Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະມາຄົມນັກຂ່າວແຫ່ງ ສປປ ລາວ ປຶກ ສາແຜນວຽກໃນຕໍ່ໜ້າ

Posted on 25/06/202125/06/2021 By News No Comments on ສະມາຄົມນັກຂ່າວແຫ່ງ ສປປ ລາວ ປຶກ ສາແຜນວຽກໃນຕໍ່ໜ້າ

ສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມທົບທວນຜົນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນວຽກໃນຕໍ່ໜ້າຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ສະຫວັນຄອນ ຣາຊມຸນຕຣີ ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ, ປະທານ ສຂລ, ມີຮອງປະທານ, ຄະນະບໍລິຫານງານ ແລະ ເລຂາທິການ ສຂລ ເຂົ້າຮ່ວມ.

ກອງປະຊຸມໄດ້ສັງລວມເອົາໝາກຜົນແຫ່ງການເຄື່ອນໄຫວທີ່ພົ້ນເດັ່ນໃນຫຼາຍດ້ານ ໂດຍພາຍໃຕ້ການນຳພາ ຊີ້ນຳຂອງຄະນະປະຈຳພັກ-ຄະນະນຳກະຊວງ ຖວທ ບວກກັບການເຄື່ອນໄຫວຂອງຄະນະນຳ ສຂລ ແລະ ຖັນແຖວນັກຂ່າວທົ່ວປະເທດ ແລະ ໄດ້ຮັບການສະໜັບສະໜູນ, ອຸປະຖຳ ແລະ ຊ່ວຍເຫຼືອອັນລ້ຳຄ່າຫຼາຍດ້ານຈາກການຈັດຕັ້ງທີ່ກ່ຽວຂ້ອງ, ຂະແໜງການທ້ອງຖິ່ນທັງພາກລັດ-ເອກະຊົນ ຈຶ່ງສາ ມາດຍາດໄດ້ຜົນງານໃນຫຼາຍດ້ານ ເປັນຕົ້ນໄດ້ຈັດການຝຶກອົບຮົມ, ຖະແຫຼງຂ່າວ, ພົບປະກັບອົງການຈັດຕັ້ງລັດ-ສັງຄົມ, ບໍລິສັດ, ພາກທຸລະກິດ ແລະ ພາກສ່ວນຕ່າງໆ, ໃນນີ້ໄດ້ເຂົ້າຮ່ວມບາງໂຄງການທີ່ຕິດພັນກັບ ສຂລ, ສ້າງກິດຈະກຳຕ່າງໆ, ທັດສະນະສຶກສາຢູ່ພາຍໃນ ແລະ ຕ່າງປະເທດ, ການຮ່ວມມືກັບອົງການຂ່າວ- ສະມາຄົມນັກຂ່າວຂອງບັນດາປະເທດເພື່ອນມິດ ບົນແນວທາງການຕ່າງປະເທດຂອງພັກ, ລັດຖະບານ ແລະ ບັນຫາອື່ນໆທີ່ຕິດພັນກັບພາລະບົດບາດໜ້າທີ່ຂອງ ສຂລ.

ທ່ານ ສະຫວັນຄອນ ຣາຊມຸນຕຣີ ໄດ້ມອບໝາຍໜ້າວຽກອັນລະອຽດໃຫ້ແກ່ຄະນະບໍລິຫານງານ ແລະ ເລຂາທິການ ສຂລ ຈະຕ້ອງສຸມໃສ່ໃນການສ້າງຂະ ບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍທີ່ຈະໝູນວຽກມາບັນຈົບຄົບຮອບ 71 ປີ (ວັນທີ 13 ສິງຫາ 1950 – 13 ສິງຫາ 2021) ແລະ ການກະກຽມຄວາມພ້ອມຮອບດ້ານກ່ຽວກັບແຜນຈັດກອງປະຊຸມ ສຂລ ທົ່ວປະເທດທີ່ກຳລັງຈະນຳສະເໜີຜ່ານການນຳກະຊວງ ຖວທ ເພື່ອພິຈາລະນາໃນຕໍ່ໜ້າ, ຂະນະດຽວກັນກໍກະກຽມຮ່າງລາຍງານເມືອງ-ແຜນການດຳເນີນງານ, ເລືອກເຟັ້ນບຸກຄະລາກອນທີ່ຈະສະໝັກເຂົ້າໃນໂຄງປະກອບຄະນະບໍລິຫານງານຊຸດໃໝ່, ເພີ່ມການພົວພັນຮ່ວມມືລະ ຫວ່າງພະນັກງານດ້ວຍກັນ, ລະຫວ່າງ ສຂລ ກັບພາກສ່ວນກ່ຽວຂ້ອງ ລວມທັງການຮ່ວມມືກັບບັນດາສະມາຄົມນັກຂ່າວປະເທດເພື່ອນມິດ ແລະ ປະເທດໃກ້ຄຽງ ລວມທັງອາຊຽນ ແລະ ສາກົນ ຕາມການຕົກລົງຂອງຂັ້ນເທິງ.

ນອກນີ້ຍັງຈະຊອກຫາແຫຼ່ງທຶນ ການສ້າງກິດຈະກຳໃນວັນສຳຄັນຕ່າງໆ, ຈັດຝຶກອົບຮົມພາຍຫຼັງທີ່ສັງຄົມປອດພະຍາດ ໂຄ ວິດ, ທ່ານປະທານ ສຂລ ປະສານກັບພາກສ່ວນກ່ຽວຂ້ອງ ແລະ ຂໍທິດຊີ້ນຳຈາກຂັ້ນເທິງ ເພື່ອເຮັດໃຫ້ດຳລັດວ່າດ້ວຍນາມມະຍົດນັກຂ່າວ ແລະ ການຍ້ອງຍໍໄດ້ຮັບການຈັດຕັ້ງປະຕິບັດຖືກຕ້ອງ, ຖືກທິດ ແລະ ທັນເວລາ ເພື່ອຮັບປະກັນໃຫ້ ສຂລ ດຳເນີນງານໄປດ້ວຍປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ.

ຂ່າວສານບ້ານເມືອງ

Post navigation

Previous Post: ຂໍລາຍງານຂ່າວ! ລາວພົບຜູ້ຕິດເຊື້ອໃໝ່ເພີ່ມ 14 ຄົນທັງໝົດ ເປັນກໍລະນີນໍາເຂົ້າ
Next Post: ກັບມາຮັບຜິດຊອບດ່ວນ! ກໍ່ເຫດຕໍາປະຕູໂຂງວັດແລ້ວລົບໜີ

Related Posts

ໄຟໄໝ້ໂຮງງານຢາງພາລາ ທີ່ເມືອງປາກຊັນ ເສຍຫາຍໜັກ ຂ່າວສານບ້ານເມືອງ
ກອງປະຊຸມວິຊາການວຽກງານຄຸ້ມຄອງໄພພິບັດທົ່ວປະເທດປະຈໍາປີ2020 ຂ່າວສານບ້ານເມືອງ
ທ່ານຮອງນາຍຍົກເນັ້ນໃຫ້ໂຮງງານຜະລິດຜ້າປິດປາກເອົາຄຸນນະພາບເປັນຫຼັກ ຂ່າວສານບ້ານເມືອງ
ລັດຖະມົນຕີຕ່າງປະເທດ ແຫ່ງ ຣາຊະອານາຈັກ ຊາອຸດິ ອາຣັບບີ ຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຂ່າວສານບ້ານເມືອງ
ເຈົ້າແຂວງອັດຕະປື ລົງຊຸກຍູ້ວຽກງານພັດທະນາເສດຖະກິດ ຢູ່ເມືອງໄຊເສດຖາ ຂ່າວສານບ້ານເມືອງ
ໃນໄລຍະປີໃໝ່ທົ່ວແຂວງຈຳປາສັກມີອຸປະຕິເຫດເກີດຂື້ນໜ້ອຍກ່ວາປີຜ່ານມາ ແຕ່ມີຜູ້ ເ ສ ຍ ຊີ ວິ ດ ເພີ່ມຂື້ນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme