Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກຳລັງໃຈດີໆ ຈາກທີມແພດໝໍຈີນ ໃຫ້ຜູ້ປ່ວຍຕິດເຊື້ອ ອາຍຸສູງສຸດ 91 ປີ ແລະ ອາຍຸຕໍ່າສຸດ 02 ປີ ແລະ ທຸກໆຄົນທີ່ຢູ່ສູນປິ່ນປົວ

Posted on 10/05/202110/05/2021 By News No Comments on ກຳລັງໃຈດີໆ ຈາກທີມແພດໝໍຈີນ ໃຫ້ຜູ້ປ່ວຍຕິດເຊື້ອ ອາຍຸສູງສຸດ 91 ປີ ແລະ ອາຍຸຕໍ່າສຸດ 02 ປີ ແລະ ທຸກໆຄົນທີ່ຢູ່ສູນປິ່ນປົວ

ພາກພູມໃຈ “ຂວັນ ແລະ ກຳລັງໃຈຜູ້ປ່ວຍຕິດເຊື້ອ ທີ່ນອນປິ່ນປົວຢູ່ໂຮງໝໍ ເປັນບູລິມະສິດຕົ້ນຕໍ, ເຊີ່ງຜູ້ປ່ວຍອາຍຸສູງສຸດ 91 ປີ ແລະ ອາຍຸຕໍ່າສຸດ 02 ປີ ແມ່ນໄດ້ຮັບກຳລັງໃຈຈາກທີມແພດຊ່ຽວຊານ ສປຈີນ.”

1. ຄະນະຊ່ຽວຊ່ານໄດ້ເຂົ້າຮ່ວມກອງປະຊຸມຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດຂອງໂຄວິດ-19, ໂດຍໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການແຜ່ລະບາດຂອງພະຍາດຮອບໃໝ່ ກໍຄືບັນຫາຕ່າງໆທີ່ສໍາຄັນກັບຂະແໜງສາທາລະນະສຸກກໍຄືພາກສ່ວນທີ່ກ່ຽວຂ້ອງຂອງລາວ,

.

2. ຈາກນັ້ນ, ຄະນະຊ່ຽວຊ່ານແພດຈີນໄດ້ໄປເຮັດວຽກພາກສະໜາມ ແລະເກັບຂໍ້ມູນຢູ່ສູນວິເຄາະ ແລະລະບາດວິທະຍາ ແລະ ບັນດາໂຮງໝໍປົວພະຍາດໂຄວິດ-19, ໂດຍໄດ້ໃຫ້ຄໍາເຫັນຊີ້ນໍາກ່ຽວກັບບັນຫາທີ່ຄົ້ນພົບໃນການປິ່ນປົວ, ທັງໄດ້ເກັບຂໍ້ມູນ ແລະ ໃຫ້ຄໍາຕອບທີ່ກ່ຽວຂ້ອງກັບຜູ້ຕິດເຊື້ອ,

3. ຄະນະຊ່ຽວຊ່ານການແພດຊຸດນີ້ເປັນຊຸດທີ 02 ທີ່ລັດຖະບານຈີນສົ່ງມາຊ່ວຍເຫຼືອຕ້ານໂຄວິດ-19 ກັບຝ່າຍລາວ, ໃນເດືອນມີນາ-ເມສາ ປີ 2020 ຜ່ານມາ ເຊິ່ງໄດ້ຮັບຄວາມຊົມເຊີຍ ແລະຖືກຕີລາຄາສູງຈາກຝ່າຍລາວຕໍ່ຜົນສໍາເລັດ,

4. ສ່ວນຄະນະຊ່ຽວຊ່ານຊຸດນີ້, ມີສ່ວນໜຶ່ງແມ່ນມາຈາກຊຸດກ່ອນ ເຊິ່ງມີບົດຮຽນປະສົບການໃນການຮ່ວມມືກັບຝ່າຍລາວ ແລະ ເປັນປັດໄຈໜຶ່ງທີ່ອໍານວຍຄວາມສະດວກໃນການເຮັດວຽກຮ່ວມກັນ, ເຊິ່ງເຮັດໃຫ້ເຊື່ອໝັ້ນວ່າ ແພດໝໍສອງຝ່າຍຈະສາມາດຮ່ວມແຮງຮ່ວມໃຈຕ້ານການແຜ່ລະບາດຮອບໃໝ່ຢ່າງປະສົບຜົນສໍາເລັດຢ່າງແນ່ນອນ.

ຂ່າວສານບ້ານເມືອງ

Post navigation

Previous Post: ສະຫວັນນະເຂດລາຍງານ! ພົບຜູ້ຕິດເຊື້ອໂຄວິດມື້ນີ້ +3 ຄົນ
Next Post: ບອກຕໍ່ໆກັນແດ່ເດີ! ຂໍໃຫ້ລະວັງ ຊ້າງປ່າອອກມາເລາະຢູ່ ປາກກະດິງ-ປາກທອນ ມີຄຣີບ

Related Posts

ເເຈ້ງການ! ການຄັດເລືອກເຂົ້າທະຫານໃໝ່ປະຈໍາປີ 2021 ຂ່າວສານບ້ານເມືອງ
ກອງປະຊຸມວິຊາການວຽກງານຄຸ້ມຄອງໄພພິບັດທົ່ວປະເທດປະຈໍາປີ2020 ຂ່າວສານບ້ານເມືອງ
ຄຳມ່ວນອອກແຈ້ງການ! ສືບຕໍ່ຈັດຕັ້ງປະຕິບັດມາດຕະການສະກັດກັ້ນ, ຄວບຄຸມ ແລະ ປ້ອງກັນ ການແຜ່ລະບາດຂອງພະຍາດ ໂ ຄ ວິ ດ ຂ່າວສານບ້ານເມືອງ
ພິທີເຊັນບົດບັນທຶກສັນຍາການຊ່ວຍເຫຼືອການກໍ່ສ້າງລະບົບນໍ້າ ແລະ ໄຟຟ້າຂອງກອງຮ້ອຍ 121 ກອງບັນຊາການທະຫານແຂວງບໍ່ແກ້ວ ຂ່າວສານບ້ານເມືອງ
ລາຍງານຂ່າວໂຄວິດ! ມື້ນີ້ພົບຜູ້ຕິດເຊື້ອໂຄວິດ +3ຄົນ ຂ່າວສານບ້ານເມືອງ
ໃ ຊ້ ອ າ ວຸ ດ ຜິ ດ ກົ ດ ໝ າ ຍ ຖື ກ ຈັ ບ ດຳ ເ ນີ ນ ຄ ະ ດີ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme