Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກໍລະນີທໍາອິດຂອງລາວ ທີ່ຖືກຕັດຂາ ຍ້ອນຕິດເຊື້ອພະຍາດ ໂ ຄ ວິ ດ

Posted on 09/06/202109/06/2021 By News No Comments on ກໍລະນີທໍາອິດຂອງລາວ ທີ່ຖືກຕັດຂາ ຍ້ອນຕິດເຊື້ອພະຍາດ ໂ ຄ ວິ ດ

ໂອກາດທີ່ ທ່ານ ຮສ.ດຣ ນາງ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ຮ່ວມຖະແຫຼງຂ່າວ ທີ່ກະຊວງສາທາລະນະສຸກ ໃນວັນທີ 8 ມິຖຸນາ 2021 ກໍລະນີຄົນເຈັບທີ່ຕິດເຊື້ອພະຍາດ ໂ ຄ ວິ ດ ແລະ ຖືກຕັດຂາເປັນຜູ້ທໍາອິດຂອງລາວວ່າ: ຜູ້ຕິດເຊື້ອໂຄວິດ ທີ່ຖືກຕັດຂາແມ່ນເພດຍິງ ອາຍຸ 65 ປີ, ມີພະຍາດປະຈຳໂຕເປັນເບົາຫວານ ແລະ ຄວາມດັນ, ຕໍ່ມາກວດພົບເປັນເສັ້ນເລືອດຕີບໃນສະໝອງ, ມີການອ່ອນແຮງຢູ່ແຂນ, ຂາ ເບື້ອງຊ້າຍ, ພ້ອມເກີດມີກ້ອນເລືອດກ້າມໄປອຸດຕັນຢູ່ລຸ່ມຫົວເຂົ່າເບື້ອງຊ້າຍ ຈົນມາຮອດວັນທີ 2 ມິຖຸນາ ທີມແພດໝໍຈຶ່ງກອບກູ້ເອົາຊີວິດຜູ້ກ່ຽວດ້ວຍການຕັດຂາເບື້ອງທີ່ມີບັນຫານັ້ນ.

ຮສ.ດຣ ນາງ ບົວເທບ ພູມິນ ໃຫ້ຮູ້ວ່າ: ພາຍຫຼັງທີ່ເກີດມີການລະບາດຂອງເຊື້ອພະຍາດໂ ຄ ວິ ດ ມີຫຼາຍປະເທດໄດ້ຄົ້ນຄວ້າ ກ່ຽວກັບອາການສ່ຽງ ຫຼື ອາການສົນ ໂດຍມີ 65 ຫົວຂໍ້ ກ່ຽວພັນ ຫຼື ເກີດຂຶ້ນກັບຜູ້ຕິດເຊື້ອ ໂດຍຈະມີ 10 ລາຍການທີ່ພົບເລື້ອຍໆຄື: ໃນ 65 ຫົວຂໍ້ ມີ 31 ຫົວຂໍ້ແມ່ນກ່ຽວກັບການເສຍຫາຍຂອງປອດ; ໃນ 28 ຫົວຂໍ້ ແມ່ນເກີດເລືອດກ້າມເປັນກ້ອນຢູ່ໃນເສັ້ນເລືອດດໍາ, ເສັ້ນເລືອດນິ້ງ ແລະ ເສັ້ນເລືອດເຕັ້ນ; ແລະ ໃນ 26 ຫົວຂໍ້ ພົບວ່າມີບັນຫາທາງດ້ານຫົວໃຈ; ໃນ 23 ຫົວຂໍ້ແມ່ນອຸປະຕິເຫດເສັ້ນເລືອດໃນສະໝອງ; ໃນ 20 ຫົວຂໍ້ພົບວ່າມີບັນຫາທາງດ້ານລະບົບປະສາດ; ໃນ 9 ຫົວຂໍ້ພົບວ່າມີບັນຫາໝາກໄຂ່ຫຼັງ; ໃນ 4 ຫົວຂໍ້ພົບມີບັນຫາດ້ານຕັບ; ອີກ 4 ຫົວຂໍ້ແມ່ນມີບັນຫາດ້ານສຸຂະພາບຈິດ, ຈຸລັງສະໝອງ, ກ້ອນເລືອດນ້ອຍອຸດຕັນ.

ທີມແພດຕ່າງປະເທດໄດ້ຄົ້ນຄວ້າອີກວ່າ ກຸ່ມສ່ຽງທີ່ເປັນເສັ້ນເລືອດໃນສະໝອງຕີບ ມັກຈະເກີດມີອາການເລືອດກ້າມອຸດຕັນອະໄວຍະວະສ່ວນໃດໜຶ່ງໃນຮ່າງກາຍ ໂດຍສະເພາະເບື້ອງທີ່ບໍ່ຄ່ອຍເໜັງຕີງ ແລະ ຈະພົບເຫັນຫຼັງເກີດອາການເສັ້ນເລືອດໃນສະໝອງຕີບ ພາຍໃນ 2-7 ວັນ ແລະ ຈະເກີດຫຼາຍທີ່ສຸດແມ່ນບີແຂ່ງ ແລະ ກ້ອງຫົວເຄົ່າ ເຊິ່ງຄົນເຈັບຕິດເຊື້ອຂອງຄົນລາວທີ່ຖືກຕັດຂາກໍ່ຢູ່ໃນກໍລະນີນີ້.

ສາມະຄົມແພດຫົວໃຈໄດ້ຄົ້ນຄວ້າ ແຕ່ເດືອນ ຕຸລາ 2019 ຫາເດືອນ ມິນາ 2020 ພົບວ່າ 1ສ່ວນ3ຂອງຜູ້ມີອາການໜັກກໍລະນີກ້ອນເລືອດອຸດຕັນ ຢູ່ບ່ອນໃດບ່ອນໜຶ່ງ ແລ້ວເຮັດໃຫ້ອະໄວຍະວະຢູ່ລຸ່ມບ່ອນອຸດຕັນນັ້ນ ບໍ່ສາມາດມີເລືອດໄປລ້ຽງໄດ້ຄືເສຍຫາຍໄປ.

ກໍລະນີການຄົ້ນຄວ້າທີ່ຖືກພິມເຜີຍແຜ່ໃນເດືອນທັນວາ 2020 ໃຫ້ຮູ້ວ່າ ຜ່ານການຄົ້ນຄວ້າ ແຕ່ວັນທີ 25 ມັງກອນ ຮອດວັນທີ 4 ມິນາ 2020 ໂດຍເອົາຄົນເຈັບທັງໝົດ 1.419ຄົນ ທີ່ເປັນພະຍາດ ໂ ຄ ວິ ດ ບວກ ແຕ່ບໍ່ມີອາການສະແດງອອກ ມາຕິດຕາມແຕ່ຮອບ1 ເຖິງຮອບ4 ໃນຈໍານວນທັງໝົດນີ້ ຈະເຫລືອ 121ຄົນ ທີ່ມີສ່ວນກ່ຽວຂ້ອງທີ່ມີກ້ອນເລືອດອຸດຕັນໃນເສັ້ນເລືອດ ອາຍຸສະເລ່ຍໃນກຸ່ມຄົນດັ່ງກ່າວແມ່ນ 53ປີ, ພົບວ່າເສັ້ນເລືອດມັກອຸດຕັນຫລາຍທີ່ສຸດ ອັນດັບໜຶ່ງແມ່ນຢູ່ບີແຂ່ງ, ຮອງລົງມາແມ່ນຮອຍພັບກ້ອງຫົວເຂົ່າ, ອັນດັບສາມແມ່ນຢູ່ເທິງຫົວເຂົ່າ ແລະກົກຂາ ອັນດັບສີ່ ແມ່ນຢູ່ເສັ້ນເລືອດໃຫ່ຍ ໃນນີ້ 58,8%ເປັນຢູ່ເບື້ອງດຽວ, 83,88% ເປັນຢູ່ສອງເບື້ອງ. ໃນການຄົ້ນຄວ້າຂອງເພິ່ນ ຈໍານວນຄົນເຈັບທີ່ຕິດເຊື້ອພະຍາດ ໂ ຄ ວິ ດ ຈໍານວນ 121ຄົນ ໃນນີ້ 48% ແມ່ນມີຄວາມສ່ຽງສູງທີ່ຈະເປັນກ້ອນເລືອດອຸດຕັນຢູ່ຈຸດໃດໜຶ່ງ. ທຽບໃສ່ຄົນເຈັບທີ່ນອນປິ່ນປົວຢູ່ຕຶກພາຍໃນທົ່ວໄປ ມີຄວາມສ່ຽງທີ່ຈະເປັນມີແຕ່9%ເທົ່ານັ້ນ. ສະນັ້ນຄົນເຈັບທີ່ຕິດເຊື້ອພະຍາດໂ ຄ ວິ ດ ເຖິງບໍ່ສະແດງອາການກໍຕາມ 48% ມີຄວາມສ່ຽງທີ່ຈະເປັນກ້ອນເລືອດອຸດຕັນຢູບ່ອນໃດໜຶ່ງ.

ຮສ.ດຣ ນາງ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກກ່າວຢໍ້າວ່າ: ເຖິງຢ່າງໃດກໍ່ຕາມພາຍຫຼັງທີ່ຜູ້ກ່ຽວໄດ້ຕັດຂາໄປແລ້ວ ທາງທີມວິຊາສະເພາະເຮົາກໍ່ຈະເອົາໃຈໃສ່ແນະນຳ ແລະ ໃຫ້ຄູ່ມືກັບແພດໝໍ ພ້ອມກັບຜູ້ກ່ຽວເພື່ອຈະນຳໄປບໍາບັດພາຍຫຼັງຖືກຕັດຂາແລ້ວ ເພື່ອເຮັດແນວໃດຈະຊ່ວຍໃຫ້ຜູ້ກ່ຽວສາມາດໃສ່ຂາທຽມໄດ້.

ໂດຍ: ເຂີຍຫລ້າ.

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອ ໂ ຄ ວິ ດ +1ຄົນ
Next Post: ປະທານປະເທດ ມອບສານແຕ່ງຕັ້ງ ທູດລາວໄປປະຈຳຢູ່ຕ່າງປະເທດ

Related Posts

ລັດຖະມົນຕີກະຊວງການຕ່າງປະເທດ ເຄື່ອນໄຫວເຮັດວຽກຢູ່ແຂວງຊຽງຂວາງ ຂ່າວສານບ້ານເມືອງ
ແຕ່ງຕັ້ງຮອງຫົວໜ້າການທະຫານກອງບັນຊາການທະຫານແຂວງຫຼວງພະບາງ ຂ່າວສານບ້ານເມືອງ
ໄຟຟ້າແຈ້ງການ ໃຫ້ຜູ້ຊົມໃຊ້ໄຟຟ້າຕ້ອງປະຢັດພະລັງງານ 4 ເດືອນຕໍ່ໜ້າ ຍ້ອນຜະລິດບໍ່ພຽງພໍ ຂ່າວສານບ້ານເມືອງ
ລົດເກງຕໍາລົດຖີບສາຫັດ 1 ທາງເມືອງສີໂຄດຕະບອງ ຂ່າວສານບ້ານເມືອງ
ສະຫວັນນະເຂດ! ປະຊາສໍາພັນເຖິງຜູ້ທີ່ມີລາຍຊື່ໃຫ້ມາລາຍງານໂຕດ່ວນ ຂ່າວສານບ້ານເມືອງ
ພາກລັດ ແລະ ຜູ້ປະກອບການ ຫາລືຊອກວິທີແກ້ໄຂລາຄານໍ້າມັນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme