Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຄົ້ນພົບຖ້ຳໃໝ່ ຢູ່ໃນຂອງຖ້ຳກອງລໍ-ນາຕານ ເມືອງຄູນຄຳ

Posted on 17/06/202117/06/2021 By News No Comments on ຄົ້ນພົບຖ້ຳໃໝ່ ຢູ່ໃນຂອງຖ້ຳກອງລໍ-ນາຕານ ເມືອງຄູນຄຳ

ວັນທີ 11 ມິຖຸນາ 2021 ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຄຳມ່ວນ ພ້ອມດ້ວຍຄະນະ ແລະ ອຳນາດການປົກຄອງບ້ານກອງລໍ ໄດ້ເຂົ້າຕິດຕາມ, ກວດກາຖ້ຳທີ່ຖືກຄົ້ນພົບໃໝ່ທີ່ມີຄວາມສວຍສົດງົດງາມ ບໍ່ແພ້ຖ້ຳອື່ນໆທີ່ເຄີຍໄດ້ຄົ້ນພົບມາກ່ອນ.

.

.

ຖໍ້າດັ່ງກ່າວແມ່ນຕັ້ງຢູ່ທາງດ້ານໃນຂອງຖ້ຳກອງລໍ-ນາຕານ ເມືອງຄູນຄຳ ແຂວງຄຳມ່ວນ ໃຊ້ເວລາຂີ່ເຮືອເຂົ້າ ໄປປະມານ 10 ນາທີ ຢູ່ພາຍໃນຂອງຖ້ຳແມ່ນປະກອບໄປດ້ວຍຫີນງອກ ຫີນຍ້ອນ ເປັນຮູບຊົງທີ່ມີຄວາມແຕກຕ່າງ ກັນໄປ ບາງບ່ອນກໍ່ມີຮູບຊົງຄ້າຍຄືກັນກັບໂຕສັດ, ບາງບ່ອນກໍ່ຄ້າຍຄືກັບດອກໄມ້ ແລະ ບາງບ່ອນກໍ່ຈະມີຫີນເປັນຮູບມົນ ກົມຄ້າຍຄືກັບໄຂ່ ເມື່ອເຮົາເຍືອງໄຟສ່ອງໃສ່ຈະມີແສງເຫຼື້ອມວິບວັບເງົາງາມ ແລະ ພາຍໃນຖ້ຳຍັງມີໂຄງກະດູກສັດ ທີ່ຄ້າຍຄືກັບໂຄງກະດູກງູ ຍັງຫຼົງເຫຼືອໃຫ້ເຫັນຢູ່.

.

.

ເຖິງຢ່າງໃດກໍ່ຕາມຖ້ຳດັ່ງກ່າວແມ່ນຖ້ຳທີ່ຄົ້ນພົບໃໝ່ ແລະ ປະຈຸບັນຍັງ ຢູ່ໃນຂັ້ນຕອນການສຶກສາສຳຫຼວດ ເພື່ອຈະພັດທະນາໃຫ້ກາຍເປັນແຫຼ່ງທ່ອງທ່ຽວໃໝ່ ຄູ່ຂະໜານກັບຖ້ຳກອງລໍ-ນາຕານ ແລະ ຍັງບໍ່ອະນຸຍາດໃຫ້ນັກທ່ອງທ່ຽວເຂົ້າທ່ຽວຊົມໄດ້.

.

.

.

ຂ່າວສານບ້ານເມືອງ

Post navigation

Previous Post: ເຈົ້າແຂວງບໍ່ແກ້ວ ພົບປະປະຊາຊົນທີ່ຖືກຜົນກະທົບໄພນ້ຳຖ້ວມຢູ່ເມືອງຜາອຸດົມ
Next Post: ກົມນຳເຂົ້າ ແລະ ສົ່ງອອກ ແຈ້ງການມາດຕະການຊົ່ວຄາວໃນການນຳເຂົ້າຍານພາຫະນະກົນຈັກໜັກ

Related Posts

ເຫດລົດໃຫຍ່ເສຍຫຼັກຕຳປ້ອມຕຳຫຼວດ ຂ່າວສານບ້ານເມືອງ
ບໍ່ແກ້ວ ສຳເລັດດຳເນີນດຳເນີນຊີວິດການເມືອງ ຕິດພັນກັບການທາບທາມຮອບ III ຂ່າວສານບ້ານເມືອງ
ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພຈະສຸມໃສ່ 5 ວຽກໃຫ້ປະກົດຜົນເປັນຈິງ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອໃໝ່ 95 ຄົນ ຂ່າວສານບ້ານເມືອງ
ລັດຖະມົນຕີກະຊວງປ້ອງກັນປະເທດ ລົງຕິດຕາມກວດກາຄວາມຄືບໜ້າຂອງໂຄງການທາງລົດໄຟ ລາວ – ຈີນ ຂ່າວສານບ້ານເມືອງ
ເຂດເລືອກຕັ້ງທີ 02 ແຂວງຜົ້ງສາລີ ມີຈຳນວນຜູ້ສະໝັກ 09 ທ່ານ, ເລືອກເອົາ 06 ທ່ານ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme