ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ ຂັ້ນແຂວງ ແລະ ຄະນະແພດໂຮງໝໍແຂວງອຸດົມໄຊ ໄດ້ອະນຸຍາດໃຫ້ 2 ກໍລະນີ ມີ: ນາງ ຫຼ້າຝາງ ບ້ານດອນແກ້ວ ເມືອງໄຊ ກໍລະນີທີ13 ແລະ ນາງ ຫຼ້າສະໝອນ ບ້ານລ້ອງກໍເດື່ອ ເມືອງໄຊ ກໍລະນີທີ 14 ອອກຈາກໂຮງຫມໍແຂວງແລ້ວ ພາຍຫລັງໄດ້ຮັບການປິ່ນປົວຈົນຫາຍດີ.

ພິທີຈັດສົ່ງ 2 ກໍລະນີ ກັບຄືນສູ່ຄອບຄົວ ໄດ້ຈັດຂຶ້ນ ວັນທີ 2 ມິຖຸນານີ້ ໂດຍມີ ດຣ ສົມພອນ ຊາວມົງວື ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ດຣ ລັດຕາ ວັນນະຈິດ ອຳນວຍການໂຮງໝໍແຂວງອຸດົມໄຊ ພ້ອມດ້ວຍພະນັກງານ ແພດ-ໝໍ ເຂົ້າຮ່ວມ.

ປັດຈຸບັນ ໂຮງໝໍແຂວງອຸດົມໄຊ ພວມສືບຕໍ່ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ ຈໍານວນ 8 ກໍລະນີ ໃນນີ້ ພາຍໃນແຂວງມີ 7 ກໍລະນີ ແລະ ຕ່າງປະເທດ 1 ກໍລະນີ.

ໂອກາດດັ່ງກ່າວ ແພດ – ໝໍ ຍັງໄດ້ມີຂໍ້ແນະນໍາ ສໍາລັບຄົນເຈັບທີ່ຕິດເຊື້ອພະຍາດ COVID-19 ປິ່ນປົວຫາຍດີແລ້ວ ໄລຍະອອກໄປໃຫ້ສືບຕໍ່ຮັກສາສຸຂະພາບຕົນເອງຢູ່ບ້ານ ໃຫ້ສືບຕໍ່ຈໍາກັດບໍລິເວນຢູ່ເຮືອນຕື່ມອີກເປັນເວລາ 7 ວັນ ໃນຊ່ວງທີ່ກັກບໍລິເວນບໍ່ຄວນອອກໄປຂ້າງນອກ ພ້ອມທັງໃຫ້ເອົາໃຈໃສ່ຮັກສາສຸຂະພາບໃຫ້ແຂງແຮງຢ່າງສະໝໍ່າສະເໝີ.

ກວດແກ້: ອ່ຽງຄຳ ວິລະສັກ