ຈາກການລາຍງານຂອງຄະນະສະເພາະກິດ ໃນວັນທີ 22 ພຶດສະພາ 2021 ນີ້ວ່າ ປະຈຸບັນ ມີ 29 ບ້ານ ໃນ 6 ເມືອງ ຂອງນະຄອນຫຼວງວຽງຈັນ ທີ່ຖືກຈັດເປັນບ້ານເຂດແດງ. ເມືອງທີ່ມີເຂດແດງຫຼາຍກວ່າໝູ່ແມ່ນ ເມືອງໄຊເສດຖາ ມີ 12 ບ້ານ, ຮອງລົງມາ ແມ່ນ ຈັນທະບູລີ ມີ 7 ບ້ານ, ເມືອງໄຊທານີ 5 ບ້ານ, ເມືອງສີສັດຕະນາກ 2 ບ້ານ, ເມືອງສີໂຄດຕະບອງ 2 ບ້ານ ແລະ ເມືອງຫາດຊາຍຟອງ 1 ບ້ານ. ລາຍລະອຽດຂອງແຕ່ລະເມືອງມີດັ່ງນີ້
ເມືອງໄຊເສດຖາ
- ບ້ານຝາຍ (15)
- ບ້ານຈອມມະນີກາງ (8)
- ບ້ານຄໍາສະຫວາດ (8)
- ບ້ານວຽງຈະເລີນ (3)
- ບ້ານຈອມມະນີໃຕ້ (4)
- ບ້ານໜອງບອນ (2)
- ບ້ານໜອງໜ່ຽງ (2)
- ບ້ານໂພນໄຊ (2)
- ບ້ານສະພັງໝໍ້ (2)
- ບ້ານທາດຫຼວງໃຕ້ (2)
- ບ້ານໂຊກນ້ອຍ (1*)
- ບ້ານນາສ້າງໄພ (2*)
ເມືອງຈັນທະບູລີ
- ບ້ານຫ້ວຍຫົງ (8)
- ບ້ານສີດໍາດວນ (8)
- ບ້ານໜອງປີງ (5)
- ບ້ານໂພນຕ້ອງສະຫວາດ (2)
- ບ້ານດົງປ່າແຫຼບ (1*)
- ບ້ານທົ່ງສາງນາ (2)
- ບ້ານໂພນຕ້ອງຈອມມະນີ (4)
ເມືອງໄຊທານີ
- ບ້ານໄຊສະຫວ່າງ (7)
- ບ້ານບໍ່ແຫຼັກ (5)
- ບ້ານໂຄກສີວິໄລ (3)
- ບ້ານຊ້າງຄູ້ (2)
- ບ້ານດອນຕິ້ວ (1*)
ເມືອງສີສັດຕະນາກ
- ບ້ານສະພານທອງໃຕ້ (8)
- ບ້ານຈອມເພັດໃຕ້ (2)
ເມືອງສີໂຄດຕະບອງ
- ບ້ານຕາດທອງ (5)
- ບ້ານດົງນາໂຊກເໜືອ (2)
ເມືອງຫາດຊາຍຟອງ
- ບ້ານຫາດຊາຍຂາວ (4)

ນິຍາມການຈັດ ບ້ານເຂດແດງ, ເຂດເຫຼືອງ ແລະ ເຂດຂຽວ ພ້ອມມາດຕະການຕ່າງໆ

.

.
