Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງປະຊຸມຈັດຕັ້ງທີມຕິດຕາມກວດກາມາດຕະການບໍ່ຊື້ – ບໍ່ຂາຍເຄື່ອງດື່ມທີ່ມີທາດເຫຼົ້າ

Posted on 10/06/202110/06/2021 By News No Comments on ກອງປະຊຸມຈັດຕັ້ງທີມຕິດຕາມກວດກາມາດຕະການບໍ່ຊື້ – ບໍ່ຂາຍເຄື່ອງດື່ມທີ່ມີທາດເຫຼົ້າ

ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງບໍ່ແກ້ວ ສົມທົບກັບ ໂຄງການ CB-DAC ໄດ້ຈັດກອງປະຊຸມຈັດຕັ້ງທີມຕິດຕາມ ແລະ ກວດກາການດໍາເນີນປະຕິບັດມາດຕະການບໍ່ຊື້-ບໍ່ຂາຍເຄື່ອງດື່ມທີ່ມີທາດເຫຼົ້າ ໃຫ້ແກ່ເດັກນ້ອຍ ທີ່ມີອາຍຸຕ່ຳກວ່າ 18 ປີ ຕິດພັນກັບການເຜີຍແຜ່ລະບຽບ-ຂໍ້ຫ້າມ, ມາດຕະການ ຂຶ້ນໃນວັນທີ 9 ມິຖຸນານີ້ ທີ່ພະແນກດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ສົມສັກ ມະຫາພົນ ຮອງຫົວໜ້າພະແນກ ຖວທແຂວງ, ທ່ານ ອະນຸສິດ ສັກປະເສີດ ຜູ້ອໍານວຍການໂຄງການ CB-DAC ມີຄະນະຮັບຜິດຊອບໂຄງການ, ຂະແໜງ ການທີ່ກ່ຽວຂ້ອງ, ອໍານາດການປົກຄອງບ້ານ 8 ບ້ານ ໃນເທດສະບານແຂວງເຂົ້າຮ່ວມ.

ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ບັນດາເອກະສານຕ່າງໆເຊັ່ນ: ເອກະສານວ່າດ້ວຍຂໍ້ຫ້າມ ແລະ ມາດຕະການຕໍ່ການຄຸ້ມຄອງເຄື່ອງດື່ມທີ່ມີທາດເຫຼົ້າ ໃຫ້ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ເອກະສານກ່ຽວກັບການຫັນປ່ຽນແບບແຜນດໍາລົງຊີວິດແບບໃໝ່, ເອກະສານແຈ້ງການຂອງພະແນກ ຖວທ ແຂວງ ເລກທີ 501/ຖວທ, ລົງວັນທີ 7 ມິຖຸນາ 2021, ແນະນໍາຂໍ້ມູນ ແລະ ວິທີລາຍງານຂໍ້ມູນໃຫ້ທີມງານ 8 ບ້ານ. ຈາກນັ້ນ, ກອງປະຊຸມໄດ້ສົນທະນາແລກປ່ຽນບົດຮຽນຢ່າງກົງໄປກົງມາ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້, ເພື່ອແນໃສ່ການສ້າງທີມງານຕິດຕາມກວດກາ ໃນການປະຕິບັດມາດຕະການບໍ່ຊື້-ບໍ່ຂາຍເຄື່ອງດື່ມທີ່ມີທາດເຫຼົ້າໃຫ້ແກ່ເດັກນ້ອຍທີ່ມີອາຍຸຕໍ່າກວ່າ 18 ປີ ແລະ ເຮັດໃຫ້ອໍານາດການປົກຄອງບ້ານ 8 ບ້ານ ໃນເທດສະບານແຂວງ ໄດ້ຮັບຮູ້ເຂົ້າໃຈກ່ຽວກັບບັນດານິຕິກໍາການຄວບຄຸມ, ປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ-19 ໃຫ້ແກ່ປະຊາຊົນພາຍໃນບ້ານຂອງຕົນ. ທັງເປັນການສ້າງແຜນລົງເກັບກໍາສະຖິຕິບັນດາຮ້ານທີ່ມີການຊື້ – ຂາຍເຄື່ອງດື່ມທີ່ມີທາດເຫຼົ້າຕື່ມອີກ.

(ຂ່າວ-ພາບ: ຄຳພັນ ແກ້ວມະນີ)

ຂ່າວສານບ້ານເມືອງ

Post navigation

Previous Post: ເຕືອນຝົນຕົກໜັກ! ໃຫ້ລະວັງດິນເຈື່ອນ, ນໍ້າຖ້ວມຊຸ ແລະ ນໍ້າຖ້ວມກະທັນຫັນ
Next Post: ຂໍຊົມເຊີຍ! ພົນລະເມືອງດີໃນຄວາມກ້າຫານຂອງເຈົ້າເດີ້

Related Posts

ສໍາເລັດແລ້ວ! ໂຮງໝໍກະເສມລາດ ທັນສະໄໝ ກຽມພ້ອມໃຫ້ບໍລິການ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ ກັກໂຕຜູ້ຂາຍ ຢ າ ເ ສ ບ ຕິ ດ 12.065 ເ ມັ ດ ຂ່າວສານບ້ານເມືອງ
ສົດໆ! ລົດໃຫຍ່ຕຳຫຼັກເສົາໄຟ ເສັ້ນທາງບ້ານໂພນສີນວນ ຂ່າວສານບ້ານເມືອງ
ຜົວສະຕິບໍ່ດີຈູດເຮືອນຕົນເອງກ້ຽງ ເສຍຊິວິດ 1 ຄົນ ທີ່ເມືອງຜາອຸດົມ ຂ່າວສານບ້ານເມືອງ
ບໍ່ແກ້ວ ໂຈະຊົ່ວຄາວການນຳເຂົ້າໝູ ແລະ ຜະລິດຕະພັນໝູ ຈາກຫຼວງນໍ້າທາ ແລະ ໄທ ຂ່າວສານບ້ານເມືອງ
ໄໝ້ກ້ຽງ 3 ຫຼັງກາງເດິກທີ່ບ້ານຮີທາດ (ມີຄລິບ) ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme