ວັນທີ 8 ມິຖຸນາ 2021, ເຈົ້າໜ້າທີ່ຕຳຫຼວດພະແນກສືບສວນ-ສອບສວນ ກອງບັນຊາການ ປກສ ແຂວງອັດຕະປື ໄດ້ມອບເຄື່ອງຂອງກາງປະເພດລົດຈັກ ຈຳນວນ 2 ຄັນ ທີ່ຖືກຄົນຮ້າຍລັກໄປ ສົ່ງຄືນໃຫ້ແກ່ເຈົ້າຂອງເດີມ,ພິທີມອບ-ຮັບໄດ້ຈັດຂື້ນທີ່ຫ້ອງຕຳຫຼວດ ປກສ ແຂວງ. ກ່າວມອບໂດຍ ທ່ານ ຮອ ພູທອນ ພິມມະເສນ ວິຊາການພະແນກສືບສວນ – ສອບສວນ ປກສ ແຂວງ ແລະ ກ່າວຮັບໂດຍຕາງໜ້າເຈົ້າຂອງລົດຈຳນວນດັ່ງກ່າວ.

ທ່ານ ຮອ ພູທອນ ພິມມະເສນ ໄດ້ໃຫ້ລາຍລະອຽດວ່າ: ລົດຈັກທີ່ນຳມາມອບໃນຄັ້ງນີ້ ແມ່ນລົດຈັກຂອງ ນາງ ເພັດດາວອນ ວໍວົງຈິດ (ນາງ ນ້ອຍ) ອາຍຸ 34 ປີ, ພະນັກງານຢູ່ບ້ານເມືອງໄໝ່ ເມືອງສາມັກຄີໄຊ ແຂວງອັດຕະປື ແລະລົດຈັກ ທ້າວ ລິດ ອາຍຸ 19 ປີ, ປະຊາຊົນ, ຢູ່ບ້ານດາກຮຽດ ເມືອງຊານໄຊ ແຂວງອັດຕະປື ເຊິ່ງລົດຈຳນວນດັ່ງກ່າວເຈົ້າໜ້າທີ່ໄດ້ເກັບກູ້ຈາກຄົນຮ້າຍທີ່ລັກໄປ ຊື່ວ່າ: ທ້າວ ວິໄລພອນ (ກ່ຳ) ອາຍຸ 21 ປີ ບ້ານເວີນແຄນ ເມືອງສາມັກຄີໄຊ ແຂວງອັດຕະປື ແລະ ນາງດວງໃຈ (ໂຢະ) ອາຍຸ 24 ປີ ບ້ານໂພໄຊ ເມືອງໄຊເສດຖາ ແຂວງອັດຕະປື ເຊີ່ງພວກກ່ຽວທັງສອງໄດ້ເຄື່ອນໄຫວລັກລົດຈັກ ໃນຄັ້ງວັນທີ 5 ມິຖຸນາ 2021 ແຕ່ຖືກເຈົ້າໜ້າທີ່ພວກເຮົາເກັບກູ້ຄືນໄດ້ໃນຄັ້ງວັນທີວັນທີ 5 ມີຖຸນາ 2021 ເວລາ 16ໂມງ 30 ນາທີ.
ໂອກາດນີ້ ທ່ານກໍໄດ້ຮຽກຮ້ອງມາຍັງທຸກພາກສ່ວນ ຕະຫຼອດຮອດພໍ່ແມ່ປະຊາຊົນ, ແມ່ຄ້າຊາວຂາຍ ນ້ອງໆນັກຮຽນ ຈົ່ງມີສະຕິໃນການປົກປັກຮັກສາ, ຄຸ້ມຄອງພາຫະນະ ແລະ ຊັບສິນຂອງຕົນ ເປັນຕົ້ນແມ່ນເວລາຈອດລົດ ຕ້ອງລ໋ອກກະແຈຄໍ, ບໍ່ຈອດຊະຊາຍ ເພື່ອປ້ອງກັນກຸ່ມຄົນບໍ່ດີສວຍໃຊ້ໂອກາດລັກເອົາໄດ້ງ່າຍ.
ຂ່າວ: ຄໍາວິໄລ ໄຊຍະບຸນລີ ປກສ ແຂວງອັດຕະປື