Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຫຼວງພະບາງ ຂະຫຍາຍເສັ້ນທາງໃນເທດສະບານ ນະຄອນຫຼວງພະບາງເພື່ອຫຼຸດຜ່ອນຄວາມແອອັດ

Posted on 16/06/202116/06/2021 By News No Comments on ຫຼວງພະບາງ ຂະຫຍາຍເສັ້ນທາງໃນເທດສະບານ ນະຄອນຫຼວງພະບາງເພື່ອຫຼຸດຜ່ອນຄວາມແອອັດ

ທ່ານ ບຼົ່ງວ່າງ ຫວ່າງເຈຍຊາ ຫົວໜ້າພະ ແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ ໄດ້ໃຫ້ສຳພາດວ່າ: ໂຄງການປັບປຸງ ແລະຂະຫຍາຍເສັ້ນທາງ ພາຍໃນເທດສະບານນະຄອນ ຫຼວງພະບາງ ແມ່ນໄດ້ນຳສະເໜີກະຊວງ ກ່ອນຈະໄດ້ຮັບການອານຸມັດ ໃນການຈັດຕັ້ງປະຕິບັດໃນປີ 2021 ນີ້ ໃນນັ້ນ ມີເສັ້ນທາງແຕ່ບ້ານນາສໍາພັນ ຫາບ້ານຂົວທີ່ໜື່ງ ໄລຍະທາງ 1.800 ແມັດ ໂດຍນຳໃຊ້ງົບປະມານທັງ ໝົດ 16 ຕື້ກ່ວາກີບ ໂດຍໄດ້ຂະຫຍາຍຄວາມກວ້າງບາງເຂດຈາກ 7 ແມັດເປັນ 14 ແມັດ ແລະບາງເຂດແມ່ນຈາກ 7 ແມັດເປັນ 10-11 ແມັດ

.

ປະຈຸບັນໄດ້ສໍາເລັດໜ້າວຽກເປັນສ່ວນໃຫຍ່ ຍັງພຽງວຽກລະອຽດບາງຈຸດ, ສ່ວນເສັ້ນທາງແຕ່ສາມແຍກອານຸສາວະລີ ປະທານໄກສອນພົມວິຫານ ຫາ ສົ້ນຂົວນ້ຳດົງ ໄດ້ຂະ ຫຍາຍໜ້າທາງຈາກ 7 ແມັດ ເປັນ 11-12 ແມັດ ແລະຈະມີການກສ້າງທາງຍ່າງ ທັງ ສອງເບື້ອງ ແຕ່ສາມແຍກອານຸສາວະລີປະທານໄກສອນພົມວິຫານ ໄປຫາຕະຫຼາດໂພສີ ນອກນັ້ນແມ່ນຈະມີການຂະຫຍາຍແຕ່ໜ້າທາງ ແລະສ້ອມແປງຮ່ອງລະບາຍນ້ຳ, ມູນຄ່າການກໍ່ສ້າງສ້ອມແປງ 6 ຕື້ກ່ວາກີບ ໂດຍນໍາໃຊ້ກອງທືນທາງ ບ້ວງສ້ອມແປງທາງຫຼວງແຫ່ງຊາດ ແລະເງີນເກີນແຜນ 40% ຂອງແຂວງ, ປະຈຸບັນພວມດຳເນີນການກໍ່ສ້າງ ໂດຍໄດ້ສຳເລັດການຍົກຍ້າຍສີ່ງກີດຂວາງ ແລະພວມດຳເນີນການກໍ່ສ້າງຮ່ອງລະບາຍນ້ຳຂ້າງທາງ ຢູ່ບາງຈຸດ, ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ ກ່າວຕື່ມວ່າ: ສຳລັບເສັ້ນ ທາງແຕ່ສາມແຍກອານຸສາວະລີ ປະທານໄກສອນພົມວິຫານ ຫາ ສົ້ນຂົວນ້ຳດົງ ບາງຈຸດອາດຈະດຳເນີນໄປຕາມແຜນການ ແຕ່ບາງຈຸດອາດຈະມີການປັບປ່ຽນເລັກ ນ້ອຍ ໂດຍສະເພາະແມ່ນຈຸດທີ່ມີເສົາໄຟຟ້າ ເນື່ອງຈາກບໍ່ງົບປະມານໃນການຍົກຍ້າຍເສົາ ສ່ວນການປະຕິບັດວຽກງານຕົວຈີງ ຈະເລັ່ງໃຫ້ສຳເລັດຕາມແຜນການ ພາຍໃນ 5 ເດືອນ.

.

ທ່ານ ບຼົ່ງວ່າງ ຫວ່າງເຈຍຊາ ຫົວໜ້າພະ ແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ ກ່າວຕື່ມວ່າ: ໃນຫວ່າງບໍ່ດົນຜ່ານມານີ້ ຢູ່ແຂວງຫຼວງພະບາງໄດ້ມີການກສ້າງ ແລະສ້ອມແປງເສັ້ນທາງແຕ່ສົ້ນຂົວນໍ້າຄານເຂດບ້ານເມືອງງາ ຫາ ສວນສາທາລະນະລ້ານຊ້າງ ໄລຍະທາງປະມານ 200 ແມັດ ຂະຫຍາຍຄວາມກວ້າງຈາກ 7 ເປັນ 12-14 ແມັດ ລວມທັງເສັ້ນທາງ 13 ເໜືອ ໂດຍແມ່ນໂຄງການສ້ອມແປງເສັ້ນທາງຫຼວງແຫ່ງຊາດ ເພື່ອເຮັດໃຫ້ການສັນຈອນມີຄວາມສະດວກ.

.

ຂ່າວພາບ: ອາພຸດເດດ ບຸບຜາ

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອໃໝ່ +8ຄົນ
Next Post: ແຂວງໄຊຍະບູລີ ເສຍຫາຍເກືອບ 100 ຕື້ກີບ ຈາກໄພນໍ້າຖ້ວມ

Related Posts

ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອ +9ຄົນ ຂ່າວສານບ້ານເມືອງ
ພິທີເປີດນໍາໃຊ້ຂົວນໍ້າພະນາຍ 3 ບ້ານເກິນກາງເມືອງທຸລະຄົມແຂວງວຽງຈັນ ຂ່າວສານບ້ານເມືອງ
ທັບນັກກິລາທະຫານຊ່າງແສງເດີນທາງເຖິງ ສ ຣັດເຊຍ ແລ້ວ ຂ່າວສານບ້ານເມືອງ
ສຸດເສົ້າສະຫຼົດໃຈ! ລູກສາວຫາກໍຮຽນຈົບ ແຕ່ຕ້ອງມາຈົບຊີວິດລົງດ້ວຍອຸປະຕິເຫດ ຂ່າວສານບ້ານເມືອງ
ເຜີຍແຜ່ຂໍ້ມູນຂ່າວສານຕ້ານພະຍາດໂຄວິດ-19 ໃຫ້ ພຣະສົງ ແລະ ປະຊາຊົນທີ່ຢູ່ໃກ້ວັດບໍ່ໃຫ້ຢ້ານຈົນເກີນເຫດ (ແຕກຕື່ນ) ຂ່າວສານບ້ານເມືອງ
ລາຄາຊີ້ນໝູຂຶ້ນເດີພີ່ນ້ອງ! ນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme