Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ນາຍບ້ານນາໄຊ ຢືນຢັນ ຂ່າວຕິດເຊື້ອໂຄວິດ ຈຳ ນວນ 25 ກໍລະນີ ຢູ່ພາຍໃນບ້ານ ແມ່ນບໍ່ມີມູນຄວາມຈິງ

Posted on 02/05/202102/05/2021 By News No Comments on ນາຍບ້ານນາໄຊ ຢືນຢັນ ຂ່າວຕິດເຊື້ອໂຄວິດ ຈຳ ນວນ 25 ກໍລະນີ ຢູ່ພາຍໃນບ້ານ ແມ່ນບໍ່ມີມູນຄວາມຈິງ

ວັນທີ 2 ພຶດສະພາ 2021, ນັກຂ່າວໜັງສືພິມຄວາມສະຫງົບ ໄດ້ລົງສຳພາດນາຍບ້ານນາໄຊເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ທີ່ມີຂ່າວປະຊາຊົນພາຍໃນບ້ານ ຕິດເຊື້ອພະຍາດໂຄວິດ ຈໍານວນ 25 ກໍລະນີ ທີ່ອອກຂ່າວໃນສື່ສັງຄົມອອນລາຍໃນວັນທີ 1 ພຶດສະພາ ນັ້ນ, ນາຍບ້ານ ໄດ້ຊີ້ ແຈງ ແລະ ຢືນຢັນວ່າ ຂ່າວດັ່ງກ່າວບໍ່ມີມູນຄວາມຈິງ ເຊິ່ງເປັນຂ່າວປອມ.

อาจเป็นรูปภาพของ 1 คน, กำลังยืน, กำลังนั่ง และกลางแจ้ง

ທ່ານ ນາງ ຈັນເພັງ ສໍພາບມີໄຊ ນາຍບ້ານນາໄຊ ໃຫ້ສໍາພາດຊີ້ແຈງ ແລະ ຢັ້ງຢືນວ່າ: ກ່ຽວກັບຂ່າວທີ່ກໍາລັງເປັນປະເດັນ ແລະ ແຜ່ກະຈາຍຢູ່ສື່ສັງຄົມອອນລາຍ ໃນເພຈເຟສບຸກ ເຊິ່ງມີບາງເພຈ ໄດ້ອອກຂ່າວໃນວັນທີ 1 ພຶດສະພາ 2021 ວ່າ: ຢູ່ບ້ານນາໄຊ ມີຜູ້ຕິດເຊື້ອພະຍາດໂຄວິດ ຈໍານວນ 25 ຄົນ ເຊິ່ງເຫດການດັ່ງກ່າວ ເຮັດໃຫ້ພໍ່- ແມ່ປະຊາຊົນພາຍໃນບ້ານແຕກຕື່ນ, ມີຄວາມກັງ ວົນ ແລະ ຜູ້ເສບຂ່າວຈໍານວນໜຶ່ງ ກໍຍັງກົດແຊ໌ຂ່າວຈຳນວນຫຼາຍ.ຜ່ານການລົງເກັບກໍາຂໍ້ມູນຕົວຈິງກ່ຽວກັບຂ່າວດັ່ງກ່າວ ແມ່ນກວດກາພົບກໍລະນີໃໝ່ ພຽງແຕ່ 2 ກໍລະນີ ເປັນຄົນສັນ ຊາດ-ເຊື້ອຊາດຫວຽດນາມ.ດັ່ງນັ້ນ, ຈຶ່ງຮຽກຮ້ອງ ມາຍັງທຸກຄົນໃນສັງຄົມ ຈົ່ງເສບຂ່າວອອນລາຍຢ່າງມີສະຕິ.

อาจเป็นรูปภาพของ 1 คน, กำลังยืน และกลางแจ้ง

ທ່ານ ໄຊຍະເດດ ທາດາວົງ ເລຂາຊາວໜຸ່ມເມືອງໄຊເສດຖາ ຜູ້ຊີ້ນໍາບ້ານນາໄຊ ຍັງກ່າວຕື່ມວ່າ: ພາຍຫຼັງ ທີ່ໄດ້ຮັບຄໍາສັ່ງເລກທີ 15/ນຍ, ອົງ ການປົກຄອງບ້ານນາໄຊ ກໍໄດ້ສົມທົບກັບກໍາລັງ ປກຊ-ປກສ ບ້ານ ໄດ້ຈັດຕັ້ງປະຕິບັດໃນກວດກາ, ຕິດຕາມການເຄື່ອນໄຫວ ແລະ ເດີນທາງເຂົ້າ- ອອກບ້ານຂອງພໍ່-ແມ່ປະຊາຊົນ ຢ່າງເຂັ້ມງວດ ເປັນຕົ້ນແມ່ນປິດເສັ້ນທາງຮ່ອມ ຈໍານວນ 5 ຮ່ອມ ແລະ ປ່ອຍໃຫ້ເຂົ້າ-ອອກພາຍໃນບ້ານ ພຽງແຕ່ຮ່ອມດຽວ ເພື່ອເປັນການປ້ອງກັນບໍ່ໃຫ້ກຸ່ມຄົນທີ່ອາດສ່ຽງຕິດເຊື້ອພະຍາດເຂົ້າມາພາຍໃນບ້ານ ແລະ ທັງເປັນການປ້ອງກັນໃຫ້ປະຊາຊົນພາຍໃນບ້ານ ບໍ່ອອກຈາກເຮືອນ ໂດຍບໍ່ມີຄວາມຈໍາເປັນ.

อาจเป็นรูปภาพของ รถยนต์ และถนน

.

อาจเป็นรูปภาพของ รถจักรยานยนต์, ถนน และถนน

ພາບ-ຂ່າວ: ລັດດາວັນ ບຸດຕະວົງ

ຂ່າວສານບ້ານເມືອງ

Post navigation

Previous Post: ສະຫວັນນະເຂດເປີດທາມລາຍ! ທາມລາຍ ກໍລະນີ ທີ 27,29 ແລະ 30
Next Post: ມາຟັງນໍາກັນ! ຂີງ, ຫົວສີໄຄ, ໃບຂີ້ຫູດ, ກະທຽມ…ສາມາດຕ້ານພະຍາດໂຄວິດ ໄດ້ ຫຼື ບໍ່?

Related Posts

ຈັບກຸ່ມແກ້ງໄວລຸ້ນຂີ່ລົດກວນເມືອງ 18 ຄົນ ຂ່າວສານບ້ານເມືອງ
ປິ່ນປົວໂຄວິດຢູ່ເຮືອນຕ້ອງປະຕິບັດແນວໃດ? ຂ່າວສານບ້ານເມືອງ
ມູນເຫດ ຂອງບຸນເດືອນ 9 ຫໍ່ເຂົ້າປະດັບດິນ ຂ່າວສານບ້ານເມືອງ
ຄະນະປະຈໍາສະພາແຫ່ງຊາດ ຮ່ວມ ກັບຄະນະລັດຖະບານ ຫາລືຫລາຍບັນຫາສໍາຄັນຮີບດ່ວນ ຂ່າວສານບ້ານເມືອງ
ລົດເສຍຫຼັກຫົວປັກລົງຫ້ວຍທາງໄປສະໜາມໄຊ ຂ່າວສານບ້ານເມືອງ
ເມືອງນອງປະເຊີນນໍ້າຖ້ວມອີກຮອບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme