Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທ່ານສີຈິ້ນຜິງປະກາດວ່າ ຈີນໄດ້ສ້າງສັງຄົມທີ່ອີ່ມໜຳສຳລານສຳເລັດຢ່າງຮອບດ້ານ

Posted on 01/07/202101/07/2021 By News No Comments on ທ່ານສີຈິ້ນຜິງປະກາດວ່າ ຈີນໄດ້ສ້າງສັງຄົມທີ່ອີ່ມໜຳສຳລານສຳເລັດຢ່າງຮອບດ້ານ

ໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ ທີ່ຈັດຂຶ້ນໃນວັນທີ 1 ກໍລະກົດນີ້, ທ່ານສີຈິ້ນຜິງ ຜູ້ນຳສູງສຸດຂອງພັກແລະລັດຈີນໄດ້ປະກາດຢ່າງເຄັ່ງຂຶມວ່າ: ຈີນໄດ້ສ້າງສັງຄົມທີ່ອີ່ມໜຳສຳລານສຳເລັດຢ່າງຮອບດ້ານ.

.

ທ່ານສີຈິ້ນຜິງກ່າວວ່າ: ໂດຍຜ່ານການສູ້ຊົນຜ່ານຜ່າຢ່າງຕໍ່ເນື່ອງຂອງທົ່ວພັກ ແລະ ປະຊາຊົນທົ່ວປະເທດຈີນ, ຈີນໄດ້ສ້າງສັງຄົມທີ່ອີ່ມໜຳສຳລານສຳເລັດຢ່າງຮອບດ້ານ, ປັດຈຸບັນນີ້, ຈີນພວມມຸ່ງໜ້າໄປສູ່ເປົ້າໝາຍການສ້າງປະເທດສັງຄົມນິຍົມທີ່ທັນສະໄໝແລະເຂັ້ມແຂງໃຫ້ສຳເລັດຢ່າງຮອບດ້ານ. ນີ້ແມ່ນກຽດສັກສີ ແລະ ຄວາມສະຫງ່າງາມອັນຍິ່ງໃຫຍ່ຂອງຊົນຊາດຈີນ, ຂອງປະຊາຊົນຈີນ ແລະ ຂອງພັກກອມມູນິດຈີນ!

.

ນັບແຕ່ຈີນດຳເນີນການປະຕິຮູບແລະເປີດປະຕູສູ່ພາຍນອກເປັນຕົ້ນມາ, ພັກກອມມູນິດຈີນໄດ້ມີການວາງແຜນຍຸດທະສາດໃນການສ້າງສັງຄົມນິຍົມທີ່ທັນສະໄໝຂອງປະເທດຈີນ, ບົນພື້ນຖານການແກ້ໄຂບັນຫາການກິນອີ່ມນຸ່ງອຸ່ນໃຫ້ສຳເລັດກ່ອນເວລາກຳນົດ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ກ້າວເຖິງລະດັບທີ່ອີ່ມໜຳສຳລານໃນດ້ານກວມລວມແລ້ວ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19 ໄດ້ສະເໜີອອກວ່າ: ເມື່ອຮອດວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ, ຈີນຈະເຮັດສຳເລັດໜ້າທີ່ການສ້າງສັງຄົມທີ່ອີ່ມໜຳສຳລານ ທີ່ເສດຖະກິດພັດທະນາກວ່າເກົ່າ, ປະຊາທິປະໄຕສົມບູນກວ່າເກົ່າ, ວິທະຍາສາດແລະການສຶກສາກ້າວໜ້າກວ່າເກົ່າ, ວັດທະນະທຳຈະເລີນຮຸ່ງເຮືອງກວ່າເກົ່າ, ສັງຄົມກົມກຽວກວ່າເກົ່າ ແລະ ຊີວິດການເປັນຢູ່ຂອງປະຊາຊົນດີງາມກວ່າເກົ່າ ໃຫ້ສຳເລັດ.

ຂ່າວສານບ້ານເມືອງ

Post navigation

Previous Post: ຄິວລົດສາຍໃຕ້ ຈະກັບມາໃຫ້ບໍລິການໃນວັນທີ 5 ກໍລະກົດ 2021 ນີ້
Next Post: ແຂວງວຽງຈັນອອກແຈ້ງການ! ສືບຕໍ່ເພີ່ມທະວີ ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ

Related Posts

ດ່ວນທີ່ສຸດ! ສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການ ເພີ່ມທະວີ ສູ້ໄພ ໂ ຄ ວິ ດ ຂ່າວສານບ້ານເມືອງ
ປະຊາຊົນ 2ບ້ານ ໃນເມືອງພີນ ສາມັກຄີກໍ່ສ້າງຂົວ ດ້ວຍງົບຈາກ ທລຍ 250ລ້ານກີບ ຂ່າວສານບ້ານເມືອງ
​ຫຼວງ​ພະ​ບາງອອກ​ແຈ້ງການ! ​ເພີ່ມ​ທະ​ວີ​ເຂັ້ມ​ງວດກວດ​ກາ​ບັນ​ດາ​ແຮງ​ງານ, ການ​ເດີນ​ທາງ ເຂົ້າ-ອອກ ແຂວງ​ຫຼວງ​ພະ​ບາງ ຂອງ​ຄົນ​ລາວ-ຄົນ​ຕ່າງ​ປະ​ເທດ ຂ່າວສານບ້ານເມືອງ
ປະທານສູນກາງແນວລາວສ້າງຊາດຮ່ວມກັບການນຳຂອງແຂວງຕິດຕາມການເຄື່ອນໄຫວວຽກງານກອງທຶນບ້ານດົງຄຳໝື່ນ ຂ່າວສານບ້ານເມືອງ
ກະຊວງການຕ່າງປະເທດ ຈັດພິທີຖະແຫຼງຂ່າວ ກ່ຽວກັບ ບັນຫາການລະບາດພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ຂ່າວສານບ້ານເມືອງ
ປກສ ນະຄອນຫຼວງວຽງຈັນ ຂຶ້ນບັນຊີດໍາ 6 ຮ້ານບັນເທີງ ແລະ ຮ້ານກິນດື່ມ ຈະຕ້ອງຖືກດໍາເນີນຄະດີຫາກສືບຕໍ່ເປີດຮ້ານ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme