ແຂວງຫຼວງພະບາງ ໄດ້ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ທັງໝົດ 13 ຄົນ, ຍິງ 9 ຄົນ, ມີເດັກນ້ອຍ 2 ຄົນ, ໃນນີ້ຢູ່ ນະ ຄອນ-ຫຼວງພະບາງ ມີ 8 ຄົນ ແລະເມືອງຊຽງເງິນ 5 ຄົນ, ຜູ້ຕິດເຊື້ອໂຄວິດ ໄດ້ຮັບການປິ່ນປົວ ນັບແຕ່ ວັນທີ 24 ເມສາ 2021 ເປັນຕົ້ນມາ. ຈາກການທຸ່ມເທເຮືອແຮງສະຕິປັນຍາ ປະຕິບັດມາດຕະການຕ່າງໆຂອງແພດໝໍ ແລະ ຕິດຕາມອາການຢ່າງໃກ້ສິດ ມາຮອດວັນທີ 15 ພຶດສະພາ 2021 ນີ້ ໄດ້ປິ່ນປົວຫາຍດີແລ້ວ 6 ຄົນ ແລະ ໃຫ້ກັບບ້ານໄດ້.

ສໍາລັບຜູ້ປ່ວຍໂຄວິດ ທີ່ຫາຍດີ 6 ຄົນນີ້ ນະຄອນ ຫຼວງພະບາງ ປະກອບມີ 4 ຄົນ ຄື : ນາງ ຕຸລີ ອາຍຸ 34 ປີ ຢູ່ບ້ານນາຊ່າງເຫວີຍ, ນາງເມລິນ ອາຍຸ 19 ປີ, ຢູ່ບ້ານເມືອງງາ, ນາງ ໄລ ອາຍຸ 27 ປີ ຢູ່ບ້ານນາວຽງຄໍາ, ທ້າວ ເພັດການດາ ອາຍຸ 20 ປີ ຢູ່ບ້ານໝື່ນນາ ແລະ ເມືອງຊຽງເງິນ ປະກອບມີ 2 ຄົົນ ຄື: ທ້າວ ແສງເພັດ ອາຍຸ 40 ປີ ຢູ່ບ້ານປາກແວດ, ທ້າວ ນິຄົມ ອາຍຸ 56 ປີ ຢູ່ບ້ານປາກແວດ ແລະ ທັງ 6 ຄົນໃຫ້ໄປສຶບຕໍ່ຈໍາກັດບໍລິເວນຕົນເອງຢ່າງເຂັ່ງຂັດຢູ່ເຮືອນເປັນເວລາ 14 ວັນຕື່ມອີກ ຈິ່ງໃຫ້ເຄື່ອນໄຫວໄປມາຫາສູ່ພາຍໃນສັງຄົມໄດ້, ສ່ວນຄົນເຈັບທີ່ຍັງປິ່ນປົວບໍ່ທັນຫາຍດີ 7 ຄົນ, ແມ່ນຕ້ອງສຶບຕໍ່ປິ່ນປົວ ແລະ ຕິດຕາມອາການຢູ່ຕຶກແຍກປ່ຽວ ຕໍ່ໄປ.

ພ້ອມນີ້ຜູ້ທີ່ປິ່ນປົວຫາຍດີຈາກເຊື້ອພະຍາດໂຄວິດ ແລ້ວເວລາຢູ່ບ້ານແມ່ນໃຫ້ພັກ ຜ່ອນພຽງພໍ, ກິນອາຫານທີ່ເປັນປະໂຫຍດຕໍ່ຮ່າງກາຍ, ຫ້າມກິນເຂົ້າຮ່ວມພາກັບຄອບຄົວ, ຮັກສາໄລຍະຫ່າງ, ຫ້າມອອກໄປທ່ຽວສະຖານທີ່ໆມີຊຸມຊົນຄົນຫຼາຍ, ຮ້ານຄ້າ, ຕະຫຼາດ ແລະ ບ່ອນອື່ນໆ ຈົນກວ່າຈະຄົບກໍານົດເວລາ 14 ວັນ. ຖ້າຫາກມີອາການຜິດປົກກະຕິເຊັ່ນວ່າເປັນໄຂ້, ໄອ, ຫາຍໃຈເມື່ອຍ, ດັງບໍ່ມີກິ່ນ,ລິ້ນບໍ່ມີລົດຊາດ ແມ່ນໃຫ້ກັບຄືນໄປກວດຢູ່ໂຮງໝໍແຂວງຕື່ມອີກ.