Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ບໍລິຄຳໄຊ ມອບເຄື່ອງກົນຈັກ ໃຫ້ກຸ່ມຜະລິດກະສິກຳເປັນສິນຄ້າ

Posted on 02/06/202102/06/2021 By News No Comments on ບໍລິຄຳໄຊ ມອບເຄື່ອງກົນຈັກ ໃຫ້ກຸ່ມຜະລິດກະສິກຳເປັນສິນຄ້າ

ພິທີມອບ-ຮັບເຄື່ອງກົນຈັກກະສິກຳໃຫ້ກຸ່ມຜະລິດກະສິກຳເປັນສິນຄ້າ ລະຫວ່າງອົງການປົກຄອງແຂວງ ແລະ ກຸ່ມຜະລິດກະສິກຳເປັນສິນຄ້າ ໃຫ້ 3 ເມືອງເປົ້າໝາຍ ໄດ້ຈັດຂຶ້ນໃນວັນທີ 31 ພຶດສະພາຜ່ານມານີ້ ທີ່ພະແນກກະສິກໍາ ແລະ ປ່າໄມ້ແຂວງ ເປັນກຽດເຂົ້າຮ່ວມມອບເຄື່ອງກົນຈັກກະສິກຳ ໂດຍທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ທ່ານ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງ, ມີຕາງໜ້າສະພາປະຊາຊົນແຂວງ ພະແນກການ ແລະ ຮອງເຈົ້າເມືອງ 3 ເມືອງ ປາກຊັນ, ບໍລິຄັນ ແລະ ທ່າພະບາດ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.

ເຄື່ອງກົນຈັກກະສິກຳທີ່ນຳມາມອບໃນຄັ້ງນີ້ ປະກອບມີລົດໄຖຄູໂບຕ້າ ຈຳນວນ 28 ຄັນ, ລົດໄຖນາ L5018 23 ກຸ່ມຈຳນວນ 23 ຄັນ ລົດກ່ຽວເຂົ້າ DC-35 2 ກຸ່ມຈໍານວນ 2 ຄັນ ລົດດໍານາແບບເດີນຕາມຈໍານວນ 1 ຄັນ ພ້ອມກະແຕະຕົກກ້າ ແລະ ລົດກ່ຽວເຂົ້າເດີນຕາມ K50 ຈຳນວນ 2 ຄັນ ແລະ ອີກກຸ່ມ 1 ລົດໄຖນາເດີນຕາມ 1 ຄັນ ລົດປັ່ນເຂົ້າ 4 ຟູດ ພ້ອມຫົວຈັກ 1 ຄັນ ແລະ ລົດຊິ່ງພ້ອມຫົວຈັກ 1 ຄັນ ເຊີ່ງເປັນໂຄງການຮ່ວມມືລະຫວ່າງລັດຖະບານລາວ ກັບທະນາຄານໂລກ ຕາມແຜນຄໍ້າສະບຽງອາຫານ ແລະ ຜະລິດເປັນສິນຄ້າລະດັບຊາດ, ໂຄງການເງິນກູ້ຢືມຈາກທະນາຄານໂລກ ແລະ ໂຄງການຜະລິດກຳສິກຳເປັນສິນຄ້າຢູ່ ສປປ ລາວ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และกลางแจ้ง

ຈຳນວນເຄື່ອງກົນຈັກກະສິກຳຈຳນວນ 28 ເຄື່ອງ ໄດ້ມອບໃຫ້ກຸ່ມຜະລິດກະສິກຳເປັນສິນຄ້າທີ່ນອນຢູ່ໃນເປົ້າໝາຍພາຍໃນ 3 ເມືອງຄື: ເມືອງປາກຊັນ ມີ 7 ກຸ່ມຜະລິດເຂົ້າເປັນສິນຄ້າ ແລະ ກຸ່ມຜະລິດແນວພັນເຂົ້າ ໄດ້ຮັບລົດໄຖຄູໂບຕ້າ 5 ຄັນ ຄື L5018 ຈຳນວນ 4 ຄັນ ແລະ L4018 ຈໍານວນ 1 ຄັນ ແລະ ລົດກ່ຽວເຂົ້າ DC -35 1 ຄັນ, ເມືອງທ່າພະບາດ ມີຈໍານວນ 3 ກຸ່ມຄື: ກຸ່ມຜະລິດແນວພັນເຂົ້າ ແລະ ກຸ່ມຜະລິດເຂົ້າເປັນສິນຄ້າໄດ້ຮັບລົດໄຖຄູໂບຕ້າ L5018 ຈໍານວນ 12 ຄັນ ລົດໄຖນາເດີນຕາມ 1 ຄັນ ພ້ອມແຕະຕົກກ້າ ແລະ ລົດກ່ຽວເຂົ້າເດີນຕາມ K 50 ຈຳນວນ 2 ຄັນ ແລະ ກຸ່ມຜະລິດແນວພັນເຂົ້າ ເມືອງບໍລິຄັນໄດ້ຮັບລົດໄຖຄູໂບຕ້າ L5018 ຈຳນວນ 3 ຄັນ, ລົດໄຖນາເດີນຕາມ 1 ຄັນ, ລົດຊິ່ງພ້ອມຫົວຈັກ ຈຳນວນ 1 ຄັນ, ລົດໄຖນາເດີນຕາມຈຳນວນ 1 ຄັນພ້ອມແຕະຕົກກ້າ ແລະ ຈັກປັ່ນເຂົ້າ 4 ຟຸດ ພ້ອມຫົວຈັກ ການສະໜອງເຄື່ອງກົນຈັກກະສິກຳໃຫ້ກຸ່ມຊາວກະສິກອນຜະລິດກະສິກຳເປັນສິນຄ້າແມ່ນທຶນສົມທົບຂອງລັດຖະບານ ກຸ່ມ 1 ມູນຄ່າ 16.000 ໂດລາ ຈຸດປະສົງກໍເພື່ອເປັນການຍົກລະດັບການຜະລິດກະສິກຳຂອງຊາວກະສິກອນພາຍໃນ 3 ເມືອງເປົ້າໝາຍຫັນເຂົ້າສູ່ການຜະລິດແບບທັນສະໄໝ, ການຜະລິດທີ່ມີຄຸນນະພາບ, ຍົກລະດັບຄຸນນະພາບຂອງການຜະລິດກະສິກຳທີ່ດີ.

(ຂ່າວ-ພາບ: ວຽງສະຫວັນ)

ຂ່າວສານບ້ານເມືອງ

Post navigation

Previous Post: ລັດຖະບານຈີນປະກາດຊ່ວຍເຫຼືອວັກຊີນປ້ອງກັນໂຄວິດ ໃຫ້ ສປປ ລາວ ອີກ 500.000 ຫຼອດ
Next Post: ໂຄງການປະກວດ Miss Universe Laos ຕັ້ງທີມບໍລິຫານໃໝ່ ກຽມຈັດການແຂ່ງຂັນຄັດເລືອກສາວງາມລາວສູ່ເວທີໂລກ

Related Posts

ກົມສ່ວຍສາອາກອນ ສືບຕໍ່ເຜີຍແຜ່ 4 ກົດໝາຍໃຫ້ຫົວໜ່ວຍທຸລະກິດແຂວງສະຫວັນນະເຂດ-ແຂວງຄຳມ່ວນ ຂ່າວສານບ້ານເມືອງ
ລົດປີ້ນທີ່ປາກຊ່ອງ! ໂຊເຟີປອດໄພ ຂ່າວສານບ້ານເມືອງ
ີ3 ເດືອນຕົ້ນປີ 2022 ປກສ ເມືອງໂຂງສາມາດມ້າງຄະດີໄດ້ 20 ລາຍ ຂ່າວສານບ້ານເມືອງ
ກອງປະຊຸມຄັ້ງທີ 43 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລາວ-ຫວຽດນາມ ຂ່າວສານບ້ານເມືອງ
ກອງປະຊຸມ ລະດົມຄວາມເຫັນ ກ່ຽວກັບ ນະໂຍບາຍການສົ່ງເສີມເສດຖະກິດຮ່ວມມືປະຊາຊົນ ຂ່າວສານບ້ານເມືອງ
ຂ່າວດ່ວນທີ່ສຸດ! ລາວພົບຜູ້ຕິດເຊື້ອ ໂ ຄ ວິ ດ ເພີ່ມ 26 ຄົນ ເຊິ່ງມີການລະບາດໃນຊຸມຊົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme