Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຈົ້າເມືອງປະທຸມພອນ ລົງຕິດຕາມຜົນກະທົບຈາກລົມພາຍຸພັດເຮືອນ ປະຊາຊົນ ກຸ່ມສະໜິງ ແລະ ກຸ່ມພະໂພ

Posted on 07/05/202107/05/2021 By News No Comments on ເຈົ້າເມືອງປະທຸມພອນ ລົງຕິດຕາມຜົນກະທົບຈາກລົມພາຍຸພັດເຮືອນ ປະຊາຊົນ ກຸ່ມສະໜິງ ແລະ ກຸ່ມພະໂພ

ແຫລ່ງຂ່າວຈາກເມືອງປະທຸມພອນ ໃຫ້ຮູ້ວ່າ: ໃນວັນທີ 5 ພຶດສະພາ 2021 ນີ້, ທ່ານ ວຽງສະໄໝ ສີລິພອນພັນ ເຈົ້າເມືອງປະທຸມພອນ ຈຳປາສັກ, ພ້ອມຄະນະກຳມະການຄວບຄຸມໄພພິບັດຂັ້ນເມືອງ ລົງເຄື່ອນໄຫວຕິດຕາມ ຊີວິດການເປັນຢູ່ຂອງປະຊາຊົນ ທີ່ຖືກຜົນກະທົບຈາກລົມພະຍຸລະດູຮ້ອນຢູ່ກຸ່ມສະໜິງ ແລະ ກຸ່ມພະໂພ ເມືອງປະທຸມພອນ ໃນວັນທີ 4 ພຶດສະພາ ຜ່ານມາ.

May be an image of outdoors

ໂອກາດນີ້, ຄະນະກໍາມະການຄວບຄຸມໄພພິບັດຂັ້ນເມືອງ ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 4 ພຶດສະພາ ຜ່ານມາ ເກີດມີລົມພະຍຸລະດູຮ້ອນ ພັດເຂົ້າໃສ່ ເຮືອນຂອງປະຊາຊົນ ໃນ 2 ກຸ່ມ ຄື: ກຸ່ມພະໂພ ປະກອບມີ ບ້ານໜອງໝາກເອກ, ພະລາຍ ແລະ ບ້ານຜັກຂະ. ກຸ່ມສະໜິງ ປະກອບມີ ບ້ານແກແລ ແລະ ບ້ານຄອນທູດ, ເຊິ່ງເຮືອນຊານ ທີ່ ຢູ່ອາໃສ ຂອງ ປະຊາຊົນ 5 ບ້ານດັ່ງກ່າວ ໄດ້ຮັບຜົນເສຍຫາຍ 97 ຫລັງຄາເຮືອນ, ປະເມີນຜົນເສຍຫາຍ 60% ຂຶ້ນໄປ ມີ 2 ຫລັງ ແລະ ເສຍຫາຍ 50% ມີ 03 ຫລັງ, 30% ລົງມາມີ 92 ຫລັງ. ນອກຈາກນີ້ຍັງມີ ໂຮງຮຽນ 3 ຫລັງ, ສຸກສາລາ 1 ຫລັງ, ວັດ1 ຫລັງ ແລະ ເລົ້າເຂົ້າ 1 ຫລັງ ແລະ ບໍ່ມີຜູ້ບາດເຈັບ ຫລື ເສຍຊີວິດ. ປະເມີນມູນຄ່າເສຍຫາຍທັງໝົດເບື້ອງຕົ້ນ 108 ລ້ານກວ່າກີບ, ໃນນັ້ນ ບ້ານໜອງໝາກເອກ 4,2 ລ້ານກວ່າກີບ, ບ້ານພະລາຍ 2,5 ລ້ານກວ່າກີບ, ບ້ານຜັກຂະ 11 ລ້ານກວ່າກີບ, ບ້ານແກແລ 61 ລ້ານກວ່າກີບ ແລະ ບ້ານຄອນທູດ 28 ລ້ານກວ່າກີບ.

May be an image of outdoors

ໂອກາດນີ້, ທ່ານ ວຽງສະໄໝ ສີລິພອນພັນ ກໍໄດ້ໂອ້ລົມຕໍ່ການຈັດຕັ້ງ, ອຳນາດ ການປົກຄອງ ແລະ ພໍ່ແມ່ປະຊາຊົນ 2 ກຸ່ມດັ່ງກ່າວ ທີ່ໄດ້ຮັບຜົນກະທົບຈາກ ໄພພິບັດ ໃນຄັ້ງນີ້ ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ ແລະ ດຳລົງຊີວິດຢ່າງມີສະຕິ.

May be an image of one or more people, people standing, tree and outdoors

.

May be an image of standing, outdoors and tree

ຂ່າວ: ຖວທ ປະທຸມພອນ.

ຂ່າວສານບ້ານເມືອງ

Post navigation

Previous Post: ນໍ້າໃຈຄົນລາວ! ຊ່ວຍເຫຼືອກັນໃນຍາມວິກິດ
Next Post: ແຂວງຈຳປາສັກຖະແຫຼງຂ່າວກ່ຽວກັບຄວາມຄືບໜ້າໃນການປ້ອງກັນໂຄວິດ ປະຈໍາວັນທີ 7 ພຶດສະພາ 2021

Related Posts

ປິດ​ໂຄງ​ການ​ຄຸ້ມ​ຄອງ​ການ​ປະ​ມົງ​ຊຸ​ມ​ຊົນ​ແບບ​ມີ​ສ່ວນ​ຮ່ວມ​ສາຍ​ນ້ຳ​ເຊບັ້ງ​ຫຽງ ຂ່າວສານບ້ານເມືອງ
ກັກໂຕຊາຍໃຈກ້າ ລັ ກ ເຫຼັກຕາມເສັ້ນທາງລົດໄຟ ຂ່າວສານບ້ານເມືອງ
ພົນລະເມືອງດີພົບເຫັນວັດຖຸສົງໃສແຈ້ງເຈົ້າໜ້າທີ່ກວດສອບພົບ ຢ າ ເ ສ ບ ຕິ ດຈຳນວນຫຼາຍ  ຂ່າວສານບ້ານເມືອງ
ກະຊວງປ້ອງກັນປະເທດຣັດເຊຍ ປະດັບຫຼຽນກາມິດຕະພາບໃຫ້ການນຳ ແລະພະນັກງານ-ນັກ ຮົບ ກອງທັບປະຊາຊົນລາວ ຂ່າວສານບ້ານເມືອງ
ລັດຖະມົນຕີກະຊວງການຕ່າງປະເທດຢ້ຽມຢາມ ກອງພົນທະ ຫານຮາບ ທີ 3 ຂ່າວສານບ້ານເມືອງ
ອຸບັດຕິເຫດ! ທາງເຮືອບິນເຮັດໃຫ້ເຮືອບິນຫັກອອກເປັນສອງທ່ອນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme