປັນຮອງລັດຖະມົນຕີ ສສກ

Related Posts

ປິດບັ້ນຝຶກອົບຮົມຫັດແອບ ກໍາລັງປະກອບອາວຸດ ທົ່ວກອງບັນຊາການທະຫານເມືອງອະນຸວົງ ຂ່າວສານບ້ານເມືອງ
ມາຮອດ ສປປ ລາວ ແລ້ວ! ວັກຊິນປ້ອງກັນພະຍາດ ໂ ຄ ວິ ດ ຊຸດທຳອິດ 132.000 ໂດສ ຈາກໂຄງການໂຄແວັກ ຂ່າວສານບ້ານເມືອງ
ຮູ້ແລ້ວບອກຕໍ່! ແມ່ຍິງຖືພາກິນຫມາກຖົ່ວລຽນດີມີປະໂຫຍດ ມີໂຟເລດສູງ ຂ່າວສານບ້ານເມືອງ
ຣັດເຊຍ ກຽມແຜນຄວບຄຸມ ໂ ຄ ວິ ດ ອີກຄັ້ງ ຫຼັງຈັດການ​ແຂ່ງຂັນ​​ ເຕະບານ​ຢູ​ໂຣ ຂ່າວສານບ້ານເມືອງ
ລັດຖະມົນຕີກະຊວງສາທາລະນາສຸກ ລົງຊຸກຍູ້ ແລະ ຊີ້ນຳວຽກງານ ການເຝົ້າລະວັງ ແລະ ຄວບຄຸມພະຍາດ Covid-19 ທີ່ບໍ່ແກ້ວ ຂ່າວສານບ້ານເມືອງ
ກັກຕົວໄວລຸ້ນນຳຕົວໄປສຶກສາອົບຮົມ ແລະ ນຳໃຊ້ມາດຕະການ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme