Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຂ່າວດ່ວນ! ລາວຕິດເຊື້ອ ໂ ຄ ວິ ດ ເພີ່ມມື້ນີ້ +75ຄົນ

Posted on 27/04/202127/04/2021 By News No Comments on ຂ່າວດ່ວນ! ລາວຕິດເຊື້ອ ໂ ຄ ວິ ດ ເພີ່ມມື້ນີ້ +75ຄົນ

ວັນທີ 27.04.2021 ສປປ ລາວ ກວດພົບຜູ້ຕິດເຊື້ອ ໂ ຄ ວິ ດ ທັ ງ ໝົ ດ ຈໍານວນ + 75 ຄົນ, ຜູ້ຕິດເຊື້ອສະສົມລວມ 511 ຄົນ

ນະຄອນຫລວງວຽງຈັນ ​59
ແຂວງວຽງຈັນ​ 4
ຈຳປາສັກ 8
ສະຫວັນນະເຂດ​ 1
ບໍ່ແກ້ວ​ 1
ຫລວງພະບາງ 1
ຊຽງຂວາງ 1

ສະບາຍດີ ບັນດາທ່ານທີ່ນັບຖື ແລະ ຮັກແພງ.

ຂ້າພະເຈົ້າ ທ່ານ. ຮສ. ດຣ. ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຮອງລັດຖະມົນຕີ, ກະຊວງສາທາລະນະສຸກ ພ້ອມດ້ວຍ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ  ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ຂໍອະນຸຍາດລາຍງານ:​   

ສຳລັບ ສປປ ລາວ ໃນວັນທີ 26 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2,646 ຄົນຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 75 ຄົນ, ໃນນັ້ນມີ  ນະຄອນຫຼວງ 59ຄົນ, ຈຳປາສັກ 8 ຄົນ, ແຂວງວຽງຈັນ 4 ຄົນ, ສະຫວັນນະເຂດ 1 ຄົນ, ບໍ່ແກ້ວ 1 ຄົນ, ຫຼວງພະບາງ 1 ຄົນ ແລະ ຊຽງຂວາງ 1 ຄົນ  

ມາຮອດປະຈຸບັນ ຕົວເລກຕິດເຊື້ອສະສົມ 511 ຄົນ, ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 49ຄົນ , ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກຳນົດໄວ້ ຈຳນວນ 462 ຄົນ, ລາຍລະອຽດດັ່ງນີ້

ມາຮອດປະຈຸບັນ ຕົວເລກຕິດເຊື້ອສະສົມ 511 ຄົນ, ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 49 ຄົນ , ຄົນເຈັບສະເພາະເດືອນເມສາທີ່ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກຳນົດໄວ້ ຈຳນວນ 462 ຄົນ, ລາຍລະອຽດດັ່ງນີ້:

– ຢູ່ນະຄອນຫຼວງວຽງຈັນ 331 ຄົນ (ໃໝ່ 59)

– ແຂວງຈຳປາສັກ 70 ຄົນ (ໃໝ່ 8), ສຳລັບຄົນເຈັບແຂວງເຊກອງ ແມ່ນ 

  ນອນປິ່ນປົວຢູ່ແຂວງຈຳປາສັກ

– ແຂວງສະຫວັນນະເຂດ 19 ຄົນ (ໃໝ່ 1)

 – ແຂວງບໍ່ແກ້ວ 14 ຄົນ (ໃໝ່ 1)

– ແຂວງສາລະວັນ 6 ຄົນ

– ແຂວງອຸດົມໄຊ 2 ຄົນ

– ແຂວງຫຼວງນ້ຳທາ 4 ຄົນ

– ແຂວງວຽງຈັນ 8 ຄົນ (ໃໝ່4)

– ຜົ້ງສາລີ 2 ຄົນ

– ແຂວງຫຼວງພະບາງ 2 ຄົນ (ໃໝ່ 1)

– ແຂວງໄຊຍະບູລີ 1 ຄົນ

– ແຂວງບໍລິຄຳໄຊ 1 ຄົນ 

– ແຂວງຄຳມ່ວນ 1 ຄົນ

– ຊຽງຂວາງ 1 (ໃໝ່ 1)

ທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ;  

ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ,ມື້ນີ້ ສປປ ລາວເຮົາ ກວດພົບຜູ້ຕິດເຊື້ອໃໝ່ 75 ກໍລະນີ ພາຍໃນມື້ດຽວ ເຊີ່ີງຖືວ່າເປັນໂຕເລກຕິດເຊື້ອສູງບາງປະເທດໃນຂົງເຂດອາຊີພວກເຮົາ ມີລາຍງານຜູ້ຕິດເຊື້ອໃໝ່ຫຼາຍໃນແຕ່ລະມື້,  ສະເພາະພາຍໃນ 3 ມື້ເກືອບລ້ານຄົນບັນຫາສຳຄັນ ພວກເຮົາໝົດທຸກຄົນ ຕ້ອງໄດ້ຮ່ວມແຮງຮ່ວມໃຈກັນ ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ ກໍ່ຄື ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ແລະ ຄຳແນະນຳຂອງຂະແໜງການກ່ຽວຂ້ອງ ຄຽງຄູ່ກັນກັບ ສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງຖືກວິທີ ໂດຍ ການໃສ່ຜ້າປິດ-ດັງ ເມື່ອອອກຈາກບ້ານ, ລ້າງມືດ້ວຍສະບູ່ໃສ່ນ້ຳສະອາດ ຫຼື ເຈວລ້າງມືຂ້າເຊື້ອ ເລື້ອຍໆ, ເວັ້ນລະຍະຫ່າງທາງສັງຄົມ ຢ່າງໜ້ອຍ 1​ ແມັດຂຶ້ນໄປ, ຫຼີກລ້ຽງການໄປສະຖານທີ່ແອອັດ. ການປະຕິບັດ ທັງໝົດນີ້ ກໍ່ແມ່ນເພື່ອ ປ້ອງກັນຕົວທ່ານເອງ,​ ຄົນໃນຄອບຄົວຂອງທ່ານ ແລະ ສັງຄົມ ໃຫ້ປອດໄພຈາກເຊື້ອພະຍາດ ໂ ຄ ວິ ດ. ການມີສ່ວນຮ່ວມຈາກທຸກພາກສ່ວນໃນສັງຄົມ ມີສ່ວນສຳຄັນຢ່າງຍິ່ງ ທີ່ຈະນຳພາປະເທດຂອງພວກເຮົາ ກ້າວຂ້າມຜ່ານວິກິດໃນຄັ້ງນີ້ໄດ້ ສຳລັບ ທ່ານໃດທີ່ຖືກເກັບຕົວຢ່າງກວດຊອກຫາເຊື້ອ ຂໍຮຽກຮ້ອງມາຍັງທ່ານ ໃນໄລຍະລໍຖ້າຜົນກວດ ທ່ານຄວນຈຳກັດບໍລິເວນຕົນເອງຢູ່ໃນເຮືອນ ແຍກປ່ຽວຕົນເອງຈາກຄົນໃນຄອບຄົວ ແລະ ຫຼີກລ້ຽງການອອກຈາກບ້ານ, ເຖິງຜົນກວດຂອງທ່ານອອກມາເປັນລົບ ກໍ່ຕາມ ບໍ່ໄດ້ຄວາມໝາຍວ່າ ທ່ານຈະບໍ່ມີໂອກາດຕິດເຊື້ອພະຍາດ, ຂໍໃຫ້ທ່ານ ຈົ່ງເອົາໃຈໃສ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ທີ່ຄະນະສະເພາະກິດວາງອອກ ຢ່າງຖືກຕ້ອງ ແລະ ເຂັ້ມງວດ ເພື່ອປ້ອງກັນຕົວທ່ານ, ຄອບຄົວ ແລະ ສັງຄົມຈາກພະຍາດ ໂ ຄ ວິ ດ

ນອກຈາກນີ້ຄືດັ່ງທີ່ ດຣ. ພອນປະດີດ ສັງໄຊຍະລາດ ໄດ້ສະເໜີໃນຂ້າງເທີງ ຈີ່ງຮຽກຮ້ອງມາຍັງບັນດາທ່ານທີ່ມີລາຍຊື່ຂ້າງເທີງທີ່ໄດ້ໄປເກັບຕົວຢ່າງກວດວິເຄາະຫາເຊື້ອພະຍາດ COVID-19 ໃນນະຄອນຫຼວງວຽງຈັນທີ່ໃຫ້ຂໍ້ມູນບໍ່ລະອຽດແມ່ນໃຫ້ຮີບຮ້ອນໂທປະສານຫາ ທ່ານ ດຣ. ນາງ ວຽງສາຄອນ ຫຼວງປະດິດ ເບີໂທ 020 94095533 ແລະ ເບີ 020 55663579 ລາຍຊື່ລະອຽດຄື: ນາງ ວຽງລັດດາ ແສງທະນູສຸກ     ອາຍຸ  34 ປີ

ນາງ ພູວຽງ ແສງພະຈັນ         ອາຍຸ 19 ປີ

ທ້າວ ສຸລີນທອງ ວົງດາລາ             ອາຍຸ 19 ປີ

ທ້າວ ສຸລິຈັນ                           ອາຍຸ 36 ປີ

ທ້າວ ຈໍ່ ພົມສະຫວັດ                   ອາຍຸ 27 ປີ

ນາງ ສຸເມສາ ພອນອານຸລັກ            ອາຍຸ 21 ປີ

ນາງ ສຸກັນຍາ                          ອາຍຸ 19 ປີ

ທ້າວ ໂດ່ໂດ້                     ອາຍຸ 24ປີ

ນາງ ເພັດພະຈັນ                 ອາຍຸ 25 ປີ

ມາຮອດນີ້ການລາຍງານສະພາບພະຍາດ ໂ ຄ ວິ ດ ປະຈຳວັນອົງຄານ ວັນທີ 27 ເມສາ ປີ 2021 ຂອງຂ້າພະເຈົ້າ ໄດ້ສີ້ນສຸດພຽງເທົ່ານີ້. ຂໍສະແດງຄວາມຂອບໃຈມາຍັງບັນດາທ່ານທີ່ຕິດຕາມຊົມ ແລະ ຮັບຟັງ

ຂ່າວສານບ້ານເມືອງ

Post navigation

Previous Post: ໄຊຍະບູລີ ຖະແຫຼງຂ່າວກໍລະນີມີຜູ້ຕິດເຊື້ອ ໂ ຄ ວິ ດ ຄົນທໍາອິດ
Next Post: ດ່ວນກວດລາຍຊື່ຕົນເອງ! ໄດ້ໄປກວດວິເຄາະຫາເຊື້ອພະຍາດໂ ຄ ວິ ດ ໃນນະຄອນຫຼວງວຽງຈັນໃຫ້ຂໍ້ມູນບໍ່ລະອຽດ

Related Posts

ເຈົ້າໜ້າທີ່ ກັກໂຕຄົນ ຮ້ າ ຍ ລັ ກ ຊັ ບ ພົນລະເມືອງ 6 ຄົນ ຫຼັງກໍ່ເຫດເຖິງ 48 ຄັ້ງ ຂ່າວສານບ້ານເມືອງ
ຫາກເຮົາຍອມລຳບາກກັບຜູ້ຊາຍ ຕ້ອງເບິ່ງວ່າຄຸ້ມຄ່າບໍ່ ຫາກບໍ່ຄຸ້ມກໍຄວນຄິດໃໝ່ສະ ການຢູ່ຄົນດຽວບໍ່ແມ່ນເລື່ອງຍາກ ຂ່າວສານບ້ານເມືອງ
ປະຊາຊົນຫ້າວຫັນສາມັກຄີສ້າງທາງເບຕົງເຂົ້າບ້ານ ຂ່າວສານບ້ານເມືອງ
ເຈົ້າແຂວງສາລະວັນ ລົງຕິດຕາມຊຸກຍູ້ຈຸດທີ່ສ້າງທ່າບັກ ຢູ່ດ່ານປາກຕາພານ ເມືອງລະຄອນເພັງ ຂ່າວສານບ້ານເມືອງ
17 ພຶດສະພາ ຈຳປາສັກພົບຜູ້ຕິດເຊື້ອໂຄວິດເພີ່ມ 3 ກໍລະນີ ຂ່າວສານບ້ານເມືອງ
ນັກໂທດ ນະຄອນຫຼວງວຽງຈັນ ຈໍານວນ 223 ຄົນ ໄດ້ຮັບອະໄພຍະໂທດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme