Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສໍາເລັດການເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍອະນາ ຄົດ​ ຂອງອາຊີ ຄັ້ງທີ 26 ໃນຮູບແບບກອງປະຊຸມທາງໄກ

Posted on 21/05/202121/05/2021 By News No Comments on ສໍາເລັດການເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍອະນາ ຄົດ​ ຂອງອາຊີ ຄັ້ງທີ 26 ໃນຮູບແບບກອງປະຊຸມທາງໄກ

ພະນະທ່ານທອງລຸນສີສຸລິດ, ປະທານປະເທດ ແຫ່ງສປປລາວ ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍອະນາຄົດຂອງອາຊີຄັ້ງທີ26,ພາຍໃຕ້ຫົວຂໍ້:“ການສ້າງຍຸກສະໄໝຫຼັງໂຄວິດ: ບົດບາດຂອງອາຊີໃນການຟື້ນຕົວຂອງໂລກ”(Shaping the post-COVID era: Asia’s role in the global recovery)ໃນວັນທີ20-21 ພຶດສະພາ 2021 ໃນຮູບແບບກອງປະຊຸມທາງໄກ ຈັດໂດຍ ສໍານັກຂ່າວໜັງສືພິມເສດຖະກິດຍີ່ປຸ່ນ (NIKKEI).ໃນກອງປະຊຸມຄັ້ງນີ້ ທ່ານປະທານປະເທດໄດ້ຂຶ້ນກ່າວປາໄສ ໂດຍໄດ້ຍົກໃຫ້ເຫັນເຖິງບັນຫາທີ່ພົ້ນເດັ່ນຂອງໂລກ ແລະ ສິ່ງທ້າທາຍ ທີ່ພວກເຮົາກໍາລັງປະເຊີນຢູ່ ໃນປະຈຸບັນນີ້ ພ້ອມທັງຍົກໃຫ້ເຫັນເຖິງ ການວາງແຜນທີ່ມີລັກສະນະຍຸດທະສາດຮ່ວມກັນ ເພື່ອຮັບມືກັບສິ່ງທ້າທ້າຍຕ່າງໆ ພາຍຫຼັງ COVID-19, ບົດບາດຄວາມສໍາຄັນ ຂອງອາຊີ ໃນການຟື້ນຟູເສດຖະກິດ-ສັງຄົມ ຂອງໂລກ ແລະ ການເພີ່ມທະວີ ການຮ່ວມມືທີ່ມີຄຸນນະພາບ ເພື່ອການພັດທະນາ ທີ່ສອດຄ່ອງກັບຍຸກສະໄໝໃໝ່ ດ້ວຍຄວາມຮັບຜິດຊອບຮ່ວມກັນ.

อาจเป็นรูปภาพของ 3 คน, โทรทัศน์ และหน้าจอ

.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และผู้คนกำลังนั่ง

ພ້ອມກັນນີ້, ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ກໍ່ໄດ້ຍົກໃຫ້ເຫັນບົດບາດຂອງ ສປປ ລາວ ໃນການປະກອບສ່ວນຮ່ວມມືຢ່າງຕັ້ງໜ້າ ເຂົ້າໃນຂະບວນການລວມ ເພື່ອກຽມພ້ອມ ແລະ ຮັບມືກັບວິກິດການຕ່າງໆ ໃນປະຈຸບັນ ແລະ ອາດເກີດຂຶ້ນໃໝ່ ແນໃສ່ປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ສ້າງເງື່ອນໄຂອັນສະດວກໃຫ້ແກ່ການພັດທະນາ ຮ່ວມກັບ ວົງຄະນະຍາດສາກົນ ແລະ ກໍ່ໄດ້ຖືໂອກາດສະແດງຄວາມຂອບໃຈຕໍ່ ປະເທດເພື່ອນມິດ, ບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ເພື່ອສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ ຢູ່ ສປປ ລາວ ແລະ ການພື້ນຟູເສດຖະກິດ ຫຼັງວິກິດການດັ່ງກ່າວ.

อาจเป็นรูปภาพของ 1 คน และกำลังยืน

.

อาจเป็นรูปภาพของ หนึ่งคนขึ้นไป และสถานที่ในร่ม

ພະນະທ່ານທອງລຸນສີສຸລິດ, ປະທານປະເທດ ແຫ່ງສປປລາວ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ໃນຄັ້ງນີ້ເປັນຄັ້ງທີ 5, ຊຶ່ງ ທ່ານ ໄດ້ຮັບການເຊື້ອເຊີນເຂົ້າຮ່ວມ ແລະ ກ່າວປາໄສ ໃນກອງປະຊຸມດັ່ງກ່າວນັບແຕ່ເຄີຍດໍາລົງຕໍາແໜ່ງເປັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ເຊິ່ງການປາໄສ ແຕ່ລະຄັ້ງ ໄດ້ສະແດງໃຫ້ເຫັນເຖິງວິໄສທັດທີ່ສອດຄ່ອງກັບສະພາບການຕົວຈິງ ແລະ ປິ່ນອ້ອມຫົວຂໍ້ຂອງກອງປະຊຸມໃນແຕ່ລະຄັ້ງ. ພ້ອມນີ້, ຍັງເປັນການປະກອບສ່ວນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມມືຍຸດທະສາດລະຫວ່າງສປປລາວ ແລະຍີ່ປຸ່ນໃຫ້ກວ້າງຂວາງແໜ້ນແຟ້ນ ແລະ ເລິກເຊິ່ງຂຶ້ນກວ່າເກົ່າ.

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน
ຂ່າວສານບ້ານເມືອງ

Post navigation

Previous Post: ຊົມເຊີຍ! ທີມແພດໂຮງໝໍແຂວງຫຼວງພະບາງ ໄດ້ປີ່ນປົວຜູ້ຕິດເຊື້ອພະຍາດໂຄວິດ ຫາຍດີແລ້ວ ຄົບທຸກຄົນເລີຍ
Next Post: ແຈ້ງການ! ຍົກເວັ້ນການເກັບອາກອນລາຍໄດ້ເງິນເດືອນຂອງແຮງງານ ທັງພາກລັດ ແລະ ເອກະຊົນ

Related Posts

ຈັບໄດ້ແລ້ວ! ຜູ້ເຮັດຄຼິບຍົນຕົກ ຢູ່ເມືອງຊຽງເງິນ ທີ່ອອກເຜີຍແຜ່ ໃນTikTok ເປັນຄຼິບປອມ ຂ່າວສານບ້ານເມືອງ
ດ່ວນ ໄຟ ໄ ໝ້ ເຂດຕະຫຼາດດາວເຮືອງ ນະຄອນ ປາກເຊ ຂ່າວສານບ້ານເມືອງ
ຜົວທີ່ຂ້າເມຍຢູ່ບ້ານນາຊູ ແຂວນຄໍເສຍຊີວິດ ຢູ່ບ້ານໂພນໂຮງ ຂ່າວສານບ້ານເມືອງ
ອ່ານດ່ວນ! ມະຕິ ຂອງກະຊວງສຶກສາທິການ ແລະ ກິລາ ເລື່ອງ ເປີດການຮຽນການສອນ ຂ່າວສານບ້ານເມືອງ
ຊ່ວຍຮັກສາ ພຣະທາຕຸ ດອນຮີໃຫຍ່ ເປັນທາຕຸເກົ່າແກ່ ທີມີປະຫວັດສາດທີ່ມາອັນຍາວນານ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 900ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme