Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໂຄງການປະກວດ Miss Universe Laos ຕັ້ງທີມບໍລິຫານໃໝ່ ກຽມຈັດການແຂ່ງຂັນຄັດເລືອກສາວງາມລາວສູ່ເວທີໂລກ

Posted on 02/06/202102/06/2021 By News No Comments on ໂຄງການປະກວດ Miss Universe Laos ຕັ້ງທີມບໍລິຫານໃໝ່ ກຽມຈັດການແຂ່ງຂັນຄັດເລືອກສາວງາມລາວສູ່ເວທີໂລກ

ເວທີປະກວດ ມີສຢູນິເວີສ ຄັ້ງທີ 69 (Miss Universe 2020) ທີ່ຈັດຂຶ້ນຢູ່ລັດ ຟຣໍລີດາ ສະຫະລັດອາເມລິກາ ໄດ້ຜ່ານພົ້ນໄປແລ້ວ ເຊິ່ງສາວງາມຈາກລາວທີ່ໄປຂຶ້ນເວທີລະດັບໂລກຄັ້ງນີ້ ກໍ່ຄື ນາງ ຄຣິສຕີນາ ລາຊະສິມມາ ກໍ່ໄດ້ເດີນທາງມາຮອດມາເຖິງປະເທດລາວ ແຕ່ວັນທີ 29 ພຶດສະພາ ເຊິ່ງປັດຈຸບັນ ຄຣິສຕີນາ ກໍ່ພວມຈຳກັດບໍລິເວນຕົນເອງ 14 ວັນ ເພື່ອປະຕິບັດຕາມມາດຕະການເຝົ້້າລະວັງ ພະຍາດໂຄວິດ.

อาจเป็นรูปภาพของ 1 คน และกำลังยืน

ການປະກວດປີ Miss Universe 2020 ຈົບລົງ ແຕ່ກະແສ ຫລື ຫາງສຽງຕ່າງໆ ຍັງຄົງມີມາບໍ່ຂາດສາຍ, ດັ່ງນັ້ນ ບໍລິສັດ ມີສລາວ ຈຳກັດ ເຊິ່ງເປັນ ຜູ້ຖືລິຂະສິດເວທີປະກວດມີສຢູນິເວີສ ລາວ ແຕ່ພຽງຜູ້ດຽວໃນປະເທດລາວ ນັບຕັ້ງແຕ່ປີ 2017 ເປັນຕົ້ນມາ ໄດ້ຕັ້ງໂຕະຖະແຫລງຂ່າວ ໃນເວລາ 15 ໂມງ ວັນທີ 1 ມິຖຸນາ 2020 ນີ້ ທີ່ນະຄອນຫລວງວຽງຈັນ ກ່ຽວກັບການແຕ່ງຕັ້ງທີມບໍລິຫານຈັດການໃໝ່ ຂອງໂຄງການປະກວດມີສຢູນິເວີສລາວ.

อาจเป็นรูปภาพของ 1 คน, กำลังยืน และข้อความ

ທ່ານ ພິມມະເສນ ແສງມະນີ ຕາງໜ້າບໍລິສັດ ມີສລາວ ຈຳກັດ ໄດ້ແຈ້ງການໃນພິທີຖະແຫລງຂ່າວວ່າ: “ບໍລິສັດ ມີສລາວ ຈໍາກັດ ເຫັນດີເປັນເອກະພາບແຕ່ງຕັ້ງທ່ານນາງ ຈັນໂສ ຈິດຕິວົງ ຜູ້ອຳນວຍການ ຮ້ານເພັດພະໄທ ຈິວເວີລີ້ ແລະ ທຸລະກິດໃນເຄືອ ເປັນປະທານໂຄງການປະກວດມີສຢູນິເວີສລາວ ປີ 2021-2022 ຢ່າງເປັນທາງການ, ສ່ວນການປະສານງານກັບກອງປະກວດໃຫຍ່ຢູ່ສະຫະລັດ ອາເມລິກາ ແມ່ນຈະເປັນໄປຕາມລະບຽບກົດໝາຍ. ຂະນະທີ່ ເອກະສານໃນການຄັດເລືອກປະທານນີ້ ກໍເປັນໄປຕາມລະບຽບຫລັກການທີ່ຖືກຕ້ອງ”.

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน

ໂອກາດນີ້, ທ່ານນາງ ຈັນໂສ ຈິດຕິວົງ ປະທານໂຄງການປະກວດມີສຢູນິເວີສລາວ ໄດ້ກ່າວໃນພິທີວ່າ: “ການມາຮັບໜ້າທີ່ທີ່ມີກຽດຄັ້ງນີ້, ຂໍສັນຍາວ່າ ຈະເຮັດໃຫ້ດີທີ່ສຸດ, ເອົາຄວາມຮູ້ຄວາມສາມາດ ສູງສຸດ ແລະ ທີມງານທີ່ມີຄຸນນະພາບຜ່ານການຄັດເລືອກມາຢ່າງດີ ພວກເຮົາພ້ອມທີ່ຈະເຮັດວຽກຢ່າງມີຄຸນນະພາບ ແລະ ຂໍຮັບເອົາຄໍາຕໍານິຕິຊົມຈາກທຸກພາກສ່ວນ ເພື່ອຖອດຖອນເອົາມາເປັນບົດຮຽນ.

อาจเป็นรูปภาพของ 1 คน และข้อความ

ສໍາລັບ ການຄັດເລືອກສາວງາມ ໃນການປະກວດປີ 2021ນີ້ ຈະມີຂຶ້ນຢ່າງແນ່ນອນ ແລະ ເປີດກວ້າງໃຫ້ແມ່ຍິງລາວທຸກຄົນທີ່ມີເງື່ອນໄຂເຂົ້າຮ່ວມ, ຂໍຝາກໃຫ້ທຸກທ່ານຕິດຕາມຜົນງານທີມງານພວກເຮົາດ້ວຍ”.

ນອກຈາກ ປະທານໂຄງການແລ້ວ, ຍັງແຕ່ງຕັ້ງທີມງານບໍລິຫານຈັດການໃໝ່ຄົບຊຸດ ເປັນຕົ້ນ ຄັດເລືອກເອົາ ທ່ານ ເທບມະຫາວິໄຊ ໄຊທິລາດ ຜູ້ອຳນວຍການ ບໍລິສັດ ກ້າວໜ້າ ອໍການາຍເຊີ້ ຈໍາກັດ ແລະ ກຸ່ມທຸລະກິດໃນເຄືອ ຫລື ຕ້າ ເອແພັກ ເປັນຜູ້ອຳນວຍການໂຄງການປະກວດ General Director of Miss Universe Laos ພ້ອມດ້ວຍຕໍາແໜ່ງງານອື່ນໆ ທີ່ເປັນທາງການ.

อาจเป็นรูปภาพของ 3 คน และผู้คนกำลังยืน

ແນວໃດກໍ່ດີ, ຜູ້ທີ່ມີຄວາມນິຍົມໃນເວທີປະກວດນາງງາມ ບໍ່ວ່າຈະເປັນນັກທຸລະກິດ, ແຟນນາງງາມ ກໍ່ຄືມວນຊົນທົ່ວໄປ ຫວັງວ່າ ການດໍາເນີນງານຂອງທີມງານໃໝ່ນີ້ ຈະມີປະສິດທິພາບ ມີຄຸນນະພາບ ຈັດການບໍລິຫານ ຢ່າງເປັນມືອາຊີບ ເປັນຜູ້ໃຫຍ່ ແລະ ບໍ່ເຮັດໃຫ້ ກອງເຊຍຄົນລາວຕ້ອງຜິດຫວັງ.

Miss Universe Laos ມີສຢູນິເວີຣສລາວ

ເລື່ອງເດັ່ນ

Post navigation

Previous Post: ບໍລິຄຳໄຊ ມອບເຄື່ອງກົນຈັກ ໃຫ້ກຸ່ມຜະລິດກະສິກຳເປັນສິນຄ້າ
Next Post: ກົມລ້ຽງສັດ​ ແລະ​ ການປະມົງ ອອກແຈ້ງການ! ກວດພົບເຊື້ອພະຍາດຜີວໜັງອັກເສບຕິດຕໍ່ຂອງ ງົວ-ຄວາຍ​ ຢູ່ໃນຟາມ

Related Posts

ຣາຊະອານາຈັກ ກໍາປູເຈຍມອບລົດ 10 ຄັນ ໃຫ້ ສປປລາວ ສູ້ໄພໂຄວິດ-19 ຂ່າວສານບ້ານເມືອງ
ຖ້າດວງເດືອນ ຢູ່ໃກ້ໂລກ ໃນຕໍາແໜ່ງ ສະຖານີອາວະກາດ ຈະເປັນແນວໃດ? (ຊົມຄລິບ) ເລື່ອງເດັ່ນ
ທໍາມະຊາດກາງເມືອງຫຼວງ – ສວນສາທາລະນະ ໜອງສະພັງເລນ ເລື່ອງເດັ່ນ
ພິທີ ຫົດສົງ ພຣະບາງ ພຸດທະລາວັນ ປີໃໝ່ລາວ ຈ.ສ ໑໓໘໔ ຂ່າວສານບ້ານເມືອງ
ຜົນສຳເລັດຂອງກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ເລື່ອງເດັ່ນ
ຊົມເຊີຍ! ບຸນວັດພູ 6-8 ກຸມພາ 2020 ນີ້ ຈະບໍ່ເກັບຄ່າເຂົ້າຊົມ! ເລື່ອງເດັ່ນ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme