ແຂວງສະຫວັນນະເຂດຜົນກວດ ວັນທີ 09/05/2021 ພົບເຊື້ອ COVID-19 03 ຄົນ
ປະຊາສໍາພັນເຖິງບັນດາທ່ານ ສະເໜີໃຫ້ສະມາຊິກໃນຄອບຄົວ, ພີ່ນ້ອງ, ແລະ ໝູ່ເພື່ອນ ຜູ້ທີ່ສຳພັດໄກ້ຊິດ ກັບຜູ້ທີ່ມີລາຍຊື່ດັ່ງລຸ່ມນີ້ ໃຫ້ໄປສະເໜີໂຕລົງທະບຽນເພື່ອເກັບຕົວຢ່າງຊອກເຊື້ອພະຍາດໂຄວິດ ທີ່ຈຸດເກັບຕົວຢ່າງເດີ່ນບານຫຼັກ 4 ນະຄອນໄກສອນ.

ໝາຍເຫດ: ໃຫ້ຖືບັດປະຈຳຕົວ ຫຼື ປື້ມສຳມະໂນຄົວໄປພ້ອມ ເວລາ 9:00 ຫາ 16:00ສິ່ງທີ່ຄວນປະຕິບັດ:
1. ແຍກຕົວເອງອອກຈາກຄົນອື່ນທັນທີ.
2. ໃສ່ຜ້າອັດປາກ-ດັງ ແລະ ຮັກສາໄລຍະຫ່າງຕະຫຼອດເວລາ.
3. ໃຫ້ຂໍ້ມູນຄວາມຈິງທັງໝົດຕໍ່ເຈົ້າໜ້າທີ່.
4. ໃນລະຫວ່າງລໍຖ້າຜົນກວດ ໃຫ້ທ່ານຈໍາກັດບໍລິເວນຕົນເອງຢ່າງເຂັ້ມງວດໃຫ້ຄົບ14ມື້.
5. ຖ້າຜົນອອກເປັນບວກທີມງານພະນັກງານແພດໝໍຈະຕິດຕໍ່ຫາທ່ານເອງ.
ໝາຍເຫດ : ຜູ້ທີ່ກວດເຊືອບໍ່ພົບ ໃຫ້ສືບຕໍ່ກັກບໍລິເວນຕົນເອງຢູ່ເຮືອນ 14 ວັນ ( ບໍ່ໃຫ້ອອກໄປເຮັດວຽກ ), ຜູ້ທີ່ມີອາການສະແດງ ແມ່ນ ໃຫ້ມາສະເໜີກວດເຊື້ອຄືນອີກ.
ຂໍ້ມູນຈາກ:ໜ່ວຍກູ້ໄພ ສະຫວັນນະເຂດ Savannakhet Rescue