ມື້ວານນີ້ ວັນທີ 14 ມິຖຸນາ 2021 ແຂວງສະຫວັນນະເຂດ ພົບຜູ້ຕິດເຊື້ອ ໂ ຄ ວິ ດ ໃຫມ່ ເພີ່ມ +3 ຄົນ ຄື:

– ເມືອງໄຊພູທອງ +2 ຄົນ.
– ນະຄອນໄກສອນ +1 ຄົນ.
ເຊິ່ງເປັນແຮງງານລາວ ກວດພົບເຊື້ອທີ່ສູນຫລັກ 4 ຂອງແຂວງ ແລະ ມື້ວານນີ້ແພດໝໍແຂວງສະຫວັນນະເຂດ ສາມາດປິ່ນປົວຄົນເຈັບຕິດເຊື້ອ ໂ ຄ ວິ ດ ຫາຍດີເພີ່ມອີກ +14 ຄົນ:

– ເມືອງ ອາດສະພັງທອງ +6 ຄົນ.
– ເມືອງ ຈຳພອນ +5 ຄົນ.
– ເມືອງຊົນນະບູລີ +1 ຄົນ.
– ເມືອງ ພະລານໄຊ +1 ຄົນ.
– ເມືອງ ພີນ +1 ຄົນ
ປະຈຸບັນໃນທົ່ວແຂວງສະຫວັນນະເຂດແມ່ນມີ ຜູ້ຕິດເຊື້ອ ໂ ຄ ວິ ດສະສົມ 123 ຄົນ, ຍັງຄັ້ງສູນປິ່ນປົວ 19 ຄົນ, ຍິງ 11 ຄົນ ແລະ ປິ່ນປົວດີແລ້ວ 90 ຄົນ

ຂໍ້ມູນຈາກ: ເຟດ ພະແນກ ສາທາລະນະສຸກແຂວງສະຫວັນນະເຂດ.