Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພະນັກງານ ພາສີ ຮ່ວມກັບ ນັກທຸລະກິດ ໂຮມເງິນໄດ້ 810 ລ້ານກວ່າ ກີບ ຈັດຊື້ ຕຽງ 175 ຊຸດ

Posted on 05/05/202105/05/2021 By News No Comments on ພະນັກງານ ພາສີ ຮ່ວມກັບ ນັກທຸລະກິດ ໂຮມເງິນໄດ້ 810 ລ້ານກວ່າ ກີບ ຈັດຊື້ ຕຽງ 175 ຊຸດ

ພະນັກງານ-ລັດຖະກອນ ກອງຄຸ້ມຄອງພາສີ 7 ຮ່ວມກັບ ບໍລິສັດຂາເຂົ້າ-ຂາອອກ ຜູ້ປະ ກອບການ ທີ່ດຳເນີນທຸລະກິດ ຢູ່ແຂວງຈຳປາສັກ ໄດ້ພ້ອມກັນລະດົມທຶນຊື້ຕຽງນອນຄົນເຈັບ ຈຳນວນ 175 ຊຸດ, ມູນຄ່າ 800 ລ້ານກວ່າກີບ ໃຫ້ແຂວງຈຳປາສັກ ເພື່ອປະກອບສ່ວນໃນການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-.

อาจเป็นรูปภาพของ โรงพยาบาล

ພິທີມອບ-ຮັບດັ່ງກ່າວ, ໄດ້ມີຂຶ້ນໃນວັນທີ 4 ພຶດສະພາ 2021 ທີ່ຫ້ອງວ່າການແຂວງຈໍາປາສັກ, ຕາງໜ້າກ່າວມອບໂດຍ ທ່ານ ບຸນເພັງ ເຂັມມາລາ ຫົວໜ້າກອງຄຸ້ມຄອງພາສີ 7, ເປັນກຽດກ່າວຮັບ ໂດຍ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ມີ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ ຂັ້ນແຂວງ, ມີ ຜູ້ປະກອບການນັກລົງທຶນ ທີ່ດຳເນີນທຸ ລະກິດ ຢູ່ແຂວງຈຳປາສັກ ຜູ້ທີ່ໃຫ້ການສະໜອງທຶນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພິຍານ.

ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີມມາຍັງ ພະນັກງານ-ລັດຖະກອນ ກອງຄຸ້ມຄອງພາສີ 7 ແລະ ຜູ້ປະກອບການ ທີ່ດຳເນີນທຸລະກິດ ຢູ່ແຂວງຈຳປາສັກ ທີ່ພ້ອມກັນລະດົມທຶນຊື້ຕຽງນອນຄົນເຈັບ ຈຳນວນ 175 ຊຸດ, ມູນຄ່າ 800 ລ້ານກວ່າກີບ ໃຫ້ແຂວງຈຳປາສັກ ເພື່ອປະກອບເຂົ້າໃສ່ໂຮງໜໍພາກສະໜາມ ເປັນການປະກອບສ່ວນທີ່ສຳຄັນ ເພື່ອຮັບໃຊ້ໃຫ້ແກ່ວຽກງານອັນຮີບດ່ວນ ແລະ ຈຳເປັນທີ່ສຸດ ເພື່ອຮັບມືກັບການລະບາດພະຍາດໂຄວິດ ທີ່ກຳລັງເກີດຂຶ້ນຢູ່ໃນປັດຈຸບັນ ເນື່ອງຈາກສະພາບລວມການລະບາດຖືວ່າເປັນວົງກວ້າງ ແລະ ຍັງມີທ່າອ່ຽງທີ່ຈະເພີ່ມສູງຂຶ້ນ. ສະນັ້ນ, ການສະໜັບສະໜູນປະກອບສ່ວນ ຈາກພາກສ່ວນຕ່າງໆຂອງສັງຄົມ ຈຶ່ງເປັນທຶນຮອນທີ່ຈຳເປັນໃນວຽກງານດັ່ງກ່າວ.

ຂ່າວ-ພາບ: ທັດຊະນະ

ຂ່າວສານບ້ານເມືອງ

Post navigation

Previous Post: ເປີດທາມລາຍ! ຜູ້ຕິດເຊື້ອໂຄວິດຢູ່ແຂວງວຽງຈັນ
Next Post: ສະຫວັນນະເຂດແຈ້ງ! ປະຊາສໍາພັນເຖິງຜູ້ທີ່ມີລາຍຊື່ໃຫ້ມາລາຍງານໂຕດ່ວນ

Related Posts

ປະກາດຫາຍາດຜູ່ເສຍຊີວິດ ເຫດລົດຈັກຕໍາລົດຈັກທີ່ທາງບ້ານສາຍນໍ້າເງິນ ນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ
ເມຍແລະລູກນ້ອຍຕ້ອງສູນເສຍພໍ່ ເຫດລົດປີ້ນໄຟໄໝ້ດັບຄາລົດທີ່ບໍ່ແກ້ວ ຂ່າວສານບ້ານເມືອງ
ຕິ ດ ການພະນັນທາງອອນລາຍ ກາຍເປັນທາດ ຢ າ ເ ສ ບ ຢ າ ເ ສ ບ ຕິ ດ ຂ່າວສານບ້ານເມືອງ
ສົ່ງ ສ.ພວງດອກຊ້ອນ ສູ່ສະຫວັນນະພາໄລແລ້ວ! ຜົນງານຂອງທ່ານຈະເປັນຕໍານານໃຫ້ລູກຫຼານຕະຫຼອດໄປ ຂ່າວສານບ້ານເມືອງ
ປະທານສະພາປະຊາຊົນແຂວງ ລົງຕິດຕາມກວດກາ ແລະ ຊຸກຍູ້ແກ້ໄຂຜົນກະທົບຈາກໄພພິບັດນໍ້າຖ້ວມພ້ອມມອບເຄື່ອງຊ່ວຍເຫຼືອແກ່ປະຊາຊົນເມືອງນອງ ແລະ ເຊໂປນ ຂ່າວສານບ້ານເມືອງ
ສປປ ລາວ ກຳນົດ 3 ແຜນບູລິມະສິດ ກຽມຮັບນັກທ່ອງທ່ຽວເຂົ້າປະເທດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme