Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຂ່າວມື້ນີ້! ລາວມີຜູ້ຕິດເຊື້ອໂຄວິດ ເພີ່ມອີກ 21 ຄົນ

Posted on 24/05/202124/05/2021 By News No Comments on ຂ່າວມື້ນີ້! ລາວມີຜູ້ຕິດເຊື້ອໂຄວິດ ເພີ່ມອີກ 21 ຄົນ

ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ ໄດ້ຖະແຫລງຂ່າວປະຈໍາວັນທີ 24 ພຶດສະພາ ປີ 2021 ໂດຍໄດ້ຢືນຢັນວ່າ: ໃນວັນທີ 23 ເມສາ 2021 ໄດ້ເກັບຕົວຢ່າງມາກວດ ໃນຈໍານວນ 1.126 ຄົນ, ເຊິ່ງຜົນກວດວິເຄາະແມ່ນພົບຜູ້ຕິດເຊື້ອໃໝ່ເພີ່ມທັງໝົດ 21 ຄົນ (ກໍລະນີຢັ້ງຢືນເລກທີ 1802-1822) ຄື: ນະຄອນຫລວງ ກວດ 458 ຕົວຢ່າງ ແລະ ພົບເຊື້ອ 9 ຕົວຢ່າງ, ເຊິ່ງແມ່ນການຕິດເຊື້ອໃນຊຸມຊົນ, ສໍາລັບ ແຂວງຈຳປາສັກ 10 ຕົວຢ່າງ, ສະຫວັນນະເຂດ ແລະ ອຸດົມໄຊ ແຂວງລະ 1 ຕົວຢ່າງ (ສໍາລັບແຂວງຈຳປາສັກ ແລະ ສະຫວັນນເຂດ ທັງໝົດມີ 11 ຕົວຢ່າງ, ເຊິ່ງແມ່ນກໍລະນີນໍາເຂົ້າ ເປັນແຮງງານລາວ ກັບຄືນປະເທດທີ່ຖືກຕາມລະບຽບກົດໝາຍ).

May be an image of 1 person and sitting

ສໍາລັບລາຍລະອຽດຂອງ 9 ກໍລະນີ ທີ່ຕິດເຊື້ອຢູ່ນະຄອນຫລວງວຽງຈັນ ມີດັ່ງນີ້: ເຂດ ຫລື ສະຖານທີ່ສ່ຽງທີ່ຜູ້ຕິດເຊື້ອໄດ້ໄປ High-risk settings, ຕະຫລາດສີວິໄລ (ຕາມການບອກເລົ່າຂອງກໍລະນີ 1.745 ແມ່ນໄດ້ໄປຊື້ອາຫານທຸກມື້ແຕ່ຊ່ວງຕົ້ນເດືອນ 5 ເປັນຕົ້ນມາ), ຕະຫລາດໄຮ່ຄຳ (ຕາມການບອກເລົ່າຂອງກໍລະນີ 1.744 ແມ່ນໄດ້ໄປຊື້ເຄື່ອງຕອນປະມານ 3-4 ໂມງເຊົ້າ ປະມານວັນທີ 14-15/5/2021), ບໍລິສັດແອນນາ ບ້ານສະພານທອງ (ຮ່ອມຕະຫລາດສະພານທອງ), ບໍລິສັດພັດທະນາບໍ່ແຮ່ຈຳກັດ, ບ້ານໄຊສະຫວ່າງ ເມືອງໄຊທານີ ນະຄອນຫລວງວຽງຈັນ, ບ້ານຫົວຊຽງ ເມືອງ ໄຊທານີ (ກໍລະນີຕິດເຊື້ອ 1.743 ໄດ້ໄປໃນວັນທີ 22 ແລະ 23/5/2021), ແລະ ບ້ານຈັນສະຫວ່າງ ໜ່ວຍ 43 ເມືອງສີໂຄດຕະບອງ (ກໍລະນີຕິດເຊື້ອ 1.745 ໄດ້ໄປໃນວັນທີ 21/5/2021).

May be an image of sky and road

ທ່ານ ດຣ ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມ ແລະ ພະຍາດຕິດຕໍ່, ກະ ຊວງສາທາລະນະສຸກ ໄດ້ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ສປປ ລາວ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 1.822 ຄົນ, ເສຍຊີວິດ 2 ຄົນ, ປິ່ນປົວຫາຍດີ 1.133 ຄົນ ແລະ ຍັງນອນຕິດຕາມປິ່ນປົວທັງໝົດ ໃນຂອບເຂດທົ່ວປະເທດ 687 ຄົນ. ສະນັ້ນ, ເພື່ອຫລຸດຜ່ອນ ແລະ ສະກັດກັ້ນ ການລະບາດບໍ່ໃຫ້ຂະ ຫຍາຍເປັນວົງກວ້າງ ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ທຸກພາກສ່ວນໃນສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນ ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກແຕ່ລະໄລຍະຢ່າງເຄັ່ງຄັດ. ສໍາລັບການແບ່ງເຂດ ທີ່ຖືກກໍານົດໄວ້ເປັນເຂດແດງ (ເຂດທີ່ມີການຕິດເຊື້ອ) ຫລື ເຂດເຫລືອງ (ເຂດທີ່ມີຄວາມສ່ຽງ) ແມ່ນຫ້າມບຸກຄົນເດີນທາງເຂົ້າ-ອອກ ທ້ອງຖິ່ນ ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກອຳນາດການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ດ້ວຍເງຶື່ອນໄຂ ແລະ ເຫດຜົນທີ່ຈຳເປັນ ເຊັ່ນ: ການຂົນສົ່ງສິນຄ້າ, ສົ່ງສະບຽງອາຫານ, ໄປໂຮງໝໍ, ໄປຮັບວັກແຊງ ແຕ່ໃຫ້ຂະແໜງສາທາລະນະສຸກ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ເກັບກຳຂໍ້ມູນຢ່າງຮັດກຸມ.

May be an image of sky

ຂ່າວ: ມະນີທອນ

ຂ່າວສານບ້ານເມືອງ

Post navigation

Previous Post: ສູນກັກກັນແຮງງານຜູ້ມີຄວາມສ່ຽງຈາກການຕິດເຊື້ອພະຍາດໂຄວິດແຂວງບໍ່ແກ້ວ ມີຕຽງນອນແລ້ວ
Next Post: ຫຼວງພະບາງໂຈະການສັກວັກຊິນປ້ອງກັນໂຄວິດ ເຂັມທີ 1 ຊົ່ວຄາວ

Related Posts

ເຕືອນໄພ! ຊ່ວຍແຊສ! ມີກຸ່ມຄົນສວຍໂອກາດຮັບແລ່ນເອກະສານ ແລະ ເຮັດບັດສັກຢາກັນພະຍາດໂຄວິດປອມ ຂ່າວສານບ້ານເມືອງ
ເມືອງລະຄອນເພັງ ຍັງມີຄວາມສ່ຽງຕົວເລກຜູ້ຕິດເຊື້ອພະຍາດໂຄວິດ ຈະເພີ່ມຂື້ນ ຍ້ອນແຮງງານລາວທີ່ໄປເຮັດວຽກຢູ່ປະເທດໄທ ຂ່າວສານບ້ານເມືອງ
ເກົ່າແກ່…! ທ່ຽວຊົມວັດສີພູມປະດິດຖາຣາມ ຂ່າວສານບ້ານເມືອງ
ໄມ້ຈັນຫອມ ກັບຄວາມຄວາມເຊື່ອຂອງວັດທະນະທໍາລາວ ຂ່າວສານບ້ານເມືອງ
ອຸຕຸເຕືອນ! ຝົນຈະຕົກໜັກ ໃນວັນທີ 23 ຫາ 26 ກໍລະກົດນີ້ ຂ່າວສານບ້ານເມືອງ
ອຸບັດຕິເຫດລົດເກັງເສຍຫຼັກຕໍາຕົ້ນໄມ້ ເຈັບ 1 ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme