Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງປະຊຸມນາຍົກລັດຖະມົນຕີ ຮ່ວມກັບຄະນະສະເພາະກິດ ຕ້ານໂຄວິດ

Posted on 17/05/202117/05/2021 By News No Comments on ກອງປະຊຸມນາຍົກລັດຖະມົນຕີ ຮ່ວມກັບຄະນະສະເພາະກິດ ຕ້ານໂຄວິດ

ໃນຕອນເຊົ້າ ວັນທີ 17 ພຶດສະພາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ດຳເນີນກອງປະຊຸມນາຍົກ ລັດຖະມົນຕີ ຮ່ວມກັບຄະນະສະເພາະກິດ ເພື່ອປ້ອງ ກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດ ໂຄວິດ ຂັ້ນສູນກາງ ແລະ ຄະນະສະເພາະກິດຂັ້ນທ້ອງຖິ່ນທົ່ວປະເທດ ຜ່ານລະບົບກອງປະຊຸມທາງໄກ (Video Conference), ໂດຍການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ໃນຄະນະສະເພາະກິດ ເພື່ອປ້ອງ ກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ຂັ້ນສູນກາງ; ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານເຈົ້າແຂວງ, ພ້ອມດ້ວຍຄະນະສະເພາະກິດຂັ້ນທ້ອງຖິ່ນ ທົ່ວປະເທດ ເຂົ້າຮ່ວມ.

May be an image of one or more people and indoor

ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ ເພື່ອຮັບຟັງການລາຍງານການຈັດຕັ້ງປະຕິບັດ ມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ ໂຄວິດ ຕາມຄຳສັ່ງ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ ຢູ່ໃນທົ່ວປະເທດ ໄລຍະແຕ່ວັນທີ 6 ພຶດສະພາ 2021 ເປັນຕົ້ນມາ ແລະ ສະເໜີແຜນວຽກຈຸດສຸມໃນຕໍ່ໜ້າ ຈາກຄະນະສະເພາະກິດຂັ້ນສູນກາງ ແລະ ຮັບຟັງການລາຍງານຈາກຄະນະສະເພາະກິດ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ.

May be an image of 1 person, standing and indoor

ຜ່ານການປະຊຸມ, ທ່ານ ນາຍົກລັດຖະມົນຕີ ຕາງໜ້າໃຫ້ພັກ-ລັດຖະບານ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະສະເພາະກິດ ກໍ່ຄືຄະນະພັກ, ອົງການການປົກຄອງທຸກຂັ້ນ, ພະນັກງານ, ທະຫານ, ຕໍາຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ທີ່ໄດ້ເປັນເຈົ້າການເຂົ້າຮ່ວມ ຂະບວນການສະກັດກັ້ນ ແລະ ຕ້ານການລະບາດ ຂອງພະຍາດໂຄວິດ ໃນຮອບນີ້ ເຮັດໃຫ້ຮອດມື້ນີ້ ສະພາບການມີລັກສະນະຄົງຕົວ ແລະ ມີທ່າອ່ຽງຄ່ອຍຫຼຸດລົງ; ພິເສດ ແມ່ນຍ້ອງຍໍຊົມເຊີຍ ຕໍ່ຖັນແຖວແພດໜໍ, ທະຫານ, ຕຳຫຼວດ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທີ່ໄດ້ຕັ້ງໜ້າປະຕິບັດໜ້າທີ່ອັນໜັກໜ່ວງ ແລະ ມີຄວາມສ່ຽງຕໍ່ສຸຂະພາບ ແລະ ຊີວິດຂອງຕົນ ຢ່າງບໍ່ຮູ້ອິດເມື່ອຍ ໃນການໃຫ້ບໍລິການຮັບໃຊ້ປະຊາຊົນ ນັບທັງກາງເວັນ, ກາງຄືນ ມາເປັນເວລາຍາວນານ ເກືອບ 2 ປີແລ້ວ ຊຶ່ງສະແດງອອກເຖິງຄວາມກ້າຫານ, ຄວາມເສຍສະຫຼະ ແລະ ຄວາມຊື່ສັດບໍລິສຸດໃນຈັນຍາບັນ ເພື່ອຮັບໃຊ້ປະຊາຊົນ ຢ່າງແທ້ຈິງ. ໃນຂະນະດຽວກັນ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍ ຕໍ່ຜູ້ປະກອບການ ແລະ ປະຊາຊົນ ຜູ້ມີນໍ້າໃຈເອື້ອຍເຟື້ອເພື່ອແຜ່ ທີ່ໄດ້ປະກອບສ່ວນວັດຖຸສິ່ງຂອງ ແລະ ທຶນຮອນ ເພື່ອນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງ ຕໍ່ລັດຖະບານ ແລະ ປະຊາຊົນ ບັນດາປະເທດເພື່ອນມິດ ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການ ໃນໄລຍະທີ່ຜ່ານມາ ແລະ ຫວັງວ່າຈະໄດ້ຮັບການສືບຕໍ່ຊ່ວຍເຫຼືອ ໃນຕໍ່ໜ້າ. ພ້ອມກັນນັ້ນ ກໍ່ຍັງໄດ້ຍົກໃຫ້ເຫັນບົດຮຽນອັນພົ້ນເດັ່ນ ທີ່ຖອດຖອນໄດ້ ຈາກພຶດຕິກຳຕົວຈິງ ໃນການຕ້ານເຊື້ອພະຍາດໂຄວິດ ໃນໄລຍະຜ່ານມາ ເພື່ອໃຫ້ຄະນະສະເພາະກິດ ແລະ ການນຳທຸກຂັ້ນ ສືບຕໍ່ນຳບົດຮຽນດັ່ງກ່າວ ໄປຈັດຕັ້ງຜັນຂະຫຍາຍ ສູ່ວຽກງານຕົວຈິງ ໃນຕໍ່ໜ້າ ໃຫ້ເກີດດອກອອກຜົນຫຼາຍຂຶ້ນ.

May be an image of one or more people, people sitting and indoor

ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ຄະນະສະເພາະກິດຂັ້ນສູນກາງ ແລະ ທ້ອງຖິ່ນ ຮີບຮ້ອນປັບປຸງໂຄງປະກອບດ້ານບຸກຄະລາກອນ ຂອງການຈັດຕັ້ງຕົນເອງ ໃຫ້ຄົບຖ້ວນສົມບູນ, ປັບປຸງລະບົບແບບແຜນວິທີເຮັດວຽກ ໃຫ້ໂລ່ງລ່ຽນ, ວ່ອງໄວ ແລະ ມີປະສິດທິພາບສູງ ຕາມຮູບແບບການບັນຊາການສູ້ຮົົບ, ສຳຄັນຕ້ອງມີແຜນປະຕິບັດງານ ທີ່ຈະແຈ້ງ, ມີເປົ້າໝາຍ, ມີຄາດໝາຍ ທີ່ຮັດກຸມ, ມີກຳລັງຄົນ ກັບກຳລັງຊັບ ຈັດຕັ້ງປະຕິບັດຄັກແນ່. ສໍາລັບມາດຕະການຜ່ອນຜັນດ້ານການບໍລິຫານ ແລະ ສັງຄົມ ຫຼັງວັນທີ 20 ພຶດສະພາ 2021 ນີ້ ໃຫ້ສົມທົບກັນຄົ້ນຄວ້າຄືນ ໂດຍສະເພາະ ມາດຕະການໃດ ທີ່ສາມາດຜ່ອນຜັນ ແລະ ມາດຕະການໃດ ຕ້ອງໄດ້ເພີ່ມທະວີຄວາມເຂັ້ມງວດ ເພື່ອໃຫ້ແທດເໝາະກັບສະພາບຕົວຈິງ ໂດຍໃຫ້ຄຳແນະນຳເພີ່ມເຕີ່ມຂອງຄະນະສະເພາະກິດລາຍລະອຽດ ແລະ ມີຜົນບັງຄັບໃຊ້ຢ່າງເຂັ້ມງວດ; ດ້ານການແພດ ໃຫ້ເອົາໃຈໃສ່ສ້າງແຜນຈັດຕັ້ງປະຕິບັດກ່ຽວກັບການຈັດຫາວັກຊີນ ແລະ ສັກວັກຊີນໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້, ໄດ້ໄວເທົ່າທີ່ຈະໄວໄດ້, ຖືວຽກນີ້ ເປັນວຽກຕ້ອງສຸມໃສ່ເຮັດ ໂດຍບໍ່ໃຫ້ລັງເລໃດໆ; ໃຫ້ຖອດບົດຮຽນນໍາປະເທດເພື່ອນມິດ ກ່ຽວກັບຢາປົວພະຍາດໂຄວິດ ທີ່ເຮັດໃຫ້ປິ່ນປົວເຊົາໄວຂຶ້ນ; ປັບປຸງຍົກລະດັບເຄື່ອງມືອຸປະກອນການແພດຕາມ ຄວາມຈຳເປັນ ເພື່ອຄວາມສະດວກວ່ອງໄວ ແລະ ທັນການຂື້ນ; ການຈັດສັນງົບປະມານ ໃຫ້ມີແຜນລະອຽດຕົວຈິງ ບໍ່ໃຫ້ເຮັດລວມໆ ຕ້ອງຈັດສັນໃສ່ອັນໃດທີ່ຈຳເປັນ; ສືບຕໍ່ຮັບເອົາການຊ່ວຍເຫຼືອທັງພາຍໃນ ແລະ ຕ່າງປະເທດ; ໃຫ້ເອົາໃຈໃສ່ເປັນພິເສດ ນະໂຍບາຍຕໍ່ພະນັກງານແພດໝໍ ທີ່ປະຕິບັດໜ້າທີ່ປະຈັນບານຢູ່ໂຮງໝໍ ທີ່ມີຄວາມສ່ຽງສູງ. ສຸດທ້າຍ ແມ່ນເຊື່ອໝັ້ນວ່າ ຄະນະສະເພາະກິດຂັ້ນສູນກາງ, ຄະນະພັກ ອົງການປົກຄອງທ້ອງຖີ່ນ ຈະສືບຕໍ່ສູ້ຊົນ ເຮັດໃຫ້ການແຜ່ລະບາດຂອງພະຍາດໂຄວິດ ຢູ່ປະເທດເຮົາ ມີການຜ່ອນຄາຍລົງ ໄດ້ຕາມຄວາມມຸ່ງຫວັງຂອງປະຊາຊົນ.

May be an image of 1 person

.

May be an image of 3 people and screen

.

May be an image of 1 person, sitting and indoor

.

May be an image of one or more people

ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ.

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດ່ວນ! ພົບຜູ້ຕິດເຊື້ອໂຄວິດ +47ຄົນ
Next Post: ປກສ ເມືອງຈຳປາສັກ ຊີ້ແຈ້ງເຫດການ ທ້າວ ຄຳໄພ ກໍ່ອາລະວາດ ຢູ່ຈຸດກວດກາພະຍາດໂຄວິດ ບ້ານດອນຕະລາດ

Related Posts

ອາສາກູ້ໄພ ທັງຊ່ວຍຄົນເຈັບ ທັງໄລ່ຈັບລົດກະບະທີ່ຕໍາແລ້ວໜີ ຂ່າວສານບ້ານເມືອງ
ຄຳມ່ວນມີແຮງງານທີ່ຍັງຕົກຄ້າງຢູ່ປະເທດໄທ 13 ພັນກວ່າຄົນ ຂ່າວສານບ້ານເມືອງ
ລັດຖະມົນຕີກະຊວງ ຍທຂ ລົງໄປຊີ້ນຳດ້ວຍຕົນເອງເພື່ອແກ້ໄຂບາງເສັ້ນທາງທີ່ເປ່ເພຢູ່ນະຄອນຫລວງວຽງຈັນ ແລະ ແຂວງວຽງຈັນ ຂ່າວສານບ້ານເມືອງ
ຫຼວງພະບາງ ຊີ້ແຈງ ກວດພົບເງິນ 828 ຕື້ກວ່າກີບ ນັ້ນບໍ່ແມ່ນ ແຕ່ແມ່ນ 828 ລ້ານກວ່າກີບ ຂ່າວສານບ້ານເມືອງ
ຈັບກຸ່ມແກ້ງພົວພັນສິ່ງເສບຕິດໄດ້ສີ່ຄົນເຂດເມືອງໂພນໂຮງ ຂ່າວສານບ້ານເມືອງ
ກອງປະຊຸມໃຫຍ່ຜູ້ແທນສະຫະພັນນັກຮົບເກົ່າແຂວງສະຫວັນນະເຂດ ຄັ້ງທີ IV ດໍາເນີນໄປດ້ວຍຜົນສໍາເລັດ ໂດຍເລືອກໄດ້ ສະຫາຍ ພັທ ບຸນມາ ສອນໄຊຍະວົງ ເປັນປະທານຄະນະບໍລິຫານງານ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme