Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລັດວິສາຫະກິດໄຟຟ້າລາວ ຕັ້ງຄະນະກໍາມະການສອບສວນຄວາມຜິດພາດກໍລະນີໃບບິນຄ່າໄຟຟ້າ ຢູ່ ເມືອງນາຊາຍທອງ ນະຄອນຫລວງ ວຽງຈັນ

Posted on 26/06/202126/06/2021 By News No Comments on ລັດວິສາຫະກິດໄຟຟ້າລາວ ຕັ້ງຄະນະກໍາມະການສອບສວນຄວາມຜິດພາດກໍລະນີໃບບິນຄ່າໄຟຟ້າ ຢູ່ ເມືອງນາຊາຍທອງ ນະຄອນຫລວງ ວຽງຈັນ

ຈາກກໍລະນີ ການອອກບິນຄ່າໄຟຟ້າ ເລກບັນຊີ 00408348 ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫລວງ ວຽງຈັນ ທີ່ມີຕົວເລກມູນຄ່າການຄິດໄລ່ລາຄາການຊົມໃຊ້ໄຟຟ້າສູງເກີນຄວາມເປັນຈິງ.

ຕໍ່ກັບເຫດການດັ່ງ ວັນທີ 27 ມິຖຸນາ 2021 ຄະນະກໍາມະການຄົ້ນຄ້ວາ ແລະ ປະຕິບັດລະບຽບວິໄນ ລັດວິສາຫະກິດ ໄຟຟ້າລາວ ຈະໄດ້ທໍາການສອບສວນຫາສາເຫດທີ່ກໍ່ໃຫ້ເກີດຄວາມຜິດພາດ ແລະ ດໍາເນີນການແກ້ໄຂໂດຍໄວ.

ລັດວິສາຫະກິດໄຟຟ້າລາວ ຕ້ອງຂໍອະໄພຕໍ່ຜູ້ຊົມໄຊ້ໄຟຟ້າທຸກທ່ານ ແລະ ພ້ອມຈະແກ້ໄຂຂໍ້ຜິດພາດທີ່ເກີດຂື້ນ.

ຖ້າໃບບິນຄ່າໄຟຟ້າຂອງທ່ານ ມີມູນຄ່າການໃຊ້ພະລັງງານສູງຜິດປົກກະຕິ ຫລື ມີການຄິດໄລ່ລາຄາການຊົມໃຊ້ໄຟຟ້າສູງ ຜິດປົກກະຕິ, ຂໍຄວາມກະລຸນາ ແຈ້ງເບີສາຍດ່ວນ 1199 ຫລື ສູນບໍລິການໄຟຟ້າ ໃກ້ບ້ານຂອງທ່ານ ເພື່ອດໍາເນີນການ ກວດກາໃຫ້ທັນເວລາ.

ຖ້າທ່ານບໍ່ໄດ້ຮັບຄໍາຕອບພາຍໃນ 7 ວັນ ທ່ານສາມາດເຂົ້າມາປະສານງານ ທີ່ສໍານັກງານ ຝ່າຍຈໍາໜ່າຍ ບ້ານໜອງບຶກເໜືອ ເມືອງສີໂຄດຕະບອງ ຫລື ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ບ້ານທົ່ງກາງ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ.

ຂ່າວສານບ້ານເມືອງ

Post navigation

Previous Post: ກໍ່ເຫດລັກລົດເຖິງ 23 ຄັນ ເຈົ້າໜ້າທີ່ກູ້ຄືນໄດ້ 8 ຄັນ ພ້ອມສົ່ງຄືນໃຫ້ເຈົ້າຂອງເດີມ
Next Post: ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 10 ຄົນ

Related Posts

ມອບ-ຮັບໜ້າທີ່ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ຂ່າວສານບ້ານເມືອງ
ລວຍຟ້າຜ່າ! ຖືກເລກສີ່ໂຕ 9562 ມູນຄ່າ 1.230 ລ້ານກີບ ງວດວັນທີ 17/2/2020 ຂ່າວສານບ້ານເມືອງ
ເມື່ອຍແທນແພດໝໍ! ຕ້ອງຮັບມືຊ່ວຍເຫຼືອແຮງງານທີ່ກັບຄືນປະເທດຈໍານວນຫຼາຍ ຂ່າວສານບ້ານເມືອງ
ລະວັງແດ່ເດີພີ່ນ້ອງ ອາກາດຈະໜາວລົງອີກ ອຸຕຸແຈ້ງເຕືອນ ຂ່າວສານບ້ານເມືອງ
ລາວຈະສົ່ງງົວໄປຂາຍ ຈີນ 3 ພັນໂຕ 28 ເມສານີ້ ຂ່າວສານບ້ານເມືອງ
ທ່ານ ວຽງສະຫວັດ ສີພັນດອນ ເປັນລັດຖະມົນຕີກະຊວງ ຍທຂ ຄົນໃໝ່ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme