Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະຫວັດການເດີນທາງຂອງຜູ້ຕິດເຊື້ອ ຈໍານວນ 9 ຄົນໃນນະຄອນຫລວງວຽງຈັນວ່າ ທັງໝົດແມ່ນພົບໃນຊຸມຊົນ

Posted on 22/05/2021 By News No Comments on ປະຫວັດການເດີນທາງຂອງຜູ້ຕິດເຊື້ອ ຈໍານວນ 9 ຄົນໃນນະຄອນຫລວງວຽງຈັນວ່າ ທັງໝົດແມ່ນພົບໃນຊຸມຊົນ

ຕອນບ່າຍ ວັນທີ22 ພຶດສະພາ 2021 ທີ່ກະຊວງສາທາລະນະສຸກ ດຣ. ລັດສະໝີ ວົງຄໍາຊາວຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ຖະແຫລງຕໍ່ສື່ມວນຊົນກ່ຽວກັບສະພາບການລະບາດຂອງພະຍາດCOVID-19ຢູ່ ສປປ ລາວວ່າ: ວັນທີ 21 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1,377 ຕົວຢ່າງ ພົບຜູ້ຕິດເຊື້ອ 19 ຄົນ ໃນນັ້ນນະຄອນຫຼວງ 9 ກໍລະນີ, ສະຫວັນນະເຂດ 2 ກໍລະນີ, ຈຳປາສັກ 7 ກໍລະນີ ແລະ ອຸດົມໄຊ 1 ກໍລະນີ. ປະຈຸບັນຈໍານວນຜູ້ຕິດເຊື້ອສະສົມທັງໝົດທົ່ວປະເທດແມ່ນ 1,782ຄົນ, ຈໍານວນຜູ້ເສຍຊີວິດສະສົມ ຍັງຢູ່ທີ່ 2ຄົນ, ປີ່ນປົວດີແລ້ວ 1,025 ຄົນ ແລະ ກໍາລັງປີ່ນປົວ 755 ຄົນ, ສະເພາະມື້ນີ້ປົວດີ ແລະອອກໂຮງໝໍເພີ່ມອີກ 225ຄົນ.

– ສໍາລັບຄົນເຈັບຕິດເຊື້ອໃໝ່ຈາກນະຄອນຫຼວງວຽງຈັນ 9ຄົນ (ທັງໝົດແມ່ນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າທີ່ມີການຕິດເຊື້ອໃນຊຸມຊົນ)

– ສໍາລັບແຂວງຈໍາປາສັກ 7ຄົນ ແລະ ແຂວງສະຫວັນນະເຂດ 2 ຄົນແມ່ນກໍລະນີນໍາເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບຄືນປະເທດຖືກຕາມລະບຽບກົດໝາຍ.

May be an image of 1 person

– ສຳລັບແຂວງອຸດົມໄຊ 1 ຄົນ ແມ່ນຄົນເຈັບທີ່ຕິດເຊື້ອໃໝ່ທີ່ບໍ່ໄດ້ເດີນທາງໄປທາງໃດ. ໂອກາດດຽວກັນນີ້ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາກະຊວງສາທາລະນະສຸກ, ໄດ້ໃຫ້ຮູ້ປະຫວັດການເດີນທາງຂອງຜູ້ຕິດເຊື້ອ ຈໍານນວນ 9 ຄົນໃນນະຄອນຫລວງວຽງຈັນວ່າ ທັງໝົດແມ່ນພົບໃນຊຸມຊົນ ເຊິ່ງ7ຄົນ ແມ່ນຈາກຈຸ້ມທີ່ເກີດຢູ່ບ້ານນາສ້າງໄພ ແລະມີການພົວພັນກັບ 2 ຄົນທີ່ຕິດກ່ອນໜ້ານີ້ ແລະມີປະຫວັດເດີທາງໄປຫລາຍບ່ອນຄື:

ວັນທີ 13-18 ພຶດສະພາ 2021 ໄປທະນາຄານເອຊີລີດາ ສາຂາທາດຫລວງ.

ວັນທີ 17 -20 ພຶດສະພາ 2021 ສູນການເງິນຈຸລະພາກ ສາຂາບ້ານໂນນຄໍ້.

ວັນທີ 20 ພຶດສະພາ ໄປສະຖາບັນການເງິນລາວຍີ່ປຸ່ນ, ເສັ້ນທາງໂພນພະເນົາ- ໂພນຕ້ອງ.

ວັນທີ 1- 20 ພຶດສະພາ ໄປຕະຫລາດໂນນຄໍ້.

ວັນທີ 16- 19ພຶດສະພາ ໄປ K-PLAZA.

ວັນທີ 1 – 20 ພຶດສະພາ ໄປຕະຫລາດໂນນຄໍ້.

ວັນທີ 1- 19 ພຶດສະພາ ໄປຕະຫລາດຫົວຂົວ.

ວັນທີ 20 ພຶດສະພາ ໄປຕະຫລາດດົງຈອງ.

ວັນທີ 10 ພຶດສະພາ ໄປຕະຫລາດໂພນຕ້ອງສະຫວາດ.

ວັນທີ 12 ພຶດສະພາ ໄປຂາຍຢາຢູ່ບ້ານໄຮຄໍາ.

ວັນທີ 10-20 ພຶດສະພາ ໄປຂາຍເຄື່ອງຍ່ອຍຢູ່ຢູ່ເຂດບ້ານສົມສະຫງ່າ.

ວັນທີ 1-20 ພຶດສະພາ ໄປຕະຫລາດໄອຊິນ ບ້ານນາສ້າງໄພ.

May be an image of 1 person

ສໍາລັບຜູ້ທີ່ສໍາພັດໃກ້ຊິດກັບຜູ້ທີ່ຕິດເຊື້ອ ແລະ ບຸກຄົນທີ່ເດີນທາງໄປໃນເຂດທີ່ມີຄວາມສ່ຽງນັ້ນ ໃຫ້ເອົາໃຈໃສ່ໄປກວດຊອກຫາເຊື້ອ ເຖິງວ່າຜົນກວດຈະອອກມາເປັນລົບ ຫຼື ຍັງຢູ່ໃນໄລຍະລໍຖ້າຜົນກວດຢູ່ ກໍ່ໃຫ້ທ່ານສືບຕໍ່ຈຳກັດບໍລິເວນຕົນເອງຢູ່ເຮືອນພ້ອມທັງປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດ ຈົນກວ່າຈະຄົບ 14 ວັນ.

ຂ່າວສານບ້ານເມືອງ

Post navigation

Previous Post: ຈັບໄດ້ແລ້ວ! ຜູ້ເຮັດຄຼິບຍົນຕົກ ຢູ່ເມືອງຊຽງເງິນ ທີ່ອອກເຜີຍແຜ່ ໃນTikTok ເປັນຄຼິບປອມ
Next Post: ຂ່າວດ່ວນ! ບ້ານເຂດແດງ ມີ 34 ບ້ານແລ້ວ ທີ່ນະຄອນຫຼວງວຽງຈັນ

Related Posts

ຂ່າວດ່ວນ! ລາວເຮົາພົບຜູ້ຕິດເຊື້ອໂຄວິດເພີ່ມ +25 ຄົນ ຂ່າວສານບ້ານເມືອງ
ປີ 2020 ເມືອງໄຊຍະບູລີ ຈະປ່ອຍປາ 8,000,000 ໂຕສູ່ທໍາມະຊາດ ຂ່າວສານບ້ານເມືອງ
ດ່ວນ! ສໍານັກງານນາຍົກລັດຖະມົນຕີ ແຈ້ງການ ເດັດຂາດຫ້າມຂຶ້ນລາຄາ ອຸປະກອນ ການແພດ! ຝ່າຝືນຖອນໃບອານຸຍາດດໍາເນີນທຸລະກິດທັນທີ ຂ່າວສານບ້ານເມືອງ
ຈົບມັດທະຍົມແລ້ວ ຈັບມືກັນຄ້າຂາຍ! ຄວາມຮັກຂອງໜຸ່ມສາວທີ່ມີເປົ້າໝາຍຊັດເຈນ ຂ່າວສານບ້ານເມືອງ
ອັດຕະປື ໄດ້ຮັບເງີນສົດ 250 ລ້ານກີບ ຊ່ວຍເຫລືອ ປ້ອງກັນ ແລະ ຕ້ານພະຍາດ ໂຄວິດ-19 ຂ່າວສານບ້ານເມືອງ
ພາເຂົ້າອຸໂມງ ແລະ ເລາະທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme