Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປ ກ ສ ເມືອງ ວິລະບູລີ ມອບແຮ່ຫີນຂຽວ ທີ່ກວດຢຶດໄດ້ ຈໍານວນ 17.057 ກິໂລ ຄືນໃຫ້ບໍລິສັດ ລ້ານຊ້າງມີເນໂຣນສ໌ລິມິເຕັດ.

Posted on 17/06/202117/06/2021 By News No Comments on ປ ກ ສ ເມືອງ ວິລະບູລີ ມອບແຮ່ຫີນຂຽວ ທີ່ກວດຢຶດໄດ້ ຈໍານວນ 17.057 ກິໂລ ຄືນໃຫ້ບໍລິສັດ ລ້ານຊ້າງມີເນໂຣນສ໌ລິມິເຕັດ.

ໃນຕອນເຊົ້າຂອງວັນທີ 16 ມິຖຸນາ 2021 ນີ້ ທາງກອງບັນຊາການປ້ອງກັນຄວາມສະຫງົບເມືອງ ວິລະບູລີ ໄດ້ຈັດພິທີມອບ-ຮັບເຄື່ອງຂອງກາງປະເພດແຮ່ຫີນຂຽວ ທີ່ກອງບັນຊາການປ້ອງກັນຄວາມສະຫງົບຂອງເມືອງ ໄດ້ກວດຢຶດ,ເກັບກູ້ ແລະ ທ້ອນໂຮມມາໄດ້ຈາກກຸ່ມຄົນບໍ່ດີຈໍານວນໜຶ່ງ ໃນໄລຍະທີ່ຜ່ານມາ ຄືນໃຫ້ແກ່ບໍລິສັດລ້ານຊ້າງ ມີເນໂຣນສ໌ລິມິເຕັດ ຫຼື ໂຄງການຂຸດຄົ້ນຄໍາ – ທອງແດງເຊໂປນ; ເຊິ່ງເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວ ຂອງທ່ານ ຄໍາຜຸຍ ສີບຸນເຮືອງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງວິລະບູລີ, ມີທ່ານ ພັທ ບຸນເຫຼືອ ມະນີລາ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງ ພ້ອມດ້ວຍຄະນະ, ທ່ານ ນາມຊະນະ ໂພທິພັນ ຫົວໜ້າສາຍງານຂົນຂວາຍ ແລະ ພົວພັນພັກລັດ, ທ່ານ ສຸລິນພອນ ອິນທິສອນ ຫົວໜ້າສາຍງານປ້ອງກັນຄວາມສະຫງົບ ຂອງບໍລິສັດລ້ານຊ້າງ ມີເນໂຣນ ລິມິເຕັດ ພ້ອມດ້ວຍທ່ານ ພັທ ສຸກສໍາລານ ໝື່ນແກ້ວມຸງຄຸນ ຄະນະກອງຮ້ອຍເອກະລາດ ເຂົ້າຮ່ວມເປັນສັກຂີພິຍານ.

.

ສໍາລັບເຄື່ອງຂອງກາງປະເພດແຮ່ຫີນຂຽວທີ່ມອບ-ຮັບກັນໃນຄັ້ງນີ້ ແມ່ນມີນໍ້າໜັກລວມທັງໝົດຈໍານວນ 17.057 ກິໂລ ໂດຍແມ່ນເຈົ້າໜ້າທີ່ຕໍາຫຼວດຂອງກອງບັນຊາການປ້ອງກັນຄວາມສະຫງົບເມືອງ ວິລະບູລີ ສາມາດກວດຢຶດ, ເກັບກູ້ ແລະ ທ້ອນໂຮມມາໄດ້ໃນໄລຍະນັບແຕ່ຕົ້ນປີ 2021 ທີ່ຜ່ານມາຮອດປະຈຸບັນ ຈາກພວກກຸ່ມຄົນບໍ່ດີຈໍານວນໜຶ່ງ ທີ່ໄດ້ເຂົ້າລັກລອບເອົາ ໃນເຂດສໍາປະທານໂຄງການຂຸດຄົ້ນຄໍາ-ທອງແດງເຊໂປນ ຂອງບໍລິສັດລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ເຊິ່ງແມ່ນຜິດຕໍ່ລະບຽບກົດໝາຍຂອງບ້ານເມືອງ, ດັ່ງນັ້ນ, ຈຶ່ງໄດ້ມອບເຄື່ອງຂອງກາງເຫຼົ່ານີ້ ຄືນໃຫ້ແກ່ບໍລິສັດ ລ້ານຊ້າງມີເນໂຣນສ໌ລິມິເຕັດ ເພື່ອນໍາໃຊ້ຕໍ່ໄປ.

ຂ່າວສານບ້ານເມືອງ

Post navigation

Previous Post: ມອບເຮືອກູ້ໄພ 2 ລຳໃຫ້ກອງບັນຊາການທະຫານແຂວງໄຊຍະບູລີ
Next Post: ພະຍາກອນອາກາດ ປະຈຳວັນທີ 18 ມີຖຸນາ 2021, ເວລາ 7:00 ໂມງ

Related Posts

ມອບ – ຮັບ ຫົວໜ້າການເມືອງ – ຫົວໜ້າການທະຫານ ກອງບັນຊາການ ທະຫານແຂວງຫຼວງພະບາງ ຂ່າວສານບ້ານເມືອງ
ໄຂຂຶ້ນຢ່າງເປັນທາງການ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ຂ່າວສານບ້ານເມືອງ
ຊ່ວຍແດ່ ຊອກຫາເຈົ້າຂອງງົວ ຖືກບາດເຈັບ ມີດຄາທ້ອງ ຂ່າວສານບ້ານເມືອງ
ເມືອງລະຄອນເພັງ ອອກຄຳສັ່ງດ່ວນ ໃຫ້ປິດຊົ່ວຄາວການເຂົ້າ-ອອກບ້ານເປົ້າໝາຍທີ່ມີຄວາມສ່ຽງ ຂ່າວສານບ້ານເມືອງ
ມີຄົນເສຍຊີວິດຍ້ອນໄຂ້ຍຸງອີກ 1 ຄົນ ລວມເປັນ 12 ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ເຂົ້າສະກັດ ຈັ ບ ລົດຕ໊ອກໆບັນທຸກ ໂ ຄ ເ ຄ ນ ກຽມສົ່ງຂ້າມຊາຍແດນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme