Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ມອບ-ຮັບ ແລະເປີດນໍາໃຊ້ ໂຮງໝໍພາກສະໜາມລ້ານຊ້າງ

Posted on 03/05/202103/05/2021 By News No Comments on ມອບ-ຮັບ ແລະເປີດນໍາໃຊ້ ໂຮງໝໍພາກສະໜາມລ້ານຊ້າງ

ພິທີມອບ-ຮັບ ແລະເປີດນໍາໃຊ້ ໂຮງໝໍພາກສະໜາມລ້ານຊ້າງ ຈັດຂຶ້ນຕອນບ່າຍວັນທີ 3 ພຶດສະພາ 2021 ຢູ່ບ້ານດອນກອຍ ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ປະທານຄະນະສະເພາະກິດເພື່ອປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດໂຄວິດ ຂັ້ນສູນກາງ ແລະພາກສ່ວນກ່ຽວຂ້ອງ.

อาจเป็นรูปภาพของ 1 คน และกำลังยืน

ໂຮງໝໍພາກສະໝາມລ້ານຊ້າງ ສ້າງຂຶ້ນພາຍໃນ 7 ວັນ ມີຂະຫນາດ 303 ຕຽງນອນ, ແບ່ງອອກເປັນ 2 ເຂດ ຄື: ເຂດ A ມີ 168 ຕຽງນອນ ແລະ ເຂດ B ມີ135 ຕຽງນອນ, ມີຫ້ອງສຸກເສີນເບື້ອງຕົ້ນຂະໜາດ 5 ຕຽງນອນ. ສະເພາະເຂດ A ວັນທີ 3 ພຶດສະພາສາມາດຮອງຮັບຄົນເຈັບໄດ້ແລ້ວ, ສຳລັບເຂດ B ຈະສາມາດນໍາໃຊ້ໄດ້ໃນວັນທີ 5 ພຶດສະພາ 2021

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และสถานที่ในร่ม

ທ່ານພັນທະຈິດ ອິນທິລາດ ປະທານບໍລິສັດ ອິນທຣາ ຄໍປໍເຣຊັນ ຈຳກັດຜູ້ດຽວລາຍງານໃຫ້ຮູ້ວ່າ: ການສ້າງໂຮງໝໍສະໜາມລ້ານຊ້າງ ໄດ້ຮັບການຊີ້ນໍາຢ່າງໃກ້ຊິດ, ທັງປະກອບສ່ວນດ້ານເຫື່ອແຮງ ແລະ ສິຕິປັນຍາຈາກການນຳ, ອ້າຍນ້ອງພະນັກງານ ທັງຈາກສູນກາງ, ນະຄອນຫລວງວຽງຈັນ ແລະ ໄດ້ຮັບການຊ່ວຍເຫລືອ ຈາກພາກທຸລະກິດ ເປັນຕົ້ນ ກຸ່ມບໍລິສັດ ເອໄອເອຟ, ບໍລິສັດທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ, ບໍລິສັດ ອິນທຣາ ຄໍປໍເຣຊັນ ຈຳກັດຜູ້ດຽວ, ໂດຍໄດ້ປະກອບສ່ວນດ້ານແຮງງານຈາກອ້າຍນ້ອງທະຫານ ນະຄອນຫລວງວຽງຈັນ, ບໍລິສັດທີ່ຮັບກໍ່ສ້າງ, ບໍລິສັດ ອະນາໄມ ພີເອສ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການກໍ່ສ້າງ ແລະ ກະກຽມໂຮງໝໍແຫ່ງນີ້ ຢ່າງບໍ່ມີເວັນ ບໍ່ມີຄືນ ແລະ ບໍ່ຮຽກຮ້ອງຜົນປະໂຫຍດຫຍັງຕອບແທນ ໃນສະໜາມຮົບຕ້ານໂຄວິດຄັ້ງນີ້, ຈຶ່ງເຮັດໃຫ້ໂຮງໝໍແຫ່ງນີ້ ສາມາດຮອງຮັບຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ ເຂົ້າປິ່ນປົວໄດ້ພາຍໃນວັນທີ 3 ພຶດສະພານີ້.

อาจเป็นรูปภาพของ สถานที่ในร่ม

ໂອກາດນີ້ ທ່ານກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ປະທານຄະນະສະເພາະກິດເພື່ອປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດໂຄວິດ ຂັ້ນສູນກາງ ກ່າວວ່າ: ໃນນາມຄະນະສະເພາະກິດຂັ້ນສູນກາງ ສະແດງຄວາມຂອບໃຈເປັນຢ່າງສູງ ແລະຕີລາຄາສູງ ຕໍ່ການປະກອບສ່ວນຂອງບັນດາບໍລິສັດ ທີ່ຮ່ວມກັນໃນການຫັນສະຖານທີ່ດ້ານກິລາໃຫ້ມາເປັນໂຮງໝໍພາກສະໜາມ ເພື່ອຮັບໃຊ້ວຽກງານອັນຮີບດ່ວນ ແລະຈໍາເປັນທີ່ສຸດ ທີ່ເກີດຂຶ້ນຢູ່ໃນປະເທດຂອງພວກເຮົາ, ນີ້ສະແດງໃຫ້ເຫັນເຖິງການເສຍສະລະອັນສູງສົ່ງ ການຕື່ນຕົວປະກອບສ່ວນທີ່ສໍາຄັນຂອງຕົນເອັງໃນພາລະກິດລວມຂອງບ້ານຂອງເມືອງ , ນີ້ສະແດງໃຫ້ເຫັນຄວາມຮັກຊາດ ຮັກບ້ານເກີດເມືອງນອນ ຮັກລະບອບໃໝ່ຂອງພວກເຮົາໃນການຊ່ວຍເຫລືອປະຊາຊົນພີ່ນ້ອງຮ່ວມຊາດໃຫ້ຫລຸດພົ້ນຈາກໄພອັນຕະລາຍ, ເຊິ່ງຜ່ານມາກໍມີຫລາຍບໍລິສັດໄດ້ໃຫ້ການຊ່ວຍເຫລືອມາແລ້ວ ຍ້ອນແນວນັ້ນ ຈຶ່ງສະເໜີໃຫ້ພວກເຮົານໍາໃຊ້ສະຖານທີ່ແຫ່ງນີ້ໃຫ້ເກີດປະໂຫຍດສູງສຸດຫລາຍເທົ່າທີ່ຈະຫລາຍໄດ້.

อาจเป็นรูปภาพของ สถานที่ในร่ม

ທ່ານກິແກ້ວ ໄຂຄໍາພິທູນ ໄດ້ຍົກໃຫ້ເຫັນບົດຮຽນຈາກການຕໍ່ສູ້ກັບພະຍາດໂຄວິດ ໃນໄລຍະຜ່ານມາວ່າ: ອັນທີ່ໜຶ່ງ ແມ່ນພັກ-ລັດຂອງພວກເຮົາມີຄວາມສະດຸ້ງໄວ, ສະກັດກັ້ນໄວ້ຫົວທີ ນີ້ສະແດງເຖິງຄວາມເປັນຫ່ວງເປັນໄຍຂອງພັກ-ລັດພວກເຮົາໃນການນໍາພາປະເທດຊາດ, ອັນທີສອງປະຊາຊົນບັນດາເຜົ່າມີຄວາມຕື່ນຕົວປະຕິບັດຄໍາສັ່ງຢ່າງເຂັ້ມງວດ ແຕ່ລະຄົນໄດ້ເປັນເຈົ້າການ ແລະປະກອບສ່ວນຮ່ວມມືກັບລັດຖະບານ, ອັນທີສາມ ພວກເຮົາໄດ້ນໍາໃຊ້ທຸກພາຫະນະທີ່ມີ ປຸກລະດົມສັງຄົມເຂົ້າຮ່ວມ ໃຫ້ການຊ່ວຍເຫລືອດ້ານຕ່າງໆຢ່າງທັນການ ລວມທັງປະຊາຊົນ, ທະຫານ, ຕໍາຫລວດ ອໍານາດການປົກຄອງ ທຸກຂັ້ນ ລວມທັງວິຊາການແພດໝໍ ເຊິ່ງຕົນເອັງມີຄວາມສ່ຽງຢູ່ແລ້ວ ແຕ່ຕ້ອງໄດ້ໃຫ້ການຊ່ວຍເຫລືອປິ່ນປົວຄົນເຈັບຫລາຍມື້ຕິດຕໍ່ກັນໂດຍບໍ່ໄດ້ພັກຜ່ອນ ນອກຈາກນັ້ນພວກເຮົາຍັງໄດ້ຮັບການຊ່ວຍເຫລືອແລກປ່ຽນຂໍ້ມູນຂ່າວສານກັບສາກົນ ແລະປະເທດຕ່າງໆ, ສະນັ້ນພວກເຮົາຕ້ອງອີງໃສ່ບົດຮຽນເຫລົ່ານີ້ ເພື່ອຕໍ່ສູ້ກັບພະຍາດຮ້າຍນີ້, ປະຈຸບັນຢູ່ນະຄອນຫລວງວຽງຈັນບາງອັນກໍມີແລ້ວ ແຕ່ບາງອັນກໍຕ້ອງພິຈາລະນາເບິ່ງເພື່ອເປັນບົດຮຽນໃຫ້ຫລາຍແຂວງຕື່ມອີກ.

อาจเป็นรูปภาพของ สถานที่ในร่ม
ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດ່ວນ! ລາວພົບຜູ້ຕິດເຊື້ອໂຄວິດເພີ່ມ +33 ຄົນ
Next Post: ເຈົ້າໜ້າທີ່ຢືນຢັນ ໄດ້ນໍາຕົວ ນາງຕີນ່າ ເບີ 59 ເຂົ້າສູ່ ຂະບວນຍຸຕິທໍາ ຫຼັງປິ່ນປົວ ຫາຍດີ

Related Posts

ອຸຕຸເຕືອນ! ເຝົ້າລະວັງ ລະດັບນໍ້າທາ ຂອງແຂວງຫຼວງນໍ້າທາ ຂ່າວສານບ້ານເມືອງ
ຫ້ອງການກະຊວງການເງິນຮັບສະໝັກພະນັກງານສັນຍາຈ້າງ 5 ຕໍາແໜງດ່ວນ! ຂ່າວສານບ້ານເມືອງ
ທ່ານພັນຄຳ ວິພາວັນ ນາຍຍົກລັດຖະມົນຕີ ຢ້ຽມຢາມນັກຮົບຊຸດຂາວ ທີ່ໂຮງໝໍພາກສະໜາມການເງີນພາກໃຕ້ ຂ່າວສານບ້ານເມືອງ
ຂ່າວດີ! ປັບລາຄານໍ້າມັນຂາຍຍ່ອຍລົງທົ່ວປະເທດ ເລີ່ມ 2 ເມສາ 2020 ຂ່າວສານບ້ານເມືອງ
ທ່ານຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫ່ງຢູ່ກອງບັນຊາການທະຫານແຂວງສະຫວັນະເຂດ ຂ່າວສານບ້ານເມືອງ
ແມ່ເຖົ້າບົວຊ້ອຍ ມີຄວາມຫວັງສູ້ຄະດີອີກຄັ້ງ ເມື່ອບໍລິສັດກົດໝາຍ ພົມສຸພາ ແອນ ຊັນ ຈະຊ່ວຍສູ້ຄະດີ! ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme