ໃນຕອນເຊົ້າຂອງວັນທີ 12 ພຶດສະພາ 2021 ຜ່ານມານີ້ ຄະນະກໍາມະການຂອງແຂວງ ແລະວິຊາການພາກສະໜາມລົງກວດກາວຽກໂຄງການຕິດຕັ້ງກ້ອງວົງຈອນປິດຕາມເສັ້ນທາງຫຼວງຂອງແຂວງວຽງຈັນ ໃຫ້ກຽດນຳພາຄະນະດັ່ງກ່່າວ ໂດຍແມ່ນທ່ານ ພັທ ບຸນນອງ ຊາມຸນຕີ ຮອງຫົວໜ້າກອງບັນຊາການ ປກສ ແຂວງ; ທ່ານ ພັທ ແຫວນເພັດ ໂພມະຫາລາດ ຫົວໜ້າຫ້ອງພະລາທິການ, ມີຄະນະກໍາມະການ, ວິຊາການຈາກພະແນກການ, ກົມກອງກ່ຽວຂ້ອງ ພ້ອມດ້ວຍບໍລິສັດ FSG ລາວ ບໍລິການຄວາມປອດໄພຈໍາກັດຜູ້ດຽວ ໄດ້ລົງກວດກາໂຄງການຕິດຕັ້ງກ້ອງວົງຈອນປິດຕາມເສັ້ນທາງຫຼວງ ລວມມີ 6 ຈຸດຄື: ຈຸດວົງວຽນໂພນໂຮງ, ວົງວຽນໂພນໝີ, ຈຸດເສັ້ນທາງຕໍ່ໜ້າກອງບັນຊາການທະຫານແຂວງ, ກອງບັນຊາການ ປກສ ແຂວງ, ວົງວຽນເມືອງເກົ່າ ແລະຢູຫ້ອງວ່າການປົກຄອງແຂວງ ແລະມີທັງໝົດ 5 ໜ້າວຽກຄື: ວຽກຕິດຕັ້ງຈໍຄວບຄຸມພາບ, ວຽກແລ່ນສາຍໄຍແກ້ວ, ວຽກຕິດຕັ້ງເສົາ, ວຽກຕິດຕັ້ງກ້ອງ ແລະວຽກໄຟຟ້າ ຜ່ານການລົງກວດ ກາແຕ່ລະວຽກແມ່ນສຳເລັດແລ້ວ 100%

.

ພາຍຫຼັງຄະນະກຳມະການລົງກວດກາແຕ່ລະໜ້າວຽກສຳເລັດແລ້ວກໍ່ໄດ້ເຂົ້າຮ່ວມພິທີມອບ-ຮັບໂຄງການຕິດຕັ້ງກ້ອງວົງຈອນປິດຕາມເສັ້ນທາງຫຼວງຂອງແຂວງວຽງຈັນ ຢູ່ທີ່ຫ້ອງປະຊຸມຂອງຫ້ອງພະລາ ທິການ ລະຫວ່າງບໍລິສັດ FSG ລາວ ບໍລິການຄວາມປອດໄພຈໍາກັດຜູ້ດຽວ ແລະກອງບັນ ຊາການ ປກສ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານພັທ ບຸນນອງ ຊາມຸນຕີ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີທ່ານ ພັທ ແຫວນເພັດ ໂພມະຫາລາດ, ມີຄະນະກຳມະການຈາກພະແນກ ການ, ກົມກອງກ່ຽວຂ້ອງ ພ້ອມດ້ວຍບໍລິສັດ FSG ລາວ ບໍລິການຄວາມປອດໄພຈໍາກັດຜູ້ດຽວເຂົ້າຮ່ວມ.

.

.

ທ່ານ ນາງ changnannan ຕາງໜ້າບໍລິສັດ FSG ລາວ ບໍລິການຄວາມປອດໄພຈໍາກັດຜູ້ດຽວ ຂຶ້ນລາຍງານໂດຍຫຍໍ້ກ່ຽວກັບຜົນສໍາເລັດຂອງໂຄງການຕິດຕັ້ງກ້ອງວົງຈອນປິດຕາມເສັ້ນທາງຫຼວງຂອງແຂວງວຽງຈັນ ແມ່ນສຳເລັດ 100% ໃນມູນຄ່າ 390,474,000 ກີບ ແມ່ນງົບປະມານຂອງແຂວງທັງໝົດ ເຊິ່ງເປັນໂຄງການໜຶ່ງທີ່ດີ ເພື່ອພັດທະນາເສດຖະກິດສັງຄົມຢູ່ພາຍໃນແຂວງວຽງຈັນ ໃຫ້ເຕີບໃຫຍ່ຂະ ຫຍາຍຕົວຢ່າງກວ້າງຂວາງ, ເປັນການຍົກສູງຄວາມສາມາດໃນວຽກງານປ້ອງກັນຄວາມສະຫງົບ, ເປັນໂສມໜ້າໃໝ່ຂອງແຂວງວຽງຈັນ, ຍົກສູງຄວາມປອດໄພໃຫ້ແກ່ປະຊາຊົນບັນດາເຜົ່າ, ເພື່ອຕິດຕາມຄວາມເປັນລະບຽບຮຽບຮ້ອຍຂອງການສັນຈອນໃຫ້ເຂົ້າສູ່ລະບຽບຫຼັກການ, ຍົກສູງວຽກງານຕ້ານການກໍ່ອາຊະຍາກຳເປັນຕົ້ນປຸ້ນຈີ້, ຊິງຊັບ, ຂີ້ລັກງັດແງະ, ອາລະວາດຕີກັນ, ຂີ່ລົດກວນເມືອງ ແລະອຶ່ນຯ ໂຄງການດັ່ງນີ້ແມ່ນໄດ້ມອບໃຫ້ກອງບັນຊາການ ປກສ ແຂວງວຽງຈັນ ເປັນຜູ້ຄວບຄຸມ, ປົກປັກຮັກສາ ແລະນຳໃຊ້ໃຫ້ໄດ້ຮັບຜົນປະໂຫຍດສູງສຸດ.

.

.

ໃຫ້ກຽດຂຶ້ນເຊັນມອບໂດຍແມ່ນທ່ານ Xionghaibo ຕາງໜ້າບໍລິສັດ FSG ລາວ ບໍລິການຄວາມປອດໄພຈໍາກັດຜູ້ດຽວ ບໍລິສັດຮັບເໝົາໂຄງການ ໃຫ້ກຽດເຊັນຮັບໂດຍທ່ານ ວໍລະສອນ ສີອັກຄະສອນ ຮອງຫົວໜ້າຫ້ອງວ່າການແຂວງ ແລະທ່ານ ພັທ ບຸນນອງ ຊາມຸນຕີ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ເຈົ້້າຂອງໂຄງການ ມີຄະນະກຳມະການ ແລະວິຊາການກ່ຽວຂ້ອງເຂົ້າເປັນສັກຂີພະຍານ.

.

.

ຂ່າວ: ປກສ ແຂວງ