Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ບຸກຄົນໃດທີ່ ເຂົ້າ-ອອກ ແຂວງອັດຕະປື ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກດໍາເນີນຄະດີຕາມກົດໝາຍ

Posted on 22/06/202122/06/2021 By News No Comments on ບຸກຄົນໃດທີ່ ເຂົ້າ-ອອກ ແຂວງອັດຕະປື ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກດໍາເນີນຄະດີຕາມກົດໝາຍ

ໜຶ່ງໃນມາດຕະການສໍາຄັນທີ່ແຂວງອັດຕະປື ກໍ່ຄືຄະນະສະເພາະກິດ ເພື່ອປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂ ຄ ວິ ດ ຂັ້ນແຂວງ ໄດ້ລະບຸໄວ້ຢູ່ໃນແຈ້ງການສະບັບເລກທີ 140/ຄສກ,ລົງວັນທີ 21 ມິຖຸນາ 2021,ເຊິ່ງເນື້ອໃນສໍາຄັນໄດ້ລະບຸໄວ້ວ່າ:

.

ຫ້າມທຸກອົງການຈັດຕັ້ງ ບຸກຄົນຫຼືນິຕິບຸກຄົນ ນຳເອົາຄົນຕ່າງແຂວງ ຄົນຕ່າງປະເທດເຂົ້າມາ ແຂວງອັດຕະປື ໂດຍທີ່ບໍ່ໄດ້ຮັບອະນຸຍາດ ຈາກຄະນະສະເພາະກິດຂັ້ນແຂວງຢ່າງເດັດຂາດ,ບຸກຄົນໃດທີ່ລັກລອບເຂົ້າ-ອອກ ໄປຕ່າງແຂວງ ໄປຕ່າງປະເທດ ພ້ອມດ້ວຍຜູ້ສົມຮູ້ຮ່ວມຄິດ ທີ່ເອື້ອອຳນວຍຄວາມສະດວກ ຈະດ້ວຍຮູບການໃດກໍ່ຕາມ ທີ່ບໍ່ສອດຄ່ອງກັບລະບຽບກົດໝາຍ ຈະໄດ້ນຳມາດຳເນີນຄະດີ ໃນສະຖານໜັກ ຫຼື ເບົາຕາມກົດໝາຍທີ່ກຳນົດໄວ້,ພ້ອມທັງຫ້າມທຸກໆອົງການຈັດຕັ້ງ ບຸກຄົນ ຫຼື ນິຕິບຸກຄົນ ໄປໂຄສະນາ ຫຼື ປັ່ນປ່ວນ ຢູ່ເຂດຊົນນະບົດເຂດຫ່າງໄກສອກຫຼີກ ຕໍ່ກັບຂ່າວທີ່ບໍ່ມີຄວາມຈິງ ຂ່າວບິດເບືອນທີ່ຂັດກັບການນໍາພາ-ຊີ້ນໍາ ຂອງພັກ-ລັດ ຢ່າງເດັດຂາດ ແລະ ມອບໃຫ້ຄະນະສະເພາະກິດຂັ້ນເມືອງ ຊີ້ນໍາອົງການປົກຄອງບ້ານໃຊ້ມາດຕະການເຂັ້ມງວດ ທີ່ເຫັນວ່າບໍ່ສອດຄ່ອງກັບລະບຽບກົດໝາຍ ພ້ອມຈະໄດ້ນຳມາດຳເນີນຄະດີ ໃນສະຖານໜັກ ຫຼື ເບົາ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ,ສໍາລັບປະຊາຊົນທີ່ມີຄວາມຈໍາເປັນແທ້ຈິງ ທີ່ຕ້ອງການຈະເດີນທາງເຂົ້າ-ອອກ ແຂວງອັດຕະປື ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ ພ້ອມທັງປະຕິບັດມາດຕະການຕ່າງໆ ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ໄລຍະເວລາຂອງການເດີນທາງເຂົ້າ-ອອກ ແຂວງ ໃຫ້ປະຕິບັດນັບແຕ່ເວລາ 6 ໂມງເຊົ້າ ຫາ 20 ໂມງແລງ,ສຳລັບແຂວງທີ່ບໍ່ມີການຕິດເຊື້ອ ແມ່ນສາມາດເດີນທາງເຂົ້າ-ອອກໄດ້ ແຕ່ຕ້ອງໄດ້ຮັບການສັກວັກຊິນ 2 ເຂັມຂຶ້ນໄປ ແລະ ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຂັ້ນແຂວງ.

.

ເຊິ່ງການອອກມາດຕະການ ແລະ ຂໍ້ຫ້າມດັ່ງກ່າວ ກໍ່ເພື່ອສືບຕໍ່ປະຕິບັດບັນດາມາດຕະໃນການປ້ອງ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂ ຄ ວິ ດ ແຕ່ວັນທີ 21 ຫາ 4 ກໍລະກົດ ເພື່ອບໍ່ໃຫ້ພະຍາດດັ່ງກ່າວມີການແຜ່ລະບາດຢູ່ພາຍໃນແຂວງ ທັງເປັນການປົກປ້ອງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ພາຍໃນແຂວງ ອັດຕະປື .

ຂ່າວ: ວັດທະນາ

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອໃໝ່ 13ຄົນ
Next Post: ອຸຕຸເຕືອນ! ກຽມຮັບມືເຝົ້າລະວັງຝົນສິຕົກໜັກໄລຍະວັນທີ 23-27 ມິຖຸນານີ້

Related Posts

ອັດຕະປືນໍ້າຖ້ວມລະດັບນໍ້າກຳລັງເພີ່ມສູງ ຂ່າວສານບ້ານເມືອງ
ຮ່ວມໂມທະນາບຸນສ້າງພຣະທາດຣັດຕະນະເຈດີສີມຸງຄຸນ ທີ່ວັດປ່າສະຫວັນພຣົມ ບ້ານດົງໝາກຄາຍ ຂ່າວສານບ້ານເມືອງ
ແຂວງສະຫວັນນະເຂດ ປ່ອຍແຂ້ນ້ອຍພັນພື້ນເມືອງລາວຄືນສູ່ທໍາມະຊາດ ຂ່າວສານບ້ານເມືອງ
ປະຫວັດການເຄື່ອນໄຫວ ແລະ ພົວພັນຄົນອື່ນ ຂອງຜູ່ຕິດເຊື້ອ ທີ 50 ຊາຍຄົນໄທ ຂ່າວສານບ້ານເມືອງ
ກະບະຕົກລົງຮ່ອງເຈັບ 8 ຄົນ ທີ່ເມືອງຫ້ວຍຊາຍ ຂ່າວສານບ້ານເມືອງ
ຂ່າວດ່ວນ! ລາວຕິດເຊື້ອ ໂ ຄ ວິ ດ ເພີ່ມມື້ນີ້ +75ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme