Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

5 ບ້ານເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຄວບຄຸມເປັນເຂດແດງ

Posted on 17/05/202117/05/2021 By News No Comments on 5 ບ້ານເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຄວບຄຸມເປັນເຂດແດງ

ຈາກການລາຍງານຂອງ ວຽງຈັນທາມ ແລະ ການຖະແຫຼງຂ່າວຂອງ ຄະນະສະເພາະກິດ ວັນທີ 16 ພຶດສະພາ 2021 ໃຫ້ຮູ້ວ່າ: ໃນການລະບາດຮອບ 2 ນີ້ ບາງບ້ານກໍ່ໄດ້ນໍາໃຊ້ມາດຕະການຢ່າງເຂັ້ມງວດ ຄື ຫ້າມຄົນເຂົ້າ-ອອກ ບ້ານໂດຍບໍ່ໄດ້ຮັບອານຸຍາດ ເປັນໄລຍະເວລາ 14 ວັນ, ມາດຕະການດັ່ງກ່າວເເມ່ນເພື່ອຢຸດຢັ້ງ ການແຜ່ລະບາດ ຈາກຄົນໜື່ງ ໄປສູ່ອີກຄົນໜຶ່ງ ແລະ ວິທີການດັ່ງກ່າວ ແມ່ນເຮັດໃຫ້ຄົນທີ່ ອາດຈະຖືເຊື້ອ ແຕ່ບໍ່ມີອາການ ບໍ່ສາມາດອອກໄປນອກບ້ານໄດ້ ແລະ ຫຼັງຈາກ 14 ວັນ ພູມປ້ອງກັນຂອງຮ່າງກາຍຄົນເຮົາກໍ່ສາມາດເອົາຊະນະກໍາຈັດເຊື້ອພະຍາດ COVID-19, ຖ້າໃນບ້ານດັ່ງກ່າວຫາກມີຜູ້ທີ່ເບື້ອງຕົ້ນບໍ່ມີອາການ ແຕ່ ຫຼັງຈາກພັກໜຶ່ງ ສະແດງອາການອອກເຊັ່ນ: ໄຂ້, ໄອ, ຈາມເຈັບຄໍ ຫຼື ຫາຍໃຈຍາກ ທີມເເພດພວກເຮົາ ກໍ່ຄືຄະນະສະເພາະກິດບ້ານກໍ່ສາມາດ ຮູ້ໄດ້ໄວ ເພືຶ່ອນໍາເອົາຜູ້ກ່ຽວໄປກວດຫາເຊື້ອ ແລະ ຖ້າພົບເຊື້ອກໍ່ໄປຮັບການປິ່ນປົວຕໍ່ໄປ,

ການປິດບ້ານ ຈະເຮັດໃຫ້ ຜູ້ຕິດເຊື້ອ ສາມາດແຜ່ເຊື້ອໃນວົງແຄບໃນຄອບຄົວເຂົາເຈົ້າເທົ່ານັ້ນ ຖ້າຫາກຄົນໃນຄອບຄົວບໍ່ມີມາດຕະການປ້ອງກັນຕົນເອງຕາມທີ່ໄດ້ແນະນໍາ, ສຸດທ້າຍ ຖ້າຜ່ານພົ້ນ 14 ວັນ ຖ້າບໍ່ມີກໍລະນີຕິດເຊື້ອໃໝ່ໃນບ້ານ ກໍ່ສາມາດຄົ້ນຄວ້າຜ່ອນຄາຍມາດຕະການໄດ້. ທັງນີ້ທັງນັ້ນ ຖ້າປະຕິບັດມາດຕະການດັ່ງກ່າວຢ່າງເຂັ້ມງວດຄະນະບ້ານ ກໍ່ຕ້ອງຈັດຕັ້ງໜ່ວຍງານຮັບຜິດຊອບໃນການຊື້ ເຄື່ອງບໍລິໂພກ, ອຸປະໂພກ ຕາມການສັ່ງຂອງລູກບ້ານ.

ຂໍ້ມູນຈາກວຽງຈັນທາມ ລາຍຊື່ບ້ານທີ່ຈັດເປັນເຂດ ແດງປະກອບມີ: ບ້ານຝາຍ, ບ້ານໂພນໄຊ, ບ້ານດົງປາລານ, ບ້ານໜອງຈັນ ແລະ ບ້ານໂພນສິນວນ ທີ່ຂຶ້ນກັບເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ນອກຈາກນີີ້, ກໍ່ຍັງມີບ້ານທີ່ຈັດເປັນເຂດເຫຼືອງ ປະກອບມີ ໂພນສະຫວັນເໜືອ, ເກົ້າຍອດ, ເພຍວັດ, ທາດຂາວ, ສາຍລົມ, ໂພນສະອາດ, ໜອງບອນ, ນາໄຊ ແລະ ສະພັງໝໍ້.

ຂ່າວສານບ້ານເມືອງ

Post navigation

Previous Post: ຫຼວງພະບາງປິ່ນປົວຜູ້ຕິດເຊື້ອໂຄວິດ ຫາຍດີແລ້ວ 6 ຄົນ
Next Post: ຄຽດແຄ້ນໃຫ້ເຈົ້າໜ້າທີ່ ເລີຍລັກຈູດປ້ອມ ທີ່ຕັ້ງຢູ່ ບ້ານ ໄຊອຸດົມເມືອງ ອຸທຸມພອນ ແຂວງ ສະຫວັນນະເຂດ

Related Posts

ບໍລິສັດ IHC ມອບຢາ ແລະ ອຸປະກອນການແພດ ໃຫ້ແກ່ ສປປ ລາວ ກຽມພ້ອມໂຕ້ຕອບການລະບາດໂຄໂຣນາໄວຣັສ ມູນຄ່າ 1,8 ຕື້ກີບ ຂ່າວສານບ້ານເມືອງ
ເປັນເລື່ອງດີ ສະຫວັນນະເຂດມີຫ້ອງໄຂ່ຫຼັງທຽມ ແລະ ກວດໂຄວິດ ໄດ້ແລ້ວ ຂ່າວສານບ້ານເມືອງ
ສາມັກຄີພ້ອມໃຈກັນສ້ອມແປງທາງທີ່ເປເພ ບ້ານໂພນສະຫວາດ ເມືອງເຟືອງ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງສະຫວັນນະເຂດ ກັກຕົວ 02 ສ່ຽວ ຊີ ງ ຊັ ບ ພົນລະເມືອງ ຂ່າວສານບ້ານເມືອງ
ລັດຖະມົນຕີ ກະຊວງການເງິນ ຊີ້ແຈງຂອດອຸດຕັນ ການສົ່ງອອກສິນຄ້າ ຕໍ່ສະພາແຫ່ງຊາດ ຂ່າວສານບ້ານເມືອງ
ແຈ້ງການເລື່ອງ ການອອກໃບຢັ້ງຢືນສັກວັກຊີນໂຄວິດ-19 ເພື່ອເດີນທາງອອກໄປຕ່າງປະເທດ. ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme