Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຈຸດກວດຂົວຫ້ວຍໜ້ຽງ ເມືອງນ້ຳບາກ ສືບຕໍ່ເຂັ້ມງວດຄັດກອງຄົນເຂົ້າ-ອອກ

Posted on 27/05/202127/05/2021 By News No Comments on ຈຸດກວດຂົວຫ້ວຍໜ້ຽງ ເມືອງນ້ຳບາກ ສືບຕໍ່ເຂັ້ມງວດຄັດກອງຄົນເຂົ້າ-ອອກ

ໃນວັນທີ 25 ພຶດສະພາ 2021 ນີ້, ຄະນະສະເພາະກິດຂັ້ນແຂວງ ນໍາໂດຍ ທ່ານ ລັດຕະນະໄຊ ຄໍາສີດາ ຫົວໜ້າ ພະແນກການຕ່າງປະເທດ, ທ່ານ ສຸລິໄຊ ຫົງສາຄອນ ຮອງຫົວໜ້າ ພະແນກອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ໄຊແກ້ວ ທະວີໄຈ ຮອງຫົວໜ້າ ພະແນກໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍທີມງານ ລົງຢ້ຽມຢາມ ແລະ ໃຫ້ກໍາລັງໃຈພະນັກງານທີ່ປະຈຳການຢູ່ຈຸດກວດຄັດກອງຄົນເຂົ້າ-ອອກ ຂົວຫ້ວຍໝ້ຽງ ເມືອງນ້ຳບາກ ເພື່ອປ້ອງກັນພະຍາດໂຄວິດ.

May be an image of one or more people, people standing, outdoors and text that says 'ยุด ภอด STOP'

.

May be an image of tree and road

ທ່ານ ພັນຕີ ຄຳຫລ້າ ແສງຄຳ ຫົວໜ້າຈຸດກວດຂົວຫ້ວຍໜ້ຽງ ໄດ້ລາຍງານສະພາບການປະຕິບັດໜ້າທີ່ຂອງພະນັກງານ ໂດຍສະເພາະ ຈຸດກວດຄັດກອງຄົນເຂົ້າ-ອອກ ຂົວຫ້ວຍໜ້ຽງ ເມືອງນໍ້າບາກ ເປັນຈຸດໜຶ່ງທີ່ເຊື່ອມຕໍ່ ລະຫວ່າງ ແຂວງຫລວງພະບາງ ກັບ ແຂວງອຸດົມໄຊ ເຫັນວ່າ ມີການສັນຈອນໄປ-ມາ ຕາມການອະນຸຍາດຂອງຄະນະສະເພາະກິດທັງສອງແຂວງ ໂດຍສະເພາະ ການຂົນສົ່ງສິນຄ້າ. ການປະຕິບັດງານຂອງພະນັກງານປະຈຳຈຸດກວດ ແມ່ນໄດ້ປະຕິບັດມາດຕະການ ການປ້ອງກັນຢ່າງເຂັ້ມງວດ ເປັນຕົ້ນ ກວດກາວັດແທກອຸນຫະພູມ ຜູ້ເດີນທາງເຂົ້າ-ອອກ ແລະ ກວດກາເອກະສານຂອງຄະນະສະເພາະກິດ ຢ່າງເຂັ້ມງວດ, ຜ່ານການປະຕິບັດເຫັນວ່າ ຜູ້ເດີນທາງຜ່ານຈຸກກວດ ແມ່ນໄດ້ໄປຕິບັດຕາມລະບຽບການທີ່ວາງໄວ້ເປັນສ່ວນໃຫຍ່ ແຕ່ກໍຍັງມີບາງຈຳນວນແມ່ນຍັງບໍ່ປະຕິບັດ, ສະນັ້ນຈຶ່ງຮຽກຮ້ອງໃຫ້ຜູ້ທີ່ຈະເດີນທາງຜ່ານຈຸດກວດກາທຸກແຫ່ງ ໃຫ້ປະກອບເອກະສານໃຫ້ຄົບຖ້ວນ ແລະ ຖ້າບໍ່ມີຄວາມຈຳເປັນແທ້ແມ່ນບໍ່ໃຫ້ອອກເດີນທາງໃນໄລຍະນີ້.

May be an image of one or more people, people standing and outdoors

.

May be an image of road

ໃນການລົງຢ້ຽມຢາມຄັ້ງນີ້ຂອງຄະນະສະເພາະກິດຂັ້ນແຂວງ ແມ່ນໄດ້ຮັບການຕ້ອນຮັບຈາກ ທ່ານ ສົມຫວັງ ພອນຄໍາວົງສາ ເຈົ້າເມືອງນ້ຳບາກ ພ້ອມດ້ວຍຄະນະສະເພາະກິດຂັ້ນເມືອງ. ໂອກາດດຽວກັນນີ້ ຄະນະສະເພາະກິດຂັ້ນແຂວງ ກໍໄດ້ມອບອຸປະກອນປ້ອງກັນພະຍາດໂຄວິດ ທີ່ໄດ້ຮັບຈາກການຊຸກຍູ້ຈາກຫລາຍພາກສ່ວນໃນສັງຄົມໃຫ້ແກ່ພະນັກງານທີ່ປະຕິບັດໜ້າທີ່ຢູ່ຈຸດກວດຂົວຫ້ວຍໝ້ຽງນຳອີກ.

ຂ່າວສານບ້ານເມືອງ

Post navigation

Previous Post: ຂໍສະແດງຄວາມຍິນນຳຜູ້ຕິດເຊື້ອໂຄວິດແຂວງຊຽງຂວາງ ທີ່ໄດ້ປິ່ນປົວຫາຍດີແລ້ວ
Next Post: ສະແດງຄວາມຮູ້ບຸນຄຸນ! ທ່ານ ພົນຈັດຕະວາ ອ່ອນຈັນ ເພັດສະລາດ ຜູ້ທີ່ຊ່ວຍແນວລາວຮັກຊາດໂ ຕ ນ ຄຸ ກ ໂພນເຄັງ

Related Posts

ລັດຖະມົນຕີກະຊວງ ຍທຂ ລົງໄປຊີ້ນຳດ້ວຍຕົນເອງເພື່ອແກ້ໄຂບາງເສັ້ນທາງທີ່ເປ່ເພຢູ່ນະຄອນຫລວງວຽງຈັນ ແລະ ແຂວງວຽງຈັນ ຂ່າວສານບ້ານເມືອງ
ໜີທັນ 2 ຄົນ ຖືກໄມ້ຄ້ອນຕີເສຍຊີວິດ 1 ຄົນ ຂ່າວສານບ້ານເມືອງ
ຮ່ວມກັນລັກສາຍໄຟຢູ່ສະຖານີລົດໄຟ ລາວ-ຈີນ ຈຸດດົງໂພສີ ໜີ ບໍ່ ລ ອດເຈົ້າໜ້າທີ່ ຈັ ບ ໄດ້ ຂ່າວສານບ້ານເມືອງ
ເປັນເລື່ອງດີ ສະຫວັນນະເຂດມີຫ້ອງໄຂ່ຫຼັງທຽມ ແລະ ກວດໂຄວິດ ໄດ້ແລ້ວ ຂ່າວສານບ້ານເມືອງ
ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ມອບເຄື່ອງຊ່ວຍເຫຼືອ ສປ ຈີນມູນຄ່າ 2 ຕື້ກວ່າກີບ ຂ່າວສານບ້ານເມືອງ
ກົດໝາຍທັງໝົດ ຂອງ ສປປ ລາວ ທີ່ປະຊາຊົນລາວ ຕ້ອງຮູ້ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme