ຕອນບ່າຍວັນທີ 12 ພຶດສະພາ 2021 ນີ້ ຢູ່ທີ່ໂຮງໝໍສະໜາມ ວິທະຍາໄລວິທະຍາສາດສຸຂະພາບແຂວງສະຫວັນນະເຂດ ( ບ່ອນປິ່ນປົວ ກໍລະນີຜູ້ຕິດເຊື້ອພະຍາດ ໂຄວິດ ) ທາງຄະນະພະແນກສາທາລະນະສຸກແຂວງສະຫວັນນະເຂດ ເຊິ່ງນຳໂດຍ ທ່ານ ປອ ດຣ ຕຽງຄຳ ປ້ອງວົງສາ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ທັງເປັນຄະນະສະເພາະກິດປ້ອງກັນ,ຄວບຄຸມ,ສະກັດກັ້ນ ແລະ ແກ້ໄຂການລະບາດພະຍາດໂຄວິດ ຂັ້ນແຂວງ, ທ່ານ ດຣ ນາງ ພູວິໄລ ແກ້ວມຸງຄຸນ ຜູ້ອຳນວຍການໂຮງໝໍແຂວງສະຫວັນນະເຂດ ພ້ອມດ້ວຍຄະນະແພດໝໍຜູ້ປິ່ນປົວ ໄດ້ຮ່ວມພິທີຈັດສົ່ງ 5 ກໍລະນີທີ່ຕິດເຊື້ອ ໂຄວິດ ແລະ ໄດ້ຮັບການປິ່ນປົວຈົນຫາຍດີເປັນປົກກະຕິ,ຄື: 1.ທ້າວ ບຸນເລີດ ບ້ານລັດຕະນະລັງສີໃຕ້,2.ທ້າວ ຈັນສະໝອນ ບ້ານໂພນສະຫວ່າງໃຕ້ ,3. ທ້າວ ຟາມວັນແມັກ ບ້ານ ນາເລົ່າ,4.ນາງ ທິບທິດາ ບ້ານສະໜາມໄຊ,5.ນາງ ອຸໄລພອນ ບ້ານນາເລົ່າ ທັງໝົດ 5 ຄົນ ແມ່ນຢູ່ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ເຊິ່ງໄດ້ເຂົ້າຮັບການປິ່ນປົວແຕ່ວັນທີ 26 ເມສາ ເປັນຕົ້ນມາ ລວມເວລາການປິ່ນປົວແມ່ນ 16 ວັນ. ເຊິ່ງມາຮອດປະຈຸບັນ ທົ່ວແຂວງສະຫວັນນະເຂດ ສາມາດປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ ຫາຍດີທັງໝົດ ຈຳນວນ 7 ຄົນ,ຍິງ 2 ຄົນ,ມີຜູ້ຕິດເຊື້ອສະສົມ 51 ຄົນ,ຍິງ 28 ຄົນ ແລະ ຍັງຄ້າງຢູ່ສູນປິ່ນປົວຈຳນວນ 44 ຄົນ.

ໂອກາດເຂົ້າຮ່ວມພິທີຈັດສົ່ງຜູ້ຕິດເຊື້ອພະຍາດໂຄວິດ ຄັ້ງນີ້ ທ່ານ ປອ ດຣ ຕຽງຄຳ ປ້ອງວົງສາ ກໍ່ໄດ້ແນະນຳໃຫ້ອຳນາດການປົກຄອງບ້ານ ຈົ່ງໄດ້ແນະນຳໃຫ້ປະຊາຊົນບໍ່ໃຫ້ມີຄວາມແຕກຕື່ນ,ເພາະວ່າພວກກ່ຽວແມ່ນໄດ້ຮັບການປິ່ນປົວຫາຍດີແລ້ວ,ຈົ່ງພ້ອມກັນຮັກສາແລະປ້ອງກັນຕົນເອງຕາມມາດຕະການຕ່າງໆຢ່າງເປັນປົກກະຕິ,ສ່ວນຜູ້ທີ່ອອກຈາກໂຮງໝໍກໍ່ຕ້ອງສືບຕໍ່ກັກໂຕ ແລະຕິດຕາມອາການຂອງຕົນເອງຕື່ມອີກ 14 ວັນ,ຮັກສາມາດຕະການປ້ອງກັນທີ່ວາງອອກ,ເປັນຕົ້ນແມ່ນການລ້າງມືດ້ວຍສະບູຫຼືໃຊ້ເຈວ ,ຮັກສາໄລຍະຫ່າງ,ຫ້າມເຂົ້າໄປບ່ອນຊຸມຊົນທີ່ມີຈຳນວນຄົນຫຼາຍ,ໃຊ້ຜ້າອັດປາກ-ດັງແລະອື່ນໆ.ພາບ – ຂ່າວ: ອັກສອນສິນ ພົມມະຈັນ
