Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຕືອນໄພ! ຊ່ວຍແຊສ! ມີກຸ່ມຄົນສວຍໂອກາດຮັບແລ່ນເອກະສານ ແລະ ເຮັດບັດສັກຢາກັນພະຍາດໂຄວິດປອມ

Posted on 21/06/202121/06/2021 By News No Comments on ເຕືອນໄພ! ຊ່ວຍແຊສ! ມີກຸ່ມຄົນສວຍໂອກາດຮັບແລ່ນເອກະສານ ແລະ ເຮັດບັດສັກຢາກັນພະຍາດໂຄວິດປອມ

ຂປລ. ໃນສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ໃນທົ່ວໂລກ ຍັງບໍ່ມີແນວໂນ້ມທີ່ຈະຫລຸດລົງ ແລະ ຍັງມີການລະບາດເປັນວົງກວ້າງ ລວມທັງ ສປປ ລາວ, ແຕ່ປັດຈຸບັນ ໄດ້ມີກຸ່ມຄົນຈຳ ນວນໜຶ່ງສວຍໂອກາດຫາຜົນປະໂຫຍດໃຫ້ກັບຕົນເອງ ແບບຜິດລະບຽບກົດໝາຍໃນໄລຍະທີ່ມີການລະບາດຂອງເຊື້ອພະຍາດດັ່ງກ່າວ, ໂດຍສະເພາະການຮັບເຮັດ ຫລື ແລ່ນເອກະສານ ກ່ຽວກັບໃບຢັ້ງ ຢືນກວດໂຄວິດ-19 ເຮັດບັດຂຽວ ຫລື ບັດສັກຢາກັນພະຍາດໂຄວິດປອມ ຂຶ້ນເປັນຈໍານວນຫລາຍ, ເຊິ່ງໄດ້ໂພສລົງເຟສບຸກ ຫລື ໃນສື່ສັງຄົມອອນລາຍ.

ທ່ານ ດຣ. ບຸນທະວີ ເດດບັນດິດ ຮອງຫົວໜ້າພະແນກສາທາລະນະສຸກ ນະຄອນຫລວງວຽງຈັນ, ທັງເປັນຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ນະຄອນຫລວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ໃນວັນທີ 18 ມິຖຸນາ 2021 ຜ່ານມານີ້ວ່າ: ພາຍຫລັງທີ່ລັດຖະບານ ໄດ້ມີມາດຕະການ ແລະ ມີຄຳສັ່ງທີ່ເຂັ້ມງວດ ໂດຍສະເພາະ ຄຳສັ່ງເລກທີ 959/ສນຍ ໄດ້ລະບຸວ່າ ຖ້າມີການເດີນທາງເຂົ້າ-ອອກ ລະຫວ່າງແຂວງຕໍ່ແຂວງ ຫລື ອອກຕ່າງປະເທດ ແມ່ນທຸກຄົນຕ້ອງໄດ້ຮັບການສັກວັກແຊງຄົບ 2 ເຂັມ ຈຶ່ງສາມາດເດີນທາງໄປໄດ້ ໂດຍແມ່ນສູນແມ່ ແລະ ເດັກ, ແລະ ກົມອະນາໄມ ກະຊວງສາທາລະນະສຸກ ເປັນຜູ້ອອກໜັງສືອະນຸຍາດ ຫລື ໜັງສືຢັ້ງຢືນໃຫ້ ແລະ ຈະອອກໃຫ້ສະເພາະຜູ້ຈະເດີນທາງໄປຕ່າງປະເທດເທົ່ານັ້ນ, ແຕ່ກໍຕ້ອງໄດ້ລໍຖ້າເບິ່ງນະໂຍບາຍ ທີ່ຊັດເຈນຈາກກະຊວງສາທາລະນະສຸກ ແລະ ຍັງຕ້ອງໄດ້ເບິ່ງວ່າປະເທດເຮົາ ແລະ ປະເທດປາຍທາງ ໄດ້ມີການສັນຍາຮ່ວມກັນລະຫວ່າງປະເທດ ມັນຈຶ່ງສາມາດຈັດຕັ້ງປະຕິບັດໄດ້, ແຕ່ວ່າຢູ່ພາຍໃນປະເທດເຮົາແມ່ນປະຕິບັດແລ້ວນັ້ນກໍຄື ຖ້າຜູ້ໃດໄດ້ສັກວັກແຊງ 2 ເຂັມແລ້ວ ບໍ່ຈໍາເປັນຕ້ອງມີໃບກວດໂຄວິດ ຫລື ໃບກັກກັນອີກ.

ເນື່ອງຈາກປັດຈຸບັນ, ໄດ້ມີກຸ່ມຄົນຈຳນວນໜຶ່ງໄດ້ໂພສລົງເຟສບຸກ ຫລື ສື່ອອນລາຍ ວ່າຮັບເຮັດ ຫລື ແລ່ນເອກະສານ ກ່ຽວກັບໃບຢັ້ງຢືນກວດໂຄວິດ-19, ເຊິ່ງພວກເຮົາຮັບຮູ້ນຳກັນວ່າ ການຈຳກັດການເຂົ້າ-ອອກປະເທດ ແມ່ນພາລະບົດບາດຂອງກົມກົງສູນ ກະຊວງການຕ່າງປະເທດ ແລະ ຕ້ອງມີການພົວພັນສັນຍາຮ່ວມກັນລະຫວ່າງປະເທດນັ້ນ. ສະນັ້ນ, ບຸກຄົນຮັບແລ່ນເອກະສານ ຈະບໍ່ມີສິດທີ່ຈະໄປອອກໃບອະນຸຍາດ ໃຫ້ກັບຜູ້ທີ່ຈະເດີນທາງເຂົ້າ-ອອກປະເທດໄດ້ ເຖິງວ່າຈະຢູ່ໃນພື້ນທີ່ຂອງນະຄອນຫລວງກໍ່ຕາມ ແລະ ນີ້ແມ່ນຍັງເປັນບັນຫາ ແລະ ເປັນກະແສເຮັດໃຫ້ສັງຄົມຍັງເກີດຄວາມສັບສົນ.

ທ່ານ ດຣ. ບຸນທະວີ ເດດບັນດິດ ໃຫ້ຮູ້ຕື່ມວ່າ: ທຸກຄົນທີ່ໄດ້ຮັບການສັກວັກແຊງຄົບ 2 ເຂັມ ແມ່ນຈະໄດ້ຮັບບັດຂຽວ ໂດຍແມ່ນສູນ ຫລື ໂຮງໝໍ ຈະມີການຈ້ຳກາເປັນການຢັ້ງຢືນໃຫ້. ແຕ່ປັດຈຸບັນແມ່ນໄດ້ມີບັດປອມອອກມາ ຫລື ອາດມີການວ່າຈ້າງຂຶ້ນມາ, ເຊິ່ງທາງຄະນະສະເພາະກິດໄດ້ມີທິດທາງ ເພື່ອຫລຸດຜ່ອນຜົນກະທົບດັ່ງກ່າວ, ໂດຍໄດ້ມີການປຶກສາຫາລື ເພື່ອສືບຕໍ່ແກ້ໄຂບັນຫາດັ່ງກ່າວໃນຂັ້ນຕໍ່ໄປວ່າຊິເຮັດລັກສະນະໃດ ເພື່ອແກ້ໄຂ ບໍ່ໃຫ້ມີສະພາບດັ່ງກ່າວນີ້ເກີດຂຶ້ນ.

ຖ້າຫາກວ່າເຮົາເຫັນຂໍ້ມູນ ຂອງຜູ້ສວຍໂອກາດນັ້ນ ພວກເຮົາກໍໄດ້ສົ່ງຂໍ້ມູນຂອງຜູ້ກ່ຽວຕໍ່ໃຫ້ທາງເຈົ້າໜ້າທີ່ ເພື່ອດຳເນີນການໃສ່ລະບຽບຕາມກົດໝາຍ. ໃນການຮັບໃຊ້ບໍລິການພໍ່ແມ່ປະຊາຊົນທຸກມື້ນີ້ ພວກເຮົາກໍຫຍຸ້ງຍາກຢູ່ແລ້ວ, ຝ່າຍແພດ ຫລື ບຸກຄະລາກອນການແພດ ຂອງພວກເຮົາກໍບໍ່ພຽງພໍ ສະນັ້ນຂໍຮຽກຮ້ອງມາຍັງທຸກຄົນ ຊ່ວຍເປັນຫູເປັນຕາ ໃຫ້ກັບທາງພາກລັດ ແລະ ທາງຄະນະສະເພາະກິດ, ພວກເຮົາກໍຈະສາມາດນຳເອົາບຸກຄົນທີ່ບໍ່ດີເຫລົ່ານັ້ນ ມາສູ່ຂະບວນການທາງກົດໝາຍ ເຮັດໃຫ້ເຂົາເຈົ້າມີຄວາມຢ້ານ ແລະ ເຂັດຫລາບໄດ້.

ຂ່າວ: ມະນີທອນ

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດ່ວນ! ຂ່າວດີ ລາວພົບຜູ້ຕິດເຊື້ອໃໝ່ +1ຄົນເປັນກໍລະນີນໍາເຂົ້າ
Next Post: ອາລັງການ! ເລີ່ມບຸກເບີກເນື້ອທີ່ໂຄງການກໍ່ສ້າງສະໜາມບິນສາກົນໃນມູນຄ່າ 150 ລ້ານໂດລາ ທີ່ ເຂດເສດຖະກິດພິເສດສາມຫຼ່ຽມຄຳ

Related Posts

ອຸບັດຕິເຫດ! ທາງເຮືອບິນເຮັດໃຫ້ເຮືອບິນຫັກອອກເປັນສອງທ່ອນ ຂ່າວສານບ້ານເມືອງ
ໄ ຟ ໄ ໝ້ ສະໜາມຂີ້ເຫຍື້ອຫລັກ 32 ສະຫງົບລົງສູ່ສະພາບປົກກະຕິ ຂ່າວສານບ້ານເມືອງ
ບໍ່ໃຫ້ເຮັດເດີ້! ຫ້າມສວຍໂອກາດກັກຕຸນ ແລະ ຂື້ນລາຄາສິນຄ້າ ຂ່າວສານບ້ານເມືອງ
ຈາກ​ໄປ​ແລ້ວ! ທ່ານ ບົວທອງ ພູນສະລິດ ສິລະປິນແຫ່ງຊາດ ຜູ້ປະພັນບົດເພງ “ສົ່ງພອນປີໃໝ່” ຂ່າວສານບ້ານເມືອງ
ສະພາບຄວາມເສຍຫາຍ ທີ່ບ້ານນໍ້າແອ່ງ ຫຼັງນໍ້າບົກແຫ້ງ (ຊົມຄລິບ) ຂ່າວສານບ້ານເມືອງ
ອົງການກາແດງລາວ ມອບຜ້າອັດປາກໃຫ້ໂຮງໝໍມະໂຫສົດ ມູນຄ່າ 31 ລ້ານກວ່າກີບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme