Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສຸດຍອດນໍາໃຈ! ປະກາດໃຫ້ຢູ່ຟຣີ ແຕ່ຫ້ອງເຕັມກ່ອນ ເລີຍໂອນເງິນຊ່ວຍເຫຼືອໃຫ້ໄປເຊົ່າຫ້ອງຢູ່ບ່ອນອື່ນ

Posted on 26/04/202126/04/2021 By News No Comments on ສຸດຍອດນໍາໃຈ! ປະກາດໃຫ້ຢູ່ຟຣີ ແຕ່ຫ້ອງເຕັມກ່ອນ ເລີຍໂອນເງິນຊ່ວຍເຫຼືອໃຫ້ໄປເຊົ່າຫ້ອງຢູ່ບ່ອນອື່ນ

ໃຈດີ ທີ່ຫາໄດ້ຍາກ ຊ່ວຍດ້ວຍໃຈຍ້ອງຍໍນ້ຳໃຈ ຫລາຍ ໆ.

ມີນ້ອງສາວ ຄົນຫນຶ່ງເລົ່າວ່າ

ຂ້ອຍເອງມີຊື່ວ່າ ຈັນທະລາ ຈອມນາວົງສາມາຈາກບ້ານໂພທອງ ເມື່ອງບຸນໃຕ້ ແຂວງ ຜົ້ງສາລີ

ເປັນນັກສຶກສາມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ຄະນະເຕັກນິກການ ແພດ ສາຂາປະລິນຍາຕີວິເຄາະການແພດ ປີ ທີ່4ແລະມື້ນີ້ຂ້ອຍເອງມີເລື່ອງສິມາເລົ່າໃຫ້ທຸກຄົນໄດ້ຮູ້ ເລື່ອງມີຢູ່ວ່າ:

ຂ້ອຍເອງກະເປັນນັກສືກສາທີ່ກຳລັງລົງເຝິກງານຢູ່ໂຮງຫມໍແລະສູນຕ່າງໆ ແລະ ດັ່ງທີ່ທຸກຄົນຮູ້ຊ່ວງນີ້ COvid19 ກະລະບາດແຮງ ຂ້ອຍຢູ່ເຮືອນພີ່ນ້ອງໄປເຝິກງານ ແລະ ມັນກະມີຄວາມສ່ຽງສູງ ພໍມາຮອດວັນສຸກທີ່23/4 /21.

ຂ້ອຍໄດ້ໄປຊັກວັກຊີນຢູ່ ຮຮ ແລະ ວັນເສົາຕອນແລງໄດ້ອອກມາຢູ່ຫ້ອງເຊົ່າກັບເອື້ອຍ ວັນທິດທີ່25 4 21ຈື່ງໄດ້ຮູ້ວ່າໃນມື້ທີ່ຂ້ອຍໄປຊັກວັກຊີນມີຄົນຕິດເຊື້ອCovid19ໄປຊັກນຳ ເມື່ອຮູ້ຂ່າວທາງ ຮຮ ກະບອກບຸກຄົນໃດໄປຊັກວັກຊີນກະໃຫ້ກັກໂຕ ການລົງເຝິກງານກະໂຈະ ແລະ ສິໄດ້ແຍກປ່ຽວກັກໂຕຢູ່ຄົນດຽວ7-14ມື້ ດ້ວຍຄວາມທີ່ຕົນເອງກະຂາດເຂີນພໍດີເຂົ້າເຟດແລະເຫັນເອື້ອຍເພິ່ນບອກວ່າມີຫ້ອງແຖວໃຫ້ຢູ່ຟຮີ.

ຂ້ອຍກະແອັດເຟດໄປແລະແຊັດຫາເພິ່ນຂໍເຂົ້າໄປຢູ່ ເອື້ອຍເພິ່ນກະບອກວ່າໃຫ້ເຂົ້າໄປເບິ່ງຫ້ອງມື້ນີ້ທີ່26 4 21ຂ້ອຍກະໄປເບິ່ງຫ້ອງພໍໄປຮອດຫ້ອງຍັງຫ້ອງດຽວມີຄົນໄປເບິ່ງພ້ອມກັນ2ຄົນ ແລະ ນ້ອງສາວເອື້ອຍເພິ່ນບອກໃຫ້ໂທຫາເອື້ອຍເພິ່ນ ຂ້ອຍກະໂທແລະ ເອື້ອຍເພິ່ນບອກຢູ່ນຳກັນແຕ່ຂ້ອຍບອກວ່າຂ້ອຍຈຳເປັນຕ້ອງໄດ້ຢູ່ຜູ້ດຽວ ດ້ວຍຄວາມທີ່ເອື້ອຍເພິ່ນເປັນຄົນໃຈດີແລະມີເມດຕາເລີຍບອກຂ້ອຍໄປຊອກຫາຫ້ອງໃຫ່ມຢູ່.

ລາວເລີຍບອກຂ້ອຍສົ່ງເລກບັນຊີໃຫ້ສິໂອນເງິນຊ່ວຍຂ້ອຍໃຫ້ຂ້ອຍໄປຊອກຫ້ອງໃຫ່ມຢູ່ ແລະ ດ້ວຍຄວາມທີ່ວ່າຂ້ອຍກະບໍ່ກ້າລົບກວນລາວ ເລີຍບອກວ່າຊັ້ນກະບໍ່ເປັນຫຍັງຂອບໃຈຫລາຍເດີເອື້ອຍ ແຕ່ລາວກະບອກວ່າສິໂອນໃຫ້ສິຊ່ວຍຂ້ອຍ ແລະ ຂ້ອຍກະຕົກລົງໃຫ້ລາວຊ່ວຍ.

ຍ້ອນວ່າຂ້ອຍເປັນຄົນທີ່ບໍ່ເຄີຍໄດ້ຮັບການຊ່ວຍເຫລື່ອຈາກຄົນອື່ນທີ່ບໍ່ແມ່ນຄອບຄົວຈັກເທື່ອ ຂ້ອຍເລີຍຮູ້ສຶກຊາບຊື້ງໃຈຫລາຍໆ ແລະ ເຮັດໂຕບໍ່ຖືກເລີຍ ບໍ່ຄິດບໍ່ຝັນວ່າ ເກີດມາໃນຊາດນີ້ຂ້ອຍກະສິພໍ້ຄົນໃຈດີມີເມດຕາຄືລາວຊ່ວຍເຫລື່ອຄົນຄືຂ້ອຍ ເອື້ອຍລິນລາວເປັນຄົນແລກທີ່ຊ່ວຍເຫລື່ອຂ້ອຍທັ້ງໆທີບໍ່ເຄີຍຮູ້ຈັກ.

ທ້າຍນີ້ຂໍອວຍພອນໄຊໃຫ້ເອື້ອຍລິນແລະຄອບຄົວຈົ່ງມີຄວາມພາສຸກຄວາມຮຸ່ງເຮື່ອງສີວິໄລ ປາສະຈາກໂລກໄພໄຂ້ເຈັບ ລ້ຳລວຍລ້ຳລວຍເດີເອື້ອຍ.

ເລື່ອງກະຈົບຊ່ຳນີ້….ຂອບໃຈຄົນທີ່ອ່ານຈົນຈົບເດີ ແລະ ຊ່ວຍແຊຕໍ່ໆກັນແດ່ເດີ ໃຫ້ຄົນອື່ນໄດ້ຮູ້ໄດ້ເຫັນນຳກັນຄົນດີໆແບບນີ້.

ປລ:ເຖິງສິຂາດເຂີນສິເປັນແນວໃດກະຕາມຂ້ອຍຕ້ອງຜ່ານມັນໄປໃຫ້ໄດ້ ຕ້ອງຮຽນຈົນຈົບ.

ຂ່າວສານບ້ານເມືອງ

Post navigation

Previous Post: ທະຫານຊາຍແດນເມືອງ ສີສັດຕະນາກ ຈັດຕັ້ງກຳລັງຢ່າງເຂັ້ມງວດ ໃນການປ້ອງກັນເວນຍາມ
Next Post: ຂ່າວດ່ວນ! ວັກຊີນປ້ອງກັນ ໂ ຄ ວິ ດ ຮອບສາມຈຳນວນ 3 ແສນໂດດຈາກ ສປ ຈີນມາຮອດ ສປປ ລາວແລ້ວ

Related Posts

Update Covid-19 ເວລາ 21:30 ວັນທີ 16 ກຸມພາ 2020 ເສຍຊີວິດ 1.667 ຄົນ, ຕິດເຊື້ອ 68.595 ຄົນ, ປົວດີ 9.722 ຄົນ ຂ່າວສານບ້ານເມືອງ
ກັກສອງສາວ ລັ ກ ຂົນ ຢ າ ເ ສ ບ ຕິ ດ ລັອດໃຫຍ່ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ພົບຜູ້ຕິດເຊື້ອເພີ່ມໃໝ່ອີກ 1097ຄົນ ຂ່າວສານບ້ານເມືອງ
ພະແນກ ຖວທ ແຂວງວຽງຈັນແຈ້ງໂຈະກິດຈະກຳການທ່ອງທ່ຽວບໍລິເວນອ່າງນໍ້າງື່ມຊົ່ວຄາວ ຂ່າວສານບ້ານເມືອງ
ສປປ ລາວ ມີທ່າແຮງດ້ານການພັດທະນາເສດຖະກິດ-ສັງຄົມ ໃນ 5 ປີຕໍ່ໜ້າ ຂ່າວສານບ້ານເມືອງ
ຮອງເຈົ້າເມືອງ ເມືອງນອງລົງຕິດຕາມກວດກາຄວາມເສຍຫາຍຂອງຂົວເຊສະໝູນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme