Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທ່ານຮອງນາຍົກລັດຖະມົນຕີ ເຄື່ອນໄຫວຕິດຕາມຄວາມຄືບໜ້າໂຄງການລົດໄຟລາວ-ຈີນ

Posted on 11/06/202111/06/2021 By News No Comments on ທ່ານຮອງນາຍົກລັດຖະມົນຕີ ເຄື່ອນໄຫວຕິດຕາມຄວາມຄືບໜ້າໂຄງການລົດໄຟລາວ-ຈີນ

ໃນວັນທີ 10 ມິຖຸນານີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ມີລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າຄອງ, ຫົວໜ້າກົມ-ຮອງກົມ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ພ້ອມດ້ວຍເບິ່ງຄວາມຄືບໜ້າໂຄງການກໍ່ສ້າງຈຸດສະຖານີໂດຍສານລົດໄຟລາວ-ຈີນນະຄອນຫຼວງວຽງຈັນ ບ້ານໂຄກສະອາດ ເມືອງໄຊທານີ ຊຶ່ງເປັນຈຸດເຊື່ອມຕໍ່ໃສ່ທາງດ່ວນວຽງຈັນ ໝາຍເລກ 1 (ໄປຕາມເສັ້ນທາງເລກທີ 13 ໃຕ້) ຊຶ່ງໃຫ້ການຕ້ອນຮັບ ຂອງທ່ານ ສ່ຽວ ຊ່ຽນເຫວີນ ຜູ້ອຳນວຍການໃຫຍ່ບໍລິສັດທາງລົດໄຟລາວ-ຈີນ. ທ່ານ ສ່ຽວ ຊ່ຽນເຫວີນ ໄດ້ລາຍງານໂດຍຫຍໍ້: ປັດຈຸບັນການກໍ່ສ້າງສະຖານີດັ່ງກ່າວສໍາເລັດແລ້ວ 70% ແລະ ກໍາລັງຢູ່ໃນໄລຍະການຕົບແຕ່ງພາຍໃນ ຄາດວ່າຈະໃຫ້ສໍາເລັດໃນເດືອນກັນຍາ 2021 ນີ້, ແຕ່ທາງໂຄງການຍັງພົບຄວາມຫຍຸ້ງຍາກເປັນ ຕົ້ນການນໍາເຂົ້າວິຊາການຕົບແຕ່ງພາຍໃນ ແລະ ນໍາເຂົ້າວັດສະດຸກົນຈັກຮັບໃຊ້ໃຫ້ແກ່ໂຄງການຍັງຊັກຊ້າ ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຖິງຢ່າງໃດກໍຕາມ ບໍລິສັດກໍໄດ້ເອົາໃຈໃສ່ສຸມທຸກກໍາລັງເພື່ອເຮັດໃຫ້ໂຄງການສໍາເລັດຕາມແຜນການທີ່ວາງໄວ້, ສະຖານີດັ່ງກ່າວມີເນື້ອທີ່ທັງໝົດ 15.000 ຕາແມັດ, ໄດ້ລົງມືກໍ່ສ້າງໃນເດືອນກໍລະກົດ ປີ 2020 ເປັນຕົ້ນມາ ຮູບແບບການກໍ່ສ້າງເປັນໂຄງເຫຼັກທີ່ມີນໍ້າໜັກ 700 ກວ່າໂຕນ ໄດ້ມີການຈັດສັນເປັນແຕ່ລະໂຊນເພື່ອອໍານວຍຄວາມສະດວກໃຫ້ແກ່ລູກຄ້າທີ່ມາໃຊ້ບໍລິການ ໂດຍສະເພາະສະຖານທີ່ຈອດລົດໄດ້ແບ່ງເປັນ 2 ເຂດຄື: ສະຖານທີ່ຈອດລົດເມຈອດໄດ້ 20 ຄັນ ແລະ ບ່ອນຈອດລົດທົ່ວໄປຈອດໄດ້ 40 ຄັນ ຊຶ່ງມີກຳມະກອນເຮັດວຽກທັງໝົດ 1.200 ຄົນ, ໃນນັ້ນກຳມະກອນຄົນລາວ 700-800 ຄົນ, ໂອກາດນີ້ ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ທິດຊີ້ນໍາໃຫ້ບໍລິສັດເອົາໃຈໃສ່ສືບຕໍ່ການກໍ່ສ້າງໃຫ້ສໍາເລັດຕາມແຜນໃຫ້ທັນເປີດການນໍາໃຊ້ ວັນທີ 2 ທັນວາ 2021 ພ້ອມຍັງເນັ້ນໃຫ້ຂະຫຍາຍສະຖານທີ່ຈອດລົດເພີ່ມຕື່ມ ໂດຍໃຫ້ອອກແບບໃຫ້ມີຄວາມກົມກືນກັບສະພາບແວດລ້ອມມີຄວາມເປັນລະບຽບຮຽບຮ້ອຍຈົບງາມ.

.

.

ຈາກນັ້ນ, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະໄດ້ລົງໄປຢ້ຽມຢາມສະຖານີສິນຄ້າວຽງຈັນໃຕ້ເຊື່ອມຕໍ່ລາງ 1.435 ແມັດ ແລະ ລາງ 1 ແມັດ ທ່ານາແລ້ງ ແລະ ເຂດໂລຊິດສະຕິກ ຊຶ່ງສະຖານທີ່ດັ່ງກ່າວມີຈຸດທີ່ຕັ້ງແຍກອອກຈາກກັນເປັນ 3 ຈຸດຄື: ສະຖານີພັກສິນຄ້າ, ສູນເຕັກນິກ ແລະ ສ້ອມແປງ ແລະ ຈຸດຄ່ຽນຖ່າຍສິນຄ້າ ປັດຈຸບັນກໍາລັງເລັ່ງກໍ່ສ້າງເພື່ອຮອງຮັບໃຫ້ແກ່ເສັ້ນທາງລົດໄຟລາວ-ຈີນ ທີ່ຈະເປີດນໍາໃຊ້ໃນມໍ່ໆນີ້, ນອກນີ້ຍັງໄດ້ຢ້ຽມຢາມເບິ່ງຄວາມຄືບໜ້າໂຄງການກໍ່ສ້າງສະຖານີລົດໄຟລາວ-ໄທ ທ່ານາແລ້ງ ຫາສະຖານີວຽງຈັນ ບ້ານຄຳສະຫວາດ ຍາວ 7,5 ກິໂລແມັດ ມີມູນຄ່າທັງໝົດ 994,6 ລ້ານບາດ ໂດຍໄດ້ເລີ່ມຈັດຕັ້ງປະຕິບັດການກໍ່ສ້າງແຕ່ວັນທີ 1 ຕຸລາ 2019 ມາຮອດປັດຈຸບັນສໍາເລັດວຽກທັງໝົດ 70% ຕາມແຜນການສໍາເລັດເດືອນທັນວາ 2021 ກໍານົດເວລາ 27 ເດືອນ.

.

.

.

ຂ່າວ-ພາບ: ພູວັນ

ຂ່າວສານບ້ານເມືອງ

Post navigation

Previous Post: ປກສ ແຂວງອັດຕະປື ມອບຂອງກາງລົດຈັກທີ່ຖືກຄົນຮ້າຍລັກໄປຄືນໃຫ້ແກ່ເຈົ້າຂອງເດີມ
Next Post: ກະຊວງ ຖວທ ປະກາດໃຫ້ພະນັກງານ
ການນໍາຂັ້ນສູງ ອອກພັກການ-ຮັບອຸດໜູນບໍານານ

Related Posts

ເຈັບ 2 ຄົນ ກະບະເສຍຫຼັກປີ້ນ ທີ່ທາງເມືອງແປກ ຂ່າວສານບ້ານເມືອງ
ສະຫວັນນະເຂດລາຍງານ! ພົບຜູ້ຕິດເຊື້ອໂຄວິດມື້ນີ້ +3 ຄົນ ຂ່າວສານບ້ານເມືອງ
ປິດບັ້ນຝຶກອົບຮົມຫັດແອບ ກໍາລັງປະກອບອາວຸດ ທົ່ວກອງບັນຊາການທະຫານເມືອງອະນຸວົງ ຂ່າວສານບ້ານເມືອງ
ທ່ານຮອງເຈົ້າແຂວງຄໍາມ່ວນ ເຄື່ອນໄຫວຕິດຕາມການເຝົ້າລະວັງລະດັບເຊບັ້ງໄຟ ຂ່າວສານບ້ານເມືອງ
ຖືເອົາວຽກງານເຮັດໃຫ້ສະພາບມີຄວາມສະຫງົບຕິດຜັນກັບການອົບຮົມຫັດແອບຍູ້ແຮງການພັດທະນາກົມກອງ ຂ່າວສານບ້ານເມືອງ
6 ຂໍ້ຫ້າມ ທີ່ຕ້ອງປະຕິບັດຕະຫຼອດໄລຍະປີໃໝ່ລາວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme