Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ນາຍົກຮ່ວມປູກຕົ້ນໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດແລະ ວັນເດັກນ້ອຍສາກົນ

Posted on 01/06/202102/06/2021 By News No Comments on ນາຍົກຮ່ວມປູກຕົ້ນໄມ້ ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດແລະ ວັນເດັກນ້ອຍສາກົນ

ໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2021 ຢູ່ມະຫາວິທະຍາໄລແຫ່ງຊາດ (ມຊ), ຄະນະວິສະ ຖາປັດຕະຍະກຳສາດ ໄດ້ຈັດພິທີປູກຕົ້ນໄມ້ແຫ່ງຊາດຂຶ້ນ, ໂດຍການເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ອຸດົມ ພອນຄຳເພັງ ຮັກສາການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ ມີບັນດາ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ ໃນຈຳນວນຈຳກັດຕາມມາດຕະການປ້ອງກັນໂຄວິດ.

ທ່ານ ອຸດົມ ພອນຄໍາເພັງ ໄດ້ກ່າວວ່າ: ເພື່ອເປັນການສ້າງຂະບວນການເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ດັ່ງຄຳຂວັນ “ຮ່ວມແຮງຮ່ວມໃຈ ສ້າງວິທະຍາເຂດດົງໂດກ ໃຫ້ມີສີຂຽວ, ສະອາດງາມຕາ”. ສຳລັບການປູກຕົ້ນໄມ້ໃນຄັ້ງນີ້, ໄດ້ນຳເອົາຕົ້ນໄມ້ອຸດສາຫະກຳ (ໄມ້ດູ່) ຈຳນວນ 90 ຕົ້ນ ແລະ ຕົ້ນໄມ້ກິນໝາກອີກຈຳນວນໜຶ່ງ, ການປູກຕົ້ນໄມ້ ແມ່ນການສ້າງສະພາບແວດລ້ອມຂອງ ມຊ ໃຫ້ເປັນພື້ນທີ່ສີຂຽວ ເຮັດໃຫ້ວິທະຍາເຂດດົງໂດກ ກາຍເປັນພື້ນທີ່ປົກຫຸ້ມໄປດ້ວຍຕົ້ນໄມ້ນາໆພັນ ແລະ ເປັນການຄືນປ່າທີ່ມີດັງເດີມໃຫ້ກັບມາ, ທັງເປັນການປູກຈິດສຳນຶກໃຫ້ແກ່ພະນັກງານ, ຄູ-ອາຈານ ແລະ ນັກຮຽນ-ນັກ ສຶກສາ ໃຫ້ມີຈິດສຳນຶກຕໍ່ສິ່ງແວດລ້ອມ.

ນອກຈາກນັ້ນ, ມຊ ຍັງໄດ້ຈັດພື້ນທີ່ຈໍານວນໜຶ່ງ ເປັນສວນສາທາລະນະ ເພື່ອໃຫ້ພະນັກງານ, ຄະນະຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ໄດ້ນຳໃຊ້ພື້ນທີ່ດັ່ງກ່າວ ຈັດສັນເພື່ອປູກຕົ້ນໄມ້ ໂດຍຕິດພັນກັບການຮຽນ-ການສອນ ຕົວຈິງໃນແຕ່ລະປີ ກໍຄື ການປູກໃນປີນີ້ ບໍ່ໄດ້ປູກສະເພາະຢູ່ໃນວິທະຍາເຂດດົງໂດກເທົ່ານັ້ນ, ຍັງປູກອີກຫລາຍວິທະຍາເຂດຂອງ ມຊ ແລະ ບໍ່ແມ່ນປູກແຕ່ສະເພາະວັນທີ 1 ເດືອນມິຖຸ ນາ ເທົ່ານັ້ນ, ຍັງໄດ້ປູກທຸກໄລຍະທີ່ມີຄວາມເໝາະສົມ ເນື່ອງຈາກມີການແຜ່ລະບາດຂອງພະຍາດໂຄວິດ ການປູກຕົ້ນໄມ້ ຢູ່ມະຫາວິທະຍາໄລແຫ່ງຊາດປີນີ້ ແມ່ນເນັ້ນໜັກໃຫ້ມີຄວາມກະທັດຮັດແຕ່ເຕັມໄປດ້ວຍເນື້ອໃນ ແລະ ຄວາມໝາຍຢ່າງເລິກເຊິ່ງ ແລະ ໄດ້ເພີ່ມມາດຕະການ ການຄວບຄຸມ ແລະ ປ້ອງກັນໂຄວິດ ຢ່າງເຂັ້ມງວດ.

ຂ່າວ: ສຸກສະຫວັດ ສົມສະໜິດ

ພາບ: ເກດສະໜາ

ເລື່ອງເດັ່ນ

Post navigation

Previous Post: ຂ່າວດ່ວນ! ລາວພົບຜູ້ຕິດເຊື້ອໂຄວິດ +17ຄົນ
Next Post: ລັດຖະບານຈີນປະກາດຊ່ວຍເຫຼືອວັກຊີນປ້ອງກັນໂຄວິດ ໃຫ້ ສປປ ລາວ ອີກ 500.000 ຫຼອດ

Related Posts

ມູນເຫດຂອງ ບຸນເດືອນເກົ້າ ຫໍ່ເຂົ້າປະດັບດິນ ສາລະໜ້າຮູ້
ຫຼວງພະບາງແຈ້ງການດ່ວນ! ເພີ່ມທະວີເຂັ້ມງວດປ້ອງກັນໂຄວິດ ເລື່ອງເດັ່ນ
ມອບປື້ມ “ເມື່ອທ່ານເປັນນາຍົກ” ແກ່ທ່ານນາຍົກ ເລື່ອງເດັ່ນ
ດ່ານແລະຈຸດກວດໄລຍະລັອກດ່າວ ນະຄອນຫຼວງວຽງຈັນ ເລື່ອງເດັ່ນ
ໂຈະການບິນໄປປາກເຊ ຊົ່ວຄາວ ເລີ່ມ 14 ສິງຫາ! ແຈ້ງການຈາກ ລາວເດີນອາກາດ ເລື່ອງເດັ່ນ
ລັອດໃຫຍ່ໄປບໍ່ລອດຊົມເຊີຍເຈົ້າໜ້າທີ່ຫຼວງພະບາງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme