Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຊົມເຊີຍ! ແຂວງຜົ້ງສາລີ ສໍາເລັດການປິ່ນປົວ ຜູ້ຕິດເຊື້ອໂຄວິດ ທັງໝົດ 4 ກໍລະນີ

Posted on 18/05/202118/05/2021 By News No Comments on ຊົມເຊີຍ! ແຂວງຜົ້ງສາລີ ສໍາເລັດການປິ່ນປົວ ຜູ້ຕິດເຊື້ອໂຄວິດ ທັງໝົດ 4 ກໍລະນີ

ທີມແພດໂຮງໝໍແຂວງຜົ້ງສາລີ ໄດ້ປະສົບຜົນສຳເລັດໃນການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ ທັງໝົດ 4 ກໍລະນີຂອງແຂວງ, ໃນຕອນເຊົ້າຂອງວັນທີ 18 ພຶດສະພາ 2021 ນີ້, ຢູ່ທີ່ໂຮງໝໍແຂວງຜົ້ງສາລີ ໄດ້ຈັດພິທີສົ່ງຜູ້ທີ່ຕິດເຊື້ອພະຍາດໂຄວິດ ທັງ 4 ກໍລະນີຢູ່ແຂວງຜົ້ງສາລີ ຂື້ນຢ່າງເປັນທາງການ. ໂດຍການເຂົ້າຮ່ວມຂອງທ່ານ ດຣ ບຸນສາລີ ຈີດດາພອນ ຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ດຣ ຄຳເພັດ ຈອມອຸ່ນມີໄຊ ອຳນວຍການໂຮງໝໍແຂວງພ້ອມດ້ວຍແພດ, ໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

May be an image of 1 person and standing

ຕາມການລາຍງານຂອງ ທ່ານ ດຣ ຄຳເພັດ ຈອມອຸ່ນມີໄຊ ອຳນວຍການໂຮງໝໍແຂວງໃຫ້ຮູ້ວ່າ: ນັບແຕ່ວັນທີ 26 ເມສາ 2021 – ວັນທີ 5 ພືດສະພາ 2021 ແຂວງຜົ້ງສາລີພົບຜູ້ຕິດເຊື້ອໂຄວິດ ຈຳນວນ 4 ຄົນ ແລະ ໄດ້ເຂົ້າມາຮັບການປີ່ນປົວຢູ່ໂຮງໝໍແຂວງ ນັບແຕ່ ວັນທີ 26 ເມສາ ຈົນເຖີ່ງ ວັນທີ 18 ພືດສະພາ 2021 ແມ່ນສາມາດປີ່ນປົວຄົນໄດ້ທັງໝົດ. ສຳລັບກໍລະນີ ທີ່ 1 ແມ່ນ ທ້າວ ສົມທອງ ລັດສະໜີ ອາຍຸ 23 ປີ ຢູ້ບ້ານກອງຂຸ່ມ, ເມືອງສຳພັນ, ແຂວງຜົ້ງສາລີ, ເປັນນັກສືກສາ ປີ 3 ສາຂາອັກສອນສາດ ຢູ່ແຂວງຟູຈ່ຽງ, ສ ປ ຈີນ. ຜູ້ກ່ຽວໄດ້ປີ່ນປົວ ຢູ່ໂຮງໝໍແຂວງ ເປັນເວລາ 15 ວັນ ແຕ່ວັນທີ 27 ເມສາ – 12 ພຶດສະພາ 2021.

May be an image of 1 person, standing and flower

ກໍລະນີ ທີ 2 ແມ່ນ ທ້າວ ອານົນ ທຳມະວົງ ອາຍຸ 38 ປີ ຢູ່ບ້ານ ໂພນແກ້ວ ເມືອງ ແລະ ແຂວງຜົ້ງສາລີ, ເປັນພະນັກງານສັງກັດລັດ ຢູ່ພະແນກກະສີກຳ ແລະ ປ່າໄມ້ແຂວງ, ຜູ້ກ່ຽວໄດ້ປີ່ນປົວ ຢູ່ໂຮງໝໍແຂວງ ເປັນເວລາ 19 ວັນ ແຕ່ວັນທີ 29 ເມສາ – 18 ພຶດສະພາ 2021. ກໍລະນີ ທີ 3 ແມ່ນ ນາງ ນ້ອຍຈັນສະໝອນ ສີພັນ ອາຍຸ 45 ປີ ຢູ່ບ້ານ ໂພນສະອາດ ເມືອງ ແລະ ແຂວງຜົ້ງສາລີ, ເປັນພະນັກງານສັງກັດລັດພະແນກສາທາລະນະສຸກແຂວງ ຜູ້ກ່ຽວໄດ້ປີ່ນປົວ ຢູ່ໂຮງໝໍແຂວງ ເປັນເວລາ 14 ວັນ ແຕ່ວັນທີ 5 – 18 ພຶດສະພາ 2021. ກໍລະນີ ທີ 4 ແມ່ນ ນາງ ບົວແສງ ພິມມະຈັນ ອາຍຸ 40 ປີ ຢູ່ບ້ານ ໂນນສະຫ່ວາງ ເມືອງບຸນເໜືອ, ແຂວງຜົ້ງສາລີ. ເປັນພະນັກງານສັງກັດລັດຢູ່ໂຮງໝໍແຂວງ, ຜູ້ກ່ຽວໄດ້ປີ່ນປົວ ຢູ່ໂຮງໝໍແຂວງ ເປັນເວລາ 14 ວັນ ແຕ່ວັນທີ 5 – 18 ພຶດສະພາ 2021.

May be an image of one or more people and people standing

ສຳລັບການປິ່ນປົວຢູ່ທີ່ໂຮງໝໍແຂວງຜົ້ງສາລີ ແມ່ນທີມແພດໄດ້ເອົາໃຈໃສ່ປິ່ນປົວ, ຕິດຕາມອາການຂອງຄົນເຈັບຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ຜ່ານການກວດຫາເຊື້ອຈຳນວນ 3 ຄັ້ງ, ອາການຂອງຜູ້ກ່ຽວທັງໝົດກໍ່ປົກກະຕິ ບໍ່ມີໄຂ້, ໄອ,ຈາມ, ບໍ່ເມື່ອຍ, ບໍ່ຫາຍໃຈຜືດ, ກິນ-ດື່ມໄດ້ດີ, ມີແນວຄິດທຸ່ນທ່ຽງປະຕິບັດຕາມຄຳແນະນຳຂອງແພດ-ໝໍໄດ້ເປັນຢ່າງດີ.

ສໍາລັບແພດທີ່ເຂົ້າປິ່ນປົວ ແລະ ຄົນເຈັບທີ່ໄດ້ຮັບການປີ່ນປົວໃນຄັ້ງນີ້, ຍັງຈະໄດ້ສືບຕໍ່ ກັກບໍລິເວນຕົນເອງຈຳນວນ 14 ວັນ, ຈິ່ງຈະໄດ້ກັບໄປຢູ່ນໍາຄອບຄົວ ແລະ ໃຊ້ຊີວິດປົກກະຕິໄດ້.

ຂ່າວ: ແສງຄຳ ສາລີວັນ

ພາບ: ຈັນສະໝອນ

ຂ່າວສານບ້ານເມືອງ

Post navigation

Previous Post: ຄະນະຊ່ຽວຊານຈາກກະຊວງສາທາລະນະສຸກຫວຽດນາມ ຊ່ວຍເຫຼືອລາວຕ້ານໂຄວິດ
Next Post: ບອກຕໍ່! ຂໍໃຫ້ລີກເວັ້ນເສັ້ນທາງ ກາສີ-ເມືອງນານ (ພູເກົ້າຫຼັກ) ນັບຕັ້ງແຕ່ ວັນທີ 18 -25 ພຶດສະພາ 2021

Related Posts

ແຈ້ງການຈາກກະຊວງປ້ອງກັນປະເທດ ເລື່ອງ: ເພີ່ມທະວີ ມາດຕະການ ສະກັດກັ້ນ ຄວບຄຸມ ແລະ ກຽມພ້ອມຮອບດ້ານ ຂ່າວສານບ້ານເມືອງ
ພິທີເຊັນ ສັນຍາສະຫນອງທຶນ ລະຫວ່າງ ກອງທຶນສີ່ງເສີມວິສາຫະກິດຂະຫນາດນ້ອຍ ແລະ ກາງ ກັບສະຖາບັນການເງິນ ເພີ່ອນໍາໄປປ່ອຍກູ້ໃຫ້ຈຸນລະວິສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ ຂ່າວສານບ້ານເມືອງ
ຢືດ ຢ າ ເ ສ ບ ຕ ິດ ຈໍານວນ 11,920.000 ເມັດ ຢູ່ເມືອງຕົ້ນເຜິ້ງ ຂ່າວສານບ້ານເມືອງ
ລົດໄຟລາວ-ຈີນ ປັບປຸງໄລຍະຊື້ປີ້ ສາມາດຊື້ປີ້ລວມທັງມື້ເດີນທາງໄດ້ລ່ວງໜ້າ3ມື້ ຂ່າວສານບ້ານເມືອງ
ຊຽງຂວາງເກມ ກຽມພ້ອມແລ້ວ ຖ້າແຕ່ຂັ້ນເທິງອານຸມັດມື້ຈັດການແຂ່ງຂັນ ຂ່າວສານບ້ານເມືອງ
ອ່ານດ່ວນ! ຄຳແນະນຳສຳລັບຜູ້ປະກອບການໂຮງແຮມ ລີສອດ ເຮືອນພັກ ຮ້ານອາຫານ ຮ້ານກາເຟ ຮ້ານຕັດຜົມ ຮ້ານເສີມສວຍ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme