Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

17 ພຶດສະພາ ຈຳປາສັກພົບຜູ້ຕິດເຊື້ອໂຄວິດເພີ່ມ 3 ກໍລະນີ

Posted on 17/05/202117/05/2021 By News No Comments on 17 ພຶດສະພາ ຈຳປາສັກພົບຜູ້ຕິດເຊື້ອໂຄວິດເພີ່ມ 3 ກໍລະນີ

ໃນຕອນເຊົ້າວັນທີ 17 ພຶດສະພາ 2021 ທີ່ພະແນກສາທາລະນະສຸກແຂວງຈໍາປາສັກ, ຄະນະສະເພາະກິດຂັ້ນແຂວງເພື່ອປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໂດຍການຖະແຫຼງຂອງ ທ່ານ ດຣ ນາງ ຈັນປະສົງ ຈຽມສີສຸລາດ ຮອງຜູ້ອໍານວຍການ ໂຮງໝໍແຂວງຈໍາປາສັກ,ຜູ້ຮັບຜິດຊອບສູນປິ່ນປົວໂຄວິດ ຢູ່ໂຮງໝໍພາກສະໜາມ ຊຶ່ງໃຫ້ຮູ້ວ່າ:

ໃນວັນທີ17 ພຶດສະພາ ແຂວງຈໍາປາສັກມີຜູ້ຕິດເຊື້ອໃໝ່ 3 ຄົນ ເປັນແຮງງານລາວເຂົ້າມາຈາກປະເທດເພື່ອນບ້ານທັງໝົດ ໃນນັ້ນມີ: ປະຊາຊົນບ້ານເຊລະບໍາ ເມືອງຊະນະສົມບູນ 1 ຄົນ, ບ້ານທາງຄົບເມືອງຈໍາປາສັກ 1 ຄົນ ແລະ ບ້ານຝັ່ງແດງ ເມືອງໂເນທອງ 1 ຄົນ.

May be an image of one or more people and flower

ມາຮອດມື້ນີ້ ເປັນເວລາ 10 ວັນແລ້ວບໍ່ມີການຕິດເຊື້ອຢູ່ໃນຊຸມຊົນ. ສ່ວນການປິ່ນປົວໄດ້ມີຜູ້ປິ່ນດີ ແລະອອກໂຮງໝໍວັນທີ 17 ພຶດສະພາຕື່ມຈໍານວນ 11 ຄົນ ລວມຕົວເລກສະສົມປິ່ນປົວດີ ແລະອອກໂຮງໝໍແລ້ວທັງໝົດ 82 ຄົນ.

ທໍາມະຊາດທີ່ສວຍງາມຢູ່ແຂວງ ຈໍາປາສັກ ແຫ່ງ ສປປ.ລາວ

ສໍາລັບການປິ່ນປົວຜູ່ຕິດເຊື້ອ ສ່ວນຫຼາຍແມ່ນມີອາການເບົາບາງ ຊຶ່ງປົວຢູ່ໂຮງໝໍພາກສະໜາມວິທະຍາໄລການເງິນພາກໃຕ້ ສ່ວນຜູ້ທີ່ມີອາການປານກາງມີ 2 ຄົນແມ່ນຍັງສືບຕໍ່ປິ່ນປົວຢູ່ໂຮງໝໍເມືອງໂພນທອງ .ໃນນັ້ນ 1 ກໍລະນີມີອາການໜ້າເປັນຫ່ວງ ຊຶ່ງແມ່ນເພດຍິງທີ່ຖືພາໄດ້ 5 ເດືອນ. ເຊີ່ງແພດໝໍ ແລະຊ່ຽວຊານຫວຽດນາມໄດ້ສຸມໃສ່ໃນການປິ່ນປົວຢ່າງໃກ້ຊິດ.

ທ່ານ ດຣ ນາງ ຈັນປະສົງ ຈຽມສີສຸລາດ ຮອງຜູ້ອໍານວຍການໂຮງໝໍແຂວງຈໍາປາສັກຍັງໄດ້ກ່າວວ່າ ສະພາບການປິນປົວ ຄົນທີ່ມີອາການເບົາບາງ ໝາຍຄວາມວ່າຜູ້ຕິດເຊື້ອບໍ່ມີອາການຫຍັງ ແມ່ນຮັກສາຕົວທີ່ໂຮງໝໍພາກສະໜາມວິທະຍາໄລການເງິນພາກໃຕ້, ແລະການປິ່ນປົວກໍມີຄວາມສະດວກ. ສ່ວນ 2 ຄົນອາການປານກາງ ປົວຢູ່ໂຮງໝໍເມືອງໂພນທອງ ໃນນັ້ນ 1 ຄົນທີອາການເລີ່ມໜັກແມ່ນໃຫ້ກິນຢາຕ້ານໄວຣັດ,ໃສ່ອົກຊີ ແລະຢູ່ໃນຄວາມດູແລຂອງແພດໝໍຢ່າງເອົາໃຈໃສ່.

ຂ່າວສານບ້ານເມືອງ

Post navigation

Previous Post: ຕຳຫຼວດແຂວງກອນຕູມ ມອບອຸປະກອນການແພດໃຫ້ ປກສ ແຂວງອັດຕະປື ແລະ ແຂວງເຊກອງ
Next Post: ຂ່າວດ່ວນ! ພົບຜູ້ຕິດເຊື້ອໂຄວິດ +47ຄົນ

Related Posts

ເຈົ້າເມືອງວິລະບູລີ ລົງຕິດຕາມການກໍ່ສ້າງສ້ອມແປງເສັ້ນທາງພາຍໃນເມືອງ ຂ່າວສານບ້ານເມືອງ
ສະພາບດິນຟ້າອາກາດ 9 ກໍລະກົດ ຂ່າວສານບ້ານເມືອງ
ຊັ້ນ ປ5, ມ4 ແລະ ມ7 ຈະເລີ່ມສອບເສັງເດືອນກໍລະກົດ ຂ່າວສານບ້ານເມືອງ
ຄົນຈີນຂີ່ລົດໃຫຍ່ໄວເກີນຂອບເຂດ ຕໍາເອົາລົດຈັກຄົນລາວ ດັບຄາທີ່ 2 ຄົນທີ່ເມືອງໄຊ ຂ່າວສານບ້ານເມືອງ
ສໍາເລັດການເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍອະນາ ຄົດ​ ຂອງອາຊີ ຄັ້ງທີ 26 ໃນຮູບແບບກອງປະຊຸມທາງໄກ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມ 169ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme