Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ມາແນ່ນອນ! ສປປ ລາວ ຈະໄດ້ຮັບວັກຊີນໄຟເຊີ້ 100.620 ໂດສ ຈາກໂຄງການໂຄແວັກໃນໄວນີ້

Posted on 01/06/202101/06/2021 By News No Comments on ມາແນ່ນອນ! ສປປ ລາວ ຈະໄດ້ຮັບວັກຊີນໄຟເຊີ້ 100.620 ໂດສ ຈາກໂຄງການໂຄແວັກໃນໄວນີ້

ສູນຂ່າວສານການແພດສຸຂະສຶກສາ ລາຍງານວ່າ: ເພື່ອເປັນການກຽມພ້ອມຮັບວັກຊີນກັນພະຍາດໂຄວິດ-19 ຄັ້ງຕໍ່ໄປຈາກໂຄແວັກ (COVAX), ກະຊວງສາທາລະນະສຸກ ໄດ້ຮັບການຊ່ວຍເຫລືອທາງດ້ານຕູ້ແຊ່ທາງການແພດ ທີ່ມີຄວາມສາມາດໃນການເກັບຮັກສາວັກຊີນໃຫ້ຢູ່ໃນອຸນຫະພູມ -70 °C ຈໍານວນ 3 ເຄື່ອງ.

อาจเป็นรูปภาพของ สถานที่ในร่ม

ອົງການອະນາໄມໂລກປະຈຳ ສປປ ລາວ ໄດ້ມອບຕູ້ແຊ່ UCC (Ultra Cold Chain) ດັ່ງກ່າວໃຫ້ຂະແໜງກັນພະຍາດດ້ວຍວັກຊີນ, ສູນສຸຂະພາບແມ່ ແລະ ເດັກ ຜ່ານການສະໜັບສະໜູນຂອງ ກະ ຊວງສາທາລະນະສຸກ ເຢຍລະມັນ (BMG).

ไม่มีคำอธิบายรูปภาพ

ໃນໄລຍະ 2-3 ເດືອນທີ່ຜ່ານ ກະຊວງສາທາລະນະສຸກ ໄດ້ມີການປະຕິບັດໜ້າທີ່ຢ່າງຕັ້ງໜ້າໃນວຽກງານການແຈກຢາຍວັກຊີນກັນພະຍາດໂຄວິດ-19. ໂດຍທີ່ຮອດວັນທີ 30 ພຶດສະພາ 2021 ຕົວເລກ ຈໍານວນວັກຊີນທີ່ຖືກສັກໃຫ້ແກ່ປະຊາກອນ ທີ່ນອນໃນກຸ່ມເປົ້າໝາຍໃນທົ່ວປະເທດແມ່ນ 885.694 ໂດສ (ເຂັມທໍາອິດ 658.377 ແລະ ເຂັມທີສອງ 277.317). ດ້ວຍຜົນສໍາເລັດດັ່ງກ່າວ, ກະຊວງສາທາລະນະສຸກ ເອງກໍມີແຜນທີ່ຈະສູ້ຊົນສັກວັກຊີນໃຫ້ໄດ້ 50% ຂອງຈໍານວນພົນລະເມືອງທັງໝົດພາຍໃນ ປີ 2021.

ສປປ ລາວ ຄາດວ່າ: ຈະໄດ້ຮັບວັກຊີນໄຟເຊີ້ (Pfizer) ຈຳນວນ 100.620 ໂດສ ໃນໄວໆນີ້, ເຊິ່ງວັກຊີນດັ່ງກ່າວ ມີຄວາມຈໍາເປັນທີ່ຈະຕ້ອງມີການບັນຈຸເພື່ອເກັບຮັກສາດ້ານປະສິດທິພາບໃນລະບົບຕູ້ແຊ່ UCC ແບບສະເພາະ.

ຂ່າວສານບ້ານເມືອງ

Post navigation

Previous Post: ປີນີ້ແຂວງບໍລິຄຳໄຊ ຈະປູກໄມ້ໃຫ້ໄດ້ 4.840 ເຮັກຕາ
Next Post: ເມືອງໂຂງ ຈັດພິທິປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ

Related Posts

ຮອງນາຍົກຫ່ວງເລື່ອງງົບປະມານຊົດເຊີຍຊ່ວຍເຫຼືອຜູ້ຖືກຜົນກະທົບ ຈາກສັນເຂື່ອນແຕກ ຢູ່ເມືອງສະໜາມໄຊ ເກີດມີຊ່ອງວ່າງສວຍໂອກາດຕ່າງໆ… ຂ່າວສານບ້ານເມືອງ
ປີ 2022 ນີ້ ລັດຖະບານ ຈະສູ້ຊົນໃຫ້ເສດຖະກິດແຫ່ງຊາດ ຂະຫຍາຍຕົວ 4,4% ຂ່າວສານບ້ານເມືອງ
40 ບໍລິສັດຈັດຫາງານທີ່ໄດ້ຮັບອານຸຍາດເຄື່ອນໄຫວຈັດສົ່ງແຮງງານທັງພາຍໃນ ແລະ ຕ່າງປະເທດ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມສູງ 1038ຄົນ ຂ່າວສານບ້ານເມືອງ
ໜ້າຫ່ວງ! ຜູ່ຕິດເຊື້ອ ໃໝ່ທີ ຫຼວງພະບາງ ແມ່ນ ເ ດັ ກ ນ້ ອ ຍ ອ າຍຸ 1,5 ປີ ຫຼານສາວຂອງ ໝາຍເລກ 111 ຂ່າວສານບ້ານເມືອງ
ຍ້ອນຄວາມປະໝາດຂາດສະຕິພາໃຫ້ຕົນເອງ ເ ສ ຍ ຊີ ວິ ດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme