Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລັດຖະມົນຕີກະຊວງອຸດສາຫະກຳ-ການຄ້າຢ້ຽມຢາມສະຫວັນນະເຂດ ພາຍຫຼັງຮັບຕຳແໜ່ງໃໝ່

Posted on 02/07/202102/07/2021 By News No Comments on ລັດຖະມົນຕີກະຊວງອຸດສາຫະກຳ-ການຄ້າຢ້ຽມຢາມສະຫວັນນະເຂດ ພາຍຫຼັງຮັບຕຳແໜ່ງໃໝ່

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະ ກຳ-ການຄ້າ ພ້ອມດ້ວຍບັນດາ ຫົວໜ້າກົມ, ຮອງກົມໄດ້ພ້ອມກັນ ລົງມາຢ້ຽມຢາມແຂວງສະຫວັນ ນະເຂດ ໃນລະຫວ່າງວັນທີ29-30 ມີຖຸນາ 2021, ພາຍຫຼັງໄດ້ ຮັບໜ້າທີ່ໃໝ່, ພໍມາເຖິງແຂວງສະ ຫວັນນະເຂດໃນຕອນບ່າຍຂອງ ວັນທີ 29 ມີຖຸນາ, ກໍ່ໄດ້ເຂົ້າຢ້ຽມ ຂ່ຳນັບ ແລະພົບປະໂອ້ລົມກັບ ທ່ານ ສັນຕິພາບ ພົມວິຫານ ເຈົ້າ ແຂວງສະຫວັນນະເຂດ, ພ້ອມ ດ້ວຍທ່ານຫົວໜ້າຫ້ອງວ່າການ ແຂວງ, ຫົວໜ້າພະແນກອຸດສາຫະ ກຳການຄ້າແຂວງ ພ້ອມຄະນະ ຢູ່ທີ່ຫ້ອງຮັບແຂກຫ້ອງວ່າການປົກຄອງແຂວງ, ເຊິ່ງກ່ອນອື່ນ ທ່ານເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ລາຍງານສະພາບຈຸດພິເສດ, ທີ່ຕັ້ງ, ພ້ອມທັງທ່າແຮງບົ່ມຊ້ອນ ທີ່ສຳຄັນ ໃນການສ້າງສາພັດທະ ນາແຂວງເປັນຕົ້ນ: ທ່າແຮງທາງ ດ້ານກະສິກຳ-ປ່າໄມ້, ແຫຼ່ງຊັບ ພະຍາກອນທຳມະຊາດ, ທ່າແຮງ ທາງດ້ານການເຊື່ອມໂຍງຕາມ ແລວເສດຖະກິດຕາເວັນອອກ-ຕາເວັນຕົກ, ເໜືອ-ໃຕ້ເຊື່ອມໂຍງ ພາກພື້ນ ແລະທ່າແຮງທາງດ້ານ ການຂຸດຄົ້ນບໍ່ແຮ່ (ຄຳ, ທອງ ແດງ, ຫີນກາວ, ບາຣິດ, ເຫຼັກ, ເກືອກາຣີ, ຫີນກໍ່ສ້າງ ແລະອື່ນໆ), ສ່ວນວຽກງານອຸດສາຫະກຳ-ການຄ້າ ກໍ່ໄດ້ມີການສົ່ງເສີມບັນ ດາໂຮງງານອຸດສາຫະກຳທັງຂະ ໜາດໃຫຍ່, ຂະໜາດກາງ ແລະ ຂະໜາດນ້ອຍ, ໃນ 6 ເດືອນຕົ້ນ ປີຜ່ານມາສາມາດສົ່ງອອກສິນ ຄ້າ ຄິດເປັນມູນຄ່າ 893,9 ລ້ານໂດລາສະຫະລັດ, ເທົ່າກັບ 50,9% ຂອງແຜນການ, ສ່ວນ ສິນຄ້ານຳເຂົ້າປະຕິບັດໄດ້ຄິດ ເປັນມູນຄ່າ 565,3 ລ້ານໂດລາ ສະຫະລັດ, ເທົ່າກັບ 51% ຂອງ ແຜນການ, ຈາກນັ້ນທັງສອງ ທ່ານຍັງໄດ້ມີການສົນທະນາໃນ ບັນຫາອື່ນໆຕື່ມອີກ.

ເວລາຕໍ່ມາ, ທ່ານ ຄຳແພງ ໄຊສົມແພງ ພ້ອມຄະນະກໍ່ໄດ້ເດີນ ທາງໄປຢ້ຽມຢາມ ເບິ່ງໂຮງງານ ຜະລິດເຫຼັກເສັ້ນຂອງບໍລິສັດ ຄູນຄຳ ສະຕິຣອິນດັສທຣີຈຳກັດ ຜູ້ດຽວ, ເຊິ່ງໂຮງງານຕັ້ງຢູ່ບ້ານ ດົງນາຄຳກິໂລແມັດທີ 13 ຖະ ໜົນເລກ 9, ນະຄອນ ໄກສອນ ພົມວິຫານ, ໂຮງງານດັ່ງກ່າວສາ ມາດຜະລິດເຫຼັກເສັ້ນໄດ້ 2 ແສນ ໂຕນ/ປີ, ຜະລິດເຫຼັກເສັ້ນມີຫຼາຍ ຂະໜາດ, ມີທັງກົມກ້ຽງ ແລະ ຂໍ້ອ້ອຍ, ໂດຍຜ່ານມາການຈຳ ໜ່າຍເຫຼັກເສັ້ນ ແມ່ນໄດ້ຈຳໜ່າຍ ພາຍໃນໃຫ້ກັບຫຼາຍໂຄງການເປັນ ຕົ້ນ: ໂຄງການເຂື່ອນໄຟຟ້າ, ໂຄງ ການທາງລົດໄຟ, ໂຄງການກໍ່ສ້າງ ມະຫາວິທະຍາໄລຕ່າງໆນອກ ນັ້ນ ໃນຕົ້ນປີ 2020 ທາງໂຮງ ງານໄດ້ສົ່ງເຫຼັກເສັ້ນອອກຂາຍ ຢູ່ຕ່າງປະເທດນຳອີກ. ເຊິ່ງໂຮງ ງານດັ່ງກ່າວນີ້ ມີພະນັກງານທັງ ໝົດ 180 ຄົນ, ໃນນັ້ນມີວິຊາການ ຕ່າງປະເທດກວມ 10%. ປະຈຸບັນ ທາງໂຮງງານແມ່ນຍັງມີບັນຫາ ໃນເລື່ອງວັດຖຸດິບເຂົ້າປ້ອນໂຮງ ງານຍັງບໍ່ພຽງພໍກັບຄວາມຕ້ອງ ການ, ອີກບັນຫາໜຶ່ງແມ່ນຄ່າໄຟ ຟ້າຍັງມີລາຄາແພງເຮັດໃຫ້ມີ ຄວາມສ່ຽງຕໍ່ການລົງທຶນ.

ຈາກນັ້ນ ກໍ່ຍັງໄດ້ລົງຕິດຕາມ ເບິ່ງໂຮງງານຜະລິດເບຍສະ ຫວັນ, ນ້ຳດື່ມສະຫວັນ ເຊິ່ງໂຮງ ງານຕັ້ງຢູ່ກິໂລແມັດທີ 13 ເຊັ່ນ ດຽວກັນ, ໂດຍມີທ່ານ ພູທອນ ຊາສີ ປະທານບໍລິສັດໃຫ້ການຕ້ອນ ຮັບ ແລະນຳພາຢ້ຽມຊົມຂັ້ນຕອນ ການຜະລິດຂອງໂຮງງານດັ່ງ ກ່າວຕື່ມອີກ.

.

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ

ຂ່າວສານບ້ານເມືອງ

Post navigation

Previous Post: ປກສ ກຸ່ມ ສີວິໄລ ຈັບຕົວເປົ້າໝາຍລັກລົດຈັກພ້ອມຂ ອງ ກ າ ງ
Next Post: ຄອບຄົວຕົວຢ່າງລ້ຽງສັດແບບເຄິ່ງທຳມະຊາດສາມາດນຳພາຄອບຄົວມີຢູ່ມີກິນ

Related Posts

ຂ່າວດີ ຜະລິດສໍາເລັດແລ້ວ ຢາປິ່ນປົວຜູ້ປ່ວຍ ຢ າ ເ ສ ບ ຕິ ດ ຂ່າວສານບ້ານເມືອງ
ຈັບຜູ້ລັກລອບຂ້າມມາແຕ່ໄທທາງນ້ຳຂອງ ເຂດເມືອງສັງທອງ ມີຄຣິບ ຂ່າວສານບ້ານເມືອງ
ໃຊ້ ຢ າ ເບື່ອໜູຫວັງ ຄ າ ດ ຕ ະ ກໍ າ 2 ຄອບຄົວ ເຮັດໃຫ້ມີ ຜູ້ ເ ສ ຍ ຊີ ວິ ດ 2 ຄົນ ຂ່າວສານບ້ານເມືອງ
ກອງປະຊຸມເວທີປຶກສາຫາລືໂບອາວ ເພື່ອອາຊີ ປະຈຳປີ 2021 ໄຂຂຶ້ນ ທີ່ແຂວງຫາຍໜານ ສປ ຈີນ ຂ່າວສານບ້ານເມືອງ
ເກີດເຫດໄ ຟ ໄ ໝ້ ເຮືອນປະຊາຊົນ ເຂດບ່ານໂຮມສູກ ເມືອງໄຊ ແຂວງອຸດົມໄຊ ຂ່າວສານບ້ານເມືອງ
ແຂວງບໍ່ແກ້ວ ປະກາດການແຕ່ງຕັ້ງຕຳແໜ່ງບັນຊານາຍທະຫານ ແລະ ປະກາດການເລືອນຊັ້ນ, ທຽບຊັ້ນທົ່ວທະຫານ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme