Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເງື່ອນໄຂ! ປະຊາຊົນທີ່ຈະເດີນທາງເຂົ້າ-ອອກ ນະຄອນຫລວງວຽງຈັນ

Posted on 11/05/2021 By News No Comments on ເງື່ອນໄຂ! ປະຊາຊົນທີ່ຈະເດີນທາງເຂົ້າ-ອອກ ນະຄອນຫລວງວຽງຈັນ

ພະແນກສາທາລະນະສຸກ ນະຄອນຫລວງວຽງຈັນ ໄດ້ອະນຸຍາດໃຫ້ຜູ້ທີ່ຈະເດີນທາງເຂົ້າ-ອອກ ນະຄອນຫລວງວຽງຈັນ, ແຕ່ນີ້ເຖິງວັນທີ 20 ພຶດສະພາ 2021 ຕ້ອງໄດ້ປະກອບເອກະສານ ດັ່ງນີ້: ສຳລັບພະນັກງານໄປວຽກທາງລັດຖະການ ຢູ່ຕ່າງແຂວງ ຕ້ອງມີໃບອະນຸຍາດຢັ້ງຢືນ ຫລື ໃບແຕ່ງ ຕັ້ງຈາກກົມກອງ; ນິຕິບຸກຄົນ ຫລື ບໍລິສັດເອກະຊົນ ໃຫ້ເຮັດໃບສະເໜີຈາກບໍລິສັດ; ບຸກຄົນ ຫລື ປະ ຊາຊົນທົ່ວໄປ ແມ່ນໃຫ້ເຮັດໃບສະເໜີຜ່ານນາຍບ້ານ, ກໍລະນີມີຍາດພີ່ນ້ອງເຈັບເປັນ ຕ້ອງມີໃບຢັ້ງຢືນຈາກໂຮງໝໍ ຫລື ຖ້າຄົນເຈັບຢູ່ເຮືອນ ແມ່ນໃຫ້ມີໃບຢັ້ງຢືນຈາກນາຍບ້ານ; ຄົນຕ່າງແຂວງ ທີ່ມາຄ້າງຢູ່ນະ ຄອນຫລວງວຽງຈັນ ຢາກກັບຄືນຖິ່ນຖານ ຕ້ອງມີສຳເນົາບັດປະຈຳຕົວ, ສຳມະໂນຄົວ ຫລື ໃບຢັ້ງຢືນທີ່ຢູ່ ຈາກປົກຄອງທ້ອງຖີ່ນ (ບ້ານ,ເມືອງ ຫລື ແຂວງ); ສໍາລັບຊາວຕ່າງປະເທດ ທີ່ເຂົ້າມາ ສປປ ລາວ ທີ່ອາໃສຢູ່ນະຄອນຫລວງວຽງຈັນ ພາຍໃນໜຶ່ງເດືອນ ໃຫ້ມືໃບຢັ້ງຢືນກວດໂຄວິດ-19 ຈາກສູນວິເຄາະລະບາດວິທະຍາ.

No photo description available.

ສຳລັບເງື່ອນໄຂທີ່ອະນຸຍາດ: 1) ບຸກຄົນ, ນິຕິບຸກຄົນ ພົນລະເມືອງລາວ ແລະ ຊາວຕ່າງປະເທດ ທີ່ຈະເດີນທາງອອກໄປຕ່າງແຂວງ ທຸກຄົນຈະຕ້ອງໄດ້ຮັບການຢັ້ງຢືນ ຈາກອົງການປົກຄອງທ້ອງຖີ່ນ (ບ້ານ, ເມືອງ ຫລື ແຂວງ) ປາຍທາງ; ສ່ວນການເຂົ້າມານະຄອນຫລວງວຽງຈັນ ຈະຕ້ອງມີອະນຸຍາດ ຈາກສະເພາະກິດແຂວງກ່ຽວຂ້ອງກ່ອນ. 2) ຂະບວນລົດຜູ້ນຳ, ລົດແພດສົ່ງຄົນເຈັບ, ລົດກູ້ໄພ, ລົດດັບເພີງ ແລະ ລົດຄະນະສະເພາະກິດ ສາມາດເຂົ້າ-ອອກ ໄດ້ເລີຍ. 3) ຄົນຂັບລົດ ຂົນສົ່ງສິນຄ້າ ແມ່ນໃຫ້ຜ່ານອະນຸຍາດຈາກພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ), ຖ້າມີບຸກຄົນອື່ນໄປນຳລົດດັ່ງກ່າວ ຕ້ອງໄດ້ມາຜ່ານພະແນກສາທາລະນະສຸກນະຄອນຫລວງວຽງຈັນ. 4) ສະຖານທີ່ພົວພັນເອກະສານ ຢູ່ພະແນກສາທາລະນະສຸກ ນະຄອນຫລວງວຽງຈັນ, ສົ່ງເອກະສານຜ່ານທາງ WhatsApp 020 59194224, 02076280640 (ບໍ່ຮັບການຢືນເອກະສານໂດຍກົງ).

ສ່ວນເນື້ອໃນເອກະສານ ຈະຕ້ອງແຈ້ງຈຸດປະສົງເຫດຜົນຄວາມຈໍາເປັນ, ສະຖານທີ່, ປະເພດພາຫະນະ, ເລກທະບຽນ, ຊື່ຜູ້ຂັບລົດ, ເບີໂທລະສັບ, ຈຳນວນຄົນທີ່ຈະເດີນທາງຮ່ວມ, ກຳນົດວັນທີ່ໄປ ແລະ ກັບ ຢ່າງຈະແຈ້ງ, ພ້ອມຕິດຄັດເອກະສານໃຫ້ຄົບຖ້ວນຕາມທີ່ໄດ້ລະບຸຢູ່ຂ້າງເທິງ.

ຂ່າວສານບ້ານເມືອງ

Post navigation

Previous Post: ລັດຖະມົນຕີ ກະຊວງ ປກສ ສັ່ງປົດ ຮອ ພູໃສ ສີສະຫວັນ (ຕື້) ແລ້ວ
Next Post: ຢືນຢັນ! ການສັກວັກຊີນກັນພະຍາດໂຄວິດແມ່ນມີຄຸນປະໂຫຍດ ແລະ ປອດໄພ

Related Posts

ປກສແຂວງອັດຕະປື ສຶກສາອົບຮົມກຸ່ມມົ້ວສຸມຢາ ໃຫ້ກັບໂຕກັບໃຈກັບມາເປັນລູກທີ່ດີຂອງພໍ່ແມ່ ຂ່າວສານບ້ານເມືອງ
ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນກໍລະກົດ 2021 ຂ່າວສານບ້ານເມືອງ
ມອບ – ຮັບ​ ໂຮງຮຽນທິດສະດີການເມືອງກອງທັບ ຂ່າວສານບ້ານເມືອງ
ລົດຈັກຕໍາກັບລົດໃຫຍ່ ເຈັບ 1 ທາງວຽງຈະເລີນ ຂ່າວສານບ້ານເມືອງ
ສຳເລັດການຂຸດເຈາະອຸມົງກຸລົງ ໂຄງການລົດໄຟລາວ-ຈີນ ຢູ່ເເຂວງ ອຸດົມໄຊ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 542ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme