Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ດ່ວນ! ເມືອງຄົງເຊໂດນ ແຂວງສາລະວັນ ສັ່ງປິດເມືອງອີກຄັ້ງ ຫຼັງຈາກກວດພົບຜູ້ຕິດເຊື້ອລະບາດໃນຊຸມຊົນ

Posted on 05/07/202105/07/2021 By News No Comments on ດ່ວນ! ເມືອງຄົງເຊໂດນ ແຂວງສາລະວັນ ສັ່ງປິດເມືອງອີກຄັ້ງ ຫຼັງຈາກກວດພົບຜູ້ຕິດເຊື້ອລະບາດໃນຊຸມຊົນ

ຫຼັງຈາກທີ່ ເມືອງຄົງເຊໂດນ ແຂວງສາລະວັນ ໄດ້ກວດພົບຜູ້ຕິດເຊື້ອໃໝ່ ໃນວັນທີ 4 ມິຖຸນາ 2021 ທີ່ຜ່ານມາ. ດັ່ງນັ້ນ ເຈົ້າເມືອງ ເມືອງຄົງເຊໂດນ ຈື່ງໄດ້ອອກແຈ້ງການດ່ວນ ລົງວັນທີ 5 ກໍລະກົດ 2021 ໂດຍມີເນື້ອໃນ:

1. ໃຫ້ສືບຕໍ່ປະຕິບັດມາດຕະການຄໍາສັ່ງເລກທີ 15/ນຍ

2. ປິດບ້ານຊົ່ວຄາວ ພ້ອມທັງຕັ້ງຈຸດອອກເຂົ້າ 24 ຊົ່ວໂມງ ໃນ 4 ບ້ານ ຄື: ບ້ານຄົງໃຫ່ຍ, ບ້ານຄົງນ້ອຍ, ບ້ານທົ່ງຈະເລີນ ແລະ ບ້ານ ຄົງນະຄອນ

3. ປິດການສັນຈອນ ແຕ່ເວລາ 9:00 ໂມງແລງ ຫາ 5:00 ໂມງເຊົ້າ (ຍົກເວັ້ນກໍລະນີສຸກເສີນ)

4. ປິດຮ້ານກິນດື່ມ, ບັນເທີງ-ຄາຣາໂອເກະ, ຄຣິນິກ, ສະໜຸກເກີ, ເສີມສວຍ, ຕັດຜົມ, ສະໜາມຕີໄກ່ ແລະ ອຶ່ນໆ

5. ປິດການຮຽນ-ການສອນ ໃນລະດັບ ມໍ1-2-3 ເຖິງ ມໍ5-6, ສ່ວນ ມໍ4 ແລະ ມໍ7 ແມ່ນຮຽນປົກກະຕິ ແຕ່ໃຫ້ຮັກສາມາດຕະການ

6. ເປີດຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຂາຍເຄື່ອງກໍ່ສ້າງ, ຮ້ານແປງລົດ, ໂຮງງານນ້ຳດື່ມ, ໂຮງງານ້ຳກ້ອນ

7. ຕິດຕາມຜູ້ທີ່ເດີນທາງມາຈາກພື້ນທີ່ສ່ຽງ ທັງພາຍໃນ ແລະ ຕ່າງປະເທດ

ສຳລັບທ່ານໃດ, ສົງໄສວ່າຕົນເອງສຳພັດກັບຜູ້ຕິດເຊື້ອ ແມ່ນໃຫ້ຈຳກັດບໍລິເວນດ່ວນ ຖ້າມີອາການຕາມນິຍາມຂອງພະຍາດ ໂ ຄວິ ດແມ່ນໃຫ້ໄປພົບແພດດ່ວນ

.

.

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ

ຂ່າວສານບ້ານເມືອງ

Post navigation

Previous Post: ເມືອງຄົງເຊໂດນເເຂວງສາລະວັນຈະທຳການປິດເມືອງລະເດີ…!
Next Post: ກວດເບິ່ງທາມລາຍຜູ້ຕິດເຊື້ອ ໂ ຄ ວິ ດ 11 ກໍລະນີມື້ນີ້ ຢູ່ແຂວງວຽງຈັນ

Related Posts

ຄະນະສະເພາະກິດ ຮຽກຮ້ອງໃຫ້ທຸກຄົນປະຕິບັດມາດຕະການຜ່ອນຜັນໃໝ່ຢ່າງເຂັ້ມງວດ ຂ່າວສານບ້ານເມືອງ
ມີບາງບ້ານຢູ່ເມືອງພູຄູນໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດເຮັດໃຫ້ເກີດມີດິນເຊາະເຈື່ອນ, ດິນຍຸບ ຕັນເສັ້ນທາງ-ຮອງລະບາຍນໍ້າ ຂ່າວສານບ້ານເມືອງ
ກອງພັນໃຫຍ່ 941 ເປີດຊຸດອົບຮົມປະສານສຽງແຕກ ໄລຍະທີ 2 ຂ່າວສານບ້ານເມືອງ
ຍອດວິວ 22 ລ້ານກວ່າ ໃນ 4 ອາທິດ ເພງ ຢາກເປັນລູກເຂີຍ ຂ່າວສານບ້ານເມືອງ
ເມືອງໄຊພູທອງ ເປີດງານບຸນນະມັດສະການຜາສາດເຮືອນຫີນປະຈໍາປີ 2021 ຂ່າວສານບ້ານເມືອງ
ໃຫ້ລາງວັນນໍາຈັບຄົນກໍ່ເຫດວາງເພີງຢູ່ບ້ານໂນນຂີ້ເຫຼັກ ເມືອງສີໂຄດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme